ຊາຍແດນລາວ,ກໍາພູຊາ ຈະຜ່ອນຄາຍ
2018.07.02

ເຈົ້າໜ້າທີ່ແຂວງອັດຕະປື ທ່ານນຶ່ງກ່າວວ່າ ສະຖານະການຣະວ່າງຊາຍແດນ ແຂວງອັດຕະປື ກັບ ແຂວງຣັດຕະນະຄີຣີ ປະເທດ ກັມພູຊາ ຈະສງົບລົງ ຫຼັງຈາກການເລືອກຕັ້ງ ຢູ່ກັມພູຊາໄດ້ສຳເຣັດ ລົງພາຍໃນເດືອນນີ້ ຍ້ອນເຫດການຂໍ້ຂັດແຍ່ງທີ່ຜ່ານມາ ເຊື່ອວ່າເກີດຈາກການ ສ້າງສະຖານະການ ຂອງເບື້ອງກັມພູຊາ ກ່ອນເລືອກຕັ້ງ ຕາມຄຳເວົ້າຂອງທ່ານ ຕໍ່ວິທຍຸເອເຊັຍເສຣີ ໃນມືນີ້ວ່າ:
"ກະສິແມ່ນກຳປູເຈັຍ ເລືອກຕັ້ງນາຍົກນີ້ແຫຼະ ເບິ່ງຈັງຫວະເຂົ້າຫັ້ນນະ ເດືອນເຈັດເຂົາສິເລືອກຕັ້ງເດ້ ນາຍົກ ທາງຝ່າຍລາວ ກ່າບໍ່ໄດ້ວ່າ ອິສັງ."
ເຈົ້າໜ້າທີ່ກ່າວຕື່ມວ່າ ກ່ຽວກັບວຽກງານຕາມແນວຊາຍແດນ ຢູ່ເມືອງພູວົງ ຫລ້າສຸດເບື້ອງລາວ ຍັງມີເຈົ້າໜ້າທີ່ທະຫານ ປະຈຳການຢູ່ ໃນຂນະທີ່ທາງການ ໄດ້ແຈ້ງການໃຫ້ປະຊາຊົນ ເຂົ້າໃຈກ່ຽວກັບ ຂໍ້ພິພາດຣະຫວ່າງ ຊາຍແດນ ລາວ-ກັມພູຊາ ເພື່ອບໍ່ໃຫ້ ປະຊາຊົນ ແຕກຕື່ນ ຫຼາຍເກີນໄປ.
ທ່ານກ່າວອີກວ່າ ເຖີງຢ່າງໃດກໍ່ຕາມທຸກມື້ນີ້ ປະຊາຊົນຕາມແນວຊາຍແດນ ຍັງບໍ່ກ້າໄປຫາປາ ຢູ່ບໍຣິເວັນ ນໍ້າເຊກອງ ຍ້ອນອີກເບື້ອງນຶ່ງ ມີທະຫານ ກັມພູຊາ ປະຈຳການຢູ່ ເຊິ່ງສາຍນໍ້າແຫ່ງນີ້ ມີີຣະຍະຫ່າງກັບຊາຍແດນ ກັມພູຊາປະມານ 50 ແມັດເທົ່ານັ້ນ ແລະເມື່ອທ້າຍປີ ຜ່ານມາ ປະຊາຊົນເມືອງພູວົງ ອີກບາງສ່ວນທີ່ປູກເຂົ້າ ຕາມຊາຍແດນກໍບໍ່ສາມາດ ໄປເກັບກ່ຽວເຂົ້າ ເພາະຢ້ານທະຫານກັມພູຊາ ເຮັດໃຫ້ ຊາວກັມພູຊາ ລັກກ່ຽວເຂົ້າໄປແທນ.
ກ່ອນໜ້ານີ້ ຍານາງ ນາລີ ສີສຸລິດ ພັລຍາ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ລົງຢ້ຽມຢາມ ແລະໃຫ້ກຳລັງໃຈແກ່ ທະຫານຢູ່ ເມືອງພູວົງ ແຂວງອັດຕະປື ທີ່ເຝົ້າປະຈຳການ ຕາມເຂດຊາຍແດນ.
ການເລືອກຕັ້ງ ສະມາຊິກຣັຖສະພາ ກັມພູຊາ ຊຸດທີ 6 ຈະມີຂຶ້ນໃນວັນທີ 29 ກໍຣະກະດາ ທີ່ຈະມາເຖີງນີ້ ໂດຍມີພັກການເມືອງ ທັງໝົດ 20 ພັກ ລົງເລືອກຕັ້ງ.