ນັກໂທດໂຕນຄຸກບາງຄົນ ຍັງຫຼົບໜີ ຢູ່
2018.06.07

ນັບຕັ້ງແຕ່ເກີດເຫດການນັກໂທດ 11 ຄົນ ໂຕນອອກຈາກຄ້າຍຄຸມຂັງ ດົງສະຫວາດ ເມືອງສີສັັດຕະນາກ ນະຄອນຫຼວງວຽງຈັນ ໃນວັນທີ 11 ເດືອນ ພຶສພາ 2018 ເປັນຕົ້ນມາ ປັດຈຸບັນ ນັກໂທດຈຳນວນນຶ່ງ ຍັງຫຼົບໜີການນຳຈັບຢູ່ ໃນຂນະທີ່ອີກຈຳນວນນຶ່ງ ຖືກຈັບໄດ້ແລ້ວ ແຕ່ຍັງບໍ່ມີການເປີດເຜີຍ ຈຳນວນຂອງນັກໂທດ ທີ່ຖືກຈັບໄດ້ ຢ່າງຣະອຽດເທື່ອ, ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 6 ມິຖຸນາ ນີ້ວ່າ:
“ຍັງບໍ່ທັນໄດ້ໝົດ ໄດ້ຈຳນວນນຶ່ງ ກະຍັງບໍ່ທັນແນ່ວ່າ ໄດ້ຈັກຄົນ ຍັງຈັກຄົນ ເຂົາວ່າໄດ້ຈຳນວນນຶ່ງ ຍັງຈຳນວນນຶ່ງວ່າຊັ້ນ ໂຕນີ້ມັນກະຕີ ລາຄາຍາກຢູ່.”
ທ່ານກ່າວຕື່ມວ່າ ນັກໂທດທີ່ຈັບໄດ້ແລ້ວນັ້ນ ມີທັງຖືກຈັບໄດ້ຫຼັງເກີດເຫດ ແລະບາງຄົນກໍໜີໄປຫຼົບລີ້ ຢູ່ກັບຄອບຄົວ ແລ້ວທາງຄອບຄົວ ກໍ ພາມາມອບຕົວ ໃຫ້ເຈົ້າໜ້າທີ່ ສ່ວນເຣື່ອງຈຳນວນ ຕ້ອງລໍຖ້າໃຫ້ເຈົ້າໜ້າທີ່ ຄ້າຍຄຸມຂັງດົງສະຫວາດ ອອກມາຊີ້ແຈງ ອີກເທື່ອນຶຶ່ງ.
ປັດຈຸບັນທາງການ ໄດ້ສັ່ງໃຫ້ເຈົ້າໜ້າທີ່ເມືອງ ໃນນະຄອນຫຼວງວຽງຈັນ ແລະແຂວງໃກ້ຄຽງ ມິີການປະສານງານກັນ ເພື່ອຊອກຫາເບາະແສ ຂອງນັກໂທດ ທີ່ຍັງຫຼົບໜີ ນັ້ນຢູ່.
ຂໍ້ມູນຫລ້າສຸດ ເມື່ອວັນທີ 15 ເດືອນ ພຶສພາ ຜ່ານມາຣະບຸວ່າ ເຈົ້າໜ້າທີ່ຕຳຣວດສາມາດຈັບນັກໂທດ ທີ່ໂຕນໜີຈາກຄ້າຍຄຸມຂັງໄດ້ 3 ຄົນ ໄດ້ແກ່ ທ້າວສຳລີ, ທ້າວພອນປະເສີດ ແລະທ້າວອິນປອນ ສ່ວນອີກ 8 ຄົນຍັງຫຼົບໜີຢູ່ ຊຶ່ງເຈົ້າໜ້າທີ່ບໍ່ສາມາດ ບອກໄດ້ວ່າຍັງຫຼົບລີ້ ຢູ່ໃນ ນະຄອນຫຼວງວຽງຈັນ ຫຼືໜີໄປຕ່າງແຂວງແລ້ວ.
ນັກໂທດ 11 ຄົນດັ່ງກ່າວ ໄດ້ໜີອອກຈາກຄ້າຍຄຸມຂັງດົງສະຫວາດ ເມື່ອເວລາ 19 ໂມງ ຂອງວັນທີ 11 ພຶສພາ 2018 ໂດຍໃຊ້ເຫຼັກ ສະແລງ ແລະເລື່ອຍຕັດເຫຼັກ ເປັນອຸປກອນເຈາະຝາຫ້ອງນໍ້າຈົນເປັນຮູໃຫຍ່ ຈາກນັ້ນກໍພາກັນລອດອອກຕາມຮູ ແລ້ວປີນຂ້າມ ກຳແພງ ຫຼົບໜີໄປ.