ຊາວລາວລັກລອບເຂົ້າໄທຍ ຖືກຈັບ
2021.03.12

ເມື່ອວັນທີ 10 ມິນາ ຜ່ານມານີ້ ຢູ່ສໍານັກງານຕໍາຣວດກວດຄົນເຂົ້າເມືອງ ນະຄອນຫຼວງບາງກອກ ປະເທດໄທຍ ໄດ້ຖແລງຂ່າວ ການຈັບກຸມຊາວລາວຈໍານວນ 11 ຄົນໄດ້ຢູ່ແຂວງນະຄອນຣາຊສີມາ ໂດຍອາສັຍເສັ້ນທາງທັມມະຊາດຂ້າມໄປ ແຂວງມຸກດາຫານ ເພື່ອໄປຍັງນະຄອນຫຼວງບາງກອກ ຊຶ່ງມີຄົນໄທຍ ເປັນຜູ້ນໍາພາໄປສົ່ງ. ໃນກໍຣະນີດັ່ງກ່າວ ເຈົ້າໜ້າທີ່ ຕໍາຣວດກວດຄົນເຂົ້າເມືອງ ແຂວງມຸກດາຫານ ທ່ານນຶ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 11 ມິນາ ນີ້ວ່າ:
“ຮູ້ຢູ່, ເຮົາກໍາລັງຊອກຂໍ້ມູລຢູ່, ມັນມີຢູ່ເລື້ອຍໆ ພວກຫຼົບໜີເຂົ້າເມືອງ ຈັບໄດ້ຢູ່ເລື້ອຍໆ ອາຈມີຫຼຸດລອດໄປແດ່ ແລ້ວກໍໄປຖືກ ຈັບໃນຣະຫວ່າງທາງຍ່າງ ທີ່ເຫັນຂ່າວ ທີ່ໂຄຣາດ (ແຂວງນະຄອນຣາຊສີມາ) ເທົ່າທີ່ສືບສວນຄົນລາວ ທີ່ຈັບໄດ້ ເຂົາກໍໄປຫາ ວຽກເຮັດນີ້ແຫຼະ.”
ຄົນງານລາວຜູ້ນຶ່ງ ທີ່ໄປເຮັດວຽກຢູ່ປະເທດໄທຍ ແບບຖືກຕ້ອງຕາມກົດໝາຍເວົ້າວ່າ ສ່ວນຫຼາຍ ຄົນລາວເຂົ້າມາໄທຍ ກໍເພື່ອ ຊອກວຽກເຮັດງານທໍາ ຍ້ອນຢູ່ລາວຊອກວຽກເຮັດຍາກ, ດັ່ງຄົນງານຜູ້ນີ້ ເວົ້າວ່າ:
“ເພິ່ນເຂົ້າມາເຮັດວຽກນີ້ແຫຼະ ບ້ານເຂົາບໍ່ມີງານທໍາ ຄັນເວົ້າ ມັນກໍບໍ່ຄ່ອຍຖືກຕ້ອງຫັ່ນແຫຼະ ລັກລອບ ບໍ່ຄ່ອຍຖືກຕ້ອງຕາມກົດ ໝາຍບ້ານເມືອງຫັ້ນແຫຼະ ເຂົາມາກໍຕ້ອງໃຫ້ຖືກຕ້ອງ ຕາມກົດໝາຍ ຖ້າເຮົາເປັນຫຍັງຂຶ້ນມາ ເຂົາກໍຮັບຜິດຊອບໃຫ້.”
ຄົນງານອີກຄົນນຶ່ງ ທີ່ເຮັດວຽກຢູ່ໄທຍ ແບບຖືກຕ້ອງຕາມກົດໝາຍ ເວົ້າວ່າ ສາເຫດທີ່ຕ້ອງມາເຮັດວຽກຢູ່ໄທຍ ຍ້ອນວ່າ ຢູ່ລາວ ວຽກໜ້ອຍ ແລະອີກຢ່າງນຶ່ງ ຄ່າແຮງງານກໍໄດ້ໜ້ອຍ:
“ຄືຢູ່ລາວ ມັນບໍ່ມີວຽກເຮັດງານທໍາ ແລະ ເຂົາກໍມາເມືອງໄທຍ ລະກະບາດນີ້ກະ ຄ່າແຮງງານມັນກໍຖືກ.”
ຕໍ່ກໍຣະນີດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງ ປະຈໍາແຂວງນະຄອນຣາຊສີມາ ແລະ ຕໍາຣວດ ເມືອງທ່າລີ້ ແຂວງນະຄອນຣາຊສີມາ, ແຕ່ເຈົ້າໜ້າທີ່ທັງສອງທ່ານ ຍັງບໍ່ສະດວກໃຫ້ຂໍ້ມູລ ກັບຜູ້ສື່ຂ່າວຕື່ມ ນອກຈາກເຄີຍ ໄດ້ຣາຍງານໄປແລ້ວ ເມື່ອວັນທີ 10 ມິນາ ຜ່ານມາ.
ອີງຕາມການຣາຍງານຂອງ ສື່ທ້ອງຖິ່ນຢູ່ໄທຍ ເມື່ອວັນທີ 10 ມີນາ ປີ 2021 ທີ່ສໍານັກງານຕໍາຣວດກວດຄົນເຂົ້າເມືອງ ຢູ່ ບາງກອກ ຕໍາຣວດກວດຄົນເຂົ້າເມືອງຖແລງຂ່າວ ການຈັບກຸມຊາວລາວ 11 ຄົນ ທີ່ລັກລອບເຂົ້າປະເທດ ແບບຜິດກົດໝາຍ ໄດ້ທີ່ເມືອງທ່າລີ້ ແຂວງນະຄອນຣາຊສີມາ.
ໂດຍເຈົ້າໜ້າທີ່ຕໍາຣວດກວດຄົນເຂົ້າເມືອງ ແຂວງນະຄອນຣາຊສີມາ ໄດ້ຂໍ້ມູລຈາກແຫຼ່ງຂ່າວລັບ ວ່າຈະມີການລັກລອບ ນໍາຄົນ ງານຕ່າງດ້າວຜິດກົດໝາຍເຂົ້າມາ ຈາກຊາຍແດນ ປະເທດເພື່ອນບ້ານ ໂດຍໃຊ້ເສັ້ນທາງ ຜ່ານແຂວງນະຄອນຣາຊສີມາ ຈຶ່ງໄປ ປະສານຫາໜ່ວຍງານ ທີ່ກ່ຽວຂ້ອງເຝົ້າຣະວັງ ຕາມເສັ້ນທາງດັ່ງກ່າວ.
ຊຶ່ງການຈັບກຸມໃນຄັ້ງນີ້ ເຈົ້າໜ້າທີ່ຫຼາຍໜ່ວຍງານ ໄດ້ຕັ້ງດ່ານກວດ ຢູ່ບໍຣິເວນດ່ານກວດຣົດ ແລະເມື່ອມີຣົດຕ້ອງສົງສັຍສອງຄັນ ແລ່ນຜ່ານຈຶ່ງຂໍເຂົ້າກວດຄົ້ນ ແລະພົບວ່າມີ ຊາວລາວ ຮວມທັງໝົດ 11 ຄົນ ຢູ່ໃນຣົດທັງສອງຄັນ ຊຶ່ງມີຄົນໄທຍ ເປັນຜູ້ນໍາພາມາ.
ຈາກການສືບສວນ-ສອບສວນ ຄົນໄທຍສອງຄົນ ຮັບສາຣະພາບວ່າໄດ້ຮັບການວ່າຈ້າງ ຈາກຊາວລາວຜູ້ນຶ່ງ ຊື່ສາຄອນ ໃຫ້ມາ ຮັບຄົນຕ່າງດ້າວ ຈາກແຄມທາງຢູ່ເມືອງຕອນຈາກ ແຂວງມຸກດາຫານ ເພື່ອໄປສົ່ງທີ່ນະຄອນຫຼວງບາງກອກ ໂດຍໄດ້ຮັບຄ່າຈ້າງ ຈໍານວນ 3,000 ບາດ ເຈົ້າໜ້າທີ່ຊຸດຈັບກຸມ ຈຶ່ງໄດ້ແຈ້ງຂໍ້ຫາ ແກ່ຄົນໄທຍທັງສອງຄົນຄື: ຊຸກເຊື່ອງ ຫຼືຊ່ອຍເຫຼືອດ້ວຍປະການ ໃດໆເພື່ອໃຫ້ຄົນຕ່າງດ້າວ ພົ້ນຈາກການຈັບກຸມ. ສ່ວນຊາວລາວທັງ 11 ຄົນ ໄດ້ແຈ້ງຂໍ້ຫາ ຄື: ເປັນບຸກຄົນຕ່າງດ້າວເດີນທາງ ເຂົ້າມາ ແລະ ຢູ່ຣາຊອານາຈັກ ໂດຍບໍ່ໄດ້ຮັບ ອະນຸຍາດ.
ອີງຕາມການຣາຍງານຂອງສື່ທ້ອງຖິ່ນຢູ່ໄທຍ ໃຫ້ຮູ້ວ່າຕັ້ງແຕ່ວັນທີ 15 ມິຖຸນາ ປີ 2020 ຫາ ວັນທີ 9 ເດືອນກັນຍາປີ 2020 ມີ ສະຖິຕິ ການຈັບກຸມຊາວລາວ ທີ່ລັກເຂົ້າປະເທດໄທຍ ແບບຜິດກົດໝາຍ ເຖິງ 799 ຄົນ.