ຕໍາຣວດໄທຍຈັບຄົນລາວ ໄດ້ອີກ 69 ຄົນ

ສຸພັດຕາ
2020.12.08
ຕໍາຣວດໄທຍຈັບຄົນລາວ ໄດ້ອີກ 69 ຄົນ ຄົນງານລາວ ທີ່ຖືກເຈົ້າໜ້າທີ່ຕໍາຣວດໄທຍ ຈັບໄດ້ໃນເຂດ ເມືອງໂຂງຈຽມ, ແຂວງອຸບົນຣາຊທານີ
ເຟສບຸກ ນັກຂ່າວອຸບົນ

ເຈົ້າໜ້າທີ່ຕໍາຣວດໄທຍ ຈັບ ຊາວລາວໄດ້ 58 ຄົນ ທີ່ ລັກລອບເຂົ້າໄທຍ ຜິດກົດໝາຍ ຢູ່ທີ່ ຣີສອດ ແຫ່ງນຶ່ງ ໃນເມືອງໂຂງຈຽມ, ແຂວງອຸບົນຣາຊທານີ ໃນເບື້ອງຕົ້ນ ໄດ້ຮູ້ວ່າ ທັງໝົດ ລັກເຂົ້າມາໄທຍ ເພື່ອມາຊອກຫາວຽກເຮັດວຽກງານທໍາ ຊຶ່ງໃນມື້ນີ້ພວກກ່ຽວ ຍັງຖືກກັກໂຕເພື່ອສືບສວນອີກຢູ່, ດັ່ງເຈົ້າໜ້າທີ່ຕໍາຣວດເມືອງໂຂງຈຽມ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ທັນວາ ນີ້ວ່າ:

“ຈາກລາວ ລັກລອບເຂົ້າມາໃນປະເທດໄທຍ ຈັບໄດ້ຢູ່ຣີສອດ ກໍຈະມີຣົດຕູ້ຄັນນຶ່ງລໍຖ້າຮັບ ແລ້ວກໍມີຣົດກະບະ 2 ຄັນ ແຈ້ງໄປແລ້ວ ເປັນບຸກຄົນຕ່າງດ້າວ ຫຼົບໜີເຂົ້າເມືອງ ໂດຍບໍ່ໄດ້ຮັບອະນຸຍາດ ມາຫາວຽກເຮັດ ຍັງສອບສວນກັນຢູ່ເນາະ.”

ທ່ານກ່າວຕື່ມວ່າ ການຈັບໃນມື້ນັ້ນ ຊາວລາວທັງໝົດ ໄດ້ຫຼົບໜີເຂົ້າໄປລີ້ ຢູ່ໃນຫ້ອງພັກ ຂອງ ຣີສອດ ດັ່ງກ່າວ, ແຕ່ຍັງບໍ່ຮູ້ ຣາຍຣະອຽດ ຄັກແນ່ ວ່າແມ່ນໃຜເປັນຄົນເຊົ່າຫ້ອງພັກ ແລະ ອອກຄ່າໃຊ້ຈ່າຍໃຫ້ ຊຶ່ງ ກໍາລັງສອບສວນຕໍ່ໄປຕື່ມຢູ່.

ເຈົ້າໜ້າທີ່ ໜ່ວຍເຮືອຮັກສາ ຄວາມສງົບຮຽບຮ້ອຍ ຕາມລໍາແມ່ນໍ້າຂອງ ຫຼື (ນຣຂ) ແຂວງອຸບົນຣາຊທານີ ທ່ານນຶ່ງ ກ່າວວ່າ ການຈັບກຸມເກີດຂຶ້ນ ເມື່ອວັນທີ 7 ທັນວາ ເວລາ ປະມານ 5 ໂມງເຊົ້າ ໂດຍຈັບຊາວລາວໄດ້ ທັງໝົດ 58 ຄົນ ຊຶ່ງ ເປັນຊາຍ 27 ຄົນ ແລະ ເປັນຍິງ 31 ຄົນ ແລະ ມີຄົນຂັບຣົດ ເປັນຊາວໄທຍ ອີກ 1 ຄົນ ທີ່ຊ່ອຍເຫຼືອຊາວລາວ ຈໍານວນດັ່ງກ່າວ ຊຶ່ງມີການ ຮຽກເກັບເງິນ ເປັນຣາຍບຸກຄົນ, ດັ່ງທ່ານກ່າວວ່າ:

“ຕອນ 5 ໂມງເຊົ້າ ມີ 58 ຄົນ, ຊາຍ 27, ເປັນຍິງ 31 ຄົນ. ຄົນໄທຍ 1 ຄົນ ເປັນຄົນຂັບຣົດ ເປັນຄົນນໍາພາຜ່ານດ່ານ ດ້ວຍວິທີອັນໃດ ກໍຕາມ ອາຈເປັນຄົນລະ.”

ຄົນງານລາວ ຜູ້ນຶ່ງ ຊຶ່ງເຄີຍເຂົ້າມາເຮັດວຽກ ຢູ່ປະເທດໄທຍ ກ່າວວ່າ ຢູ່ລາວຊອກວຽກເຮັດຍາກ ຄ່າແຮງງານກໍໜ້ອຍ ສ່ວນຄ່າ ຄອງຊີບ ຊໍ້າຜັດສູງ ຖ້າທຽບກັບໄທຍແລ້ວ ຄ່າແຮງງານຢູ່ໄທຍ ແມ່ນໃຫ້ຫຼາຍກວ່າ ຫາກຮູ້ຈັກເກັບອອມເງິນ ກໍສາມາດສົ່ງເງິນໃຫ້ ຄອບຄົວໄດ້ຫຼາຍ:

“ຫາວຽກງານມັນກໍຍາກຫັ້ນແຫຼະ ຄ່າແຮງງານຂັ້ນຕໍ່າ ມັນກໍໜ້ອຍຢູ່ແລ້ວ ແລະ ຄ່າຄອງຊີບມັນແພງ ມັນກໍຢູ່ກັນລໍາບາກແຫຼະ ຄືໄດ້ເຮັດງານຢູ່ໄທຍ ມັນກໍເວົ້າເຣື່ອງຄ່າຄອງຊີບ ປະຢັດໄດ້ ມັນກໍເອົາເງິນມາຈ່າຍຢູ່ນີ້ ມັນກໍມີມູນຄ່າເດ້ ມັນກໍເລີຍໄປຫາງານຢູ່ໄທຍ ທາງຣັຖບານປະກາດຢູ່ ບໍ່ໃຫ້ໄປ ບໍ່ໃຫ້ນັ້ນໃຫ້ນີ້ ແຕ່ວ່າເຈົ້າ ບໍ່ຫາງານໃຫ້ເຂົາເຮັດ.”

ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນຢູ່ໄທຍ ເມື່ອວັນທີ 7 ທັນວາ ນີ້ຣາຍງານໃຫ້ຮູ້ວ່າ ເມື່ອ ເວລາ 5 ໂມງເຊົ້າ ຂອງມື້ດຽວກັນ ໜ່ວຍເຮືອຮັກສາຄວາມສງົບຮຽບຮ້ອຍ ຕາມລໍາ ແມ່ນໍ້າຂອງ ຫຼື (ນຣຂ) ແຂວງອຸບົນຣາຊທານີ ຮ່ວມກັບໜ່ວຍງານ ທີ່ກ່ຽວຂ້ອງ ຈັບຊາວລາວໄດ້ 58 ຄົນ ທີ່ລັກລອບເຂົ້າເມືອງ ຜິດກົດໝາຍ ຢູ່ທີ່ຣີສອດແຫ່ງນຶ່ງ ໃນເມືອງໂຂງຈຽມ ແຂວງອຸບົນຣາຊທານີ ເປັນຊາຍ 27 ຄົນ ແລະເປັນຍິງ 31 ຄົນ ແລະ ກັກໂຕຄົນໄທຍ ທີ່ ເປັນຄົນຂັບຣົດໄດ້ 1 ຄົນ ພ້ອມທັງຍຶດຣົດຕູ້ໄວ້ໄດ້ 3 ຄັນ.

ນອກຈາກເຈົ້າທີ່ຕໍາຣວດໄທຍ ແຂວງອຸບົນຣາຊທານີ ຈັບຊາວລາວ ໄດ້ 58 ຄົນແລ້ວນັ້ນ ໃນມື້ດຽວກັນນີ້ ເຈົ້າໜ້າທີ່ຕໍາຣວດ ແຂວງມຸກດາຫານ ກໍຈັບຊາວລາວ ທີ່ລັກລອບເຂົ້າໄທຍ ໄດ້ 8 ຄົນ ຢູ່ແຄມຝັ່ງນໍ້າຂອງ ໃນເທສບານເມືອງ ມຸກດາຫານ, ດັ່ງເຈົ້າໜ້າທີ່ໜ່ວຍເຮືອ ນຣຂ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 7 ທັນວາ ນີ້ວ່າ:

“ເຮົາລາດຕະເວນຕາມປົກກະຕິ ຂອງພາຣະກິຈອອກໄປລາດຕະເວນ ເຮົາກໍໄປເຫັນບໍຣິເວນແຄມຝັ່ງແມ່ນໍ້າຂອງ ໃນເທສບານເມືອງ ແຂວງມຸກດາຫານ ລັກລອບໂດຍເຮືອ ເປັນຊາຍ 3, ຍິງ 5 ລັກລອບເຂົ້າມາເຮັດວຽກ ຈັບໄດ້ແລ້ວສົ່ງໃຫ້ ຕມ (ຕໍາຣວດກວດຄົນ ເຂົ້າເມືອງ) ແຂວງມຸກດາຫານ ເພື່ອດໍາເນີນການ ຕາມກົດໝາຍຕໍ່ໄປ ແຈ້ງຂໍ້ກ່າວຫາ ລັກລອບເຂົ້າໂດຍ ຜິດກົດໝາຍ.”

ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແຂວງມຸກດາຫານ ທ່ານນຶ່ງກ່າວວ່າ ໃນມື້ທີ່ຈັບຊາວລາວໄດ້ 8 ຄົນ ນັ້ນມີຜູ້ໃຫຍ່ 7 ຄົນ ແລະ ເດັກນ້ອຍ 1 ຄົນ ແລະທັງໝົດທີ່ຈັບໄດ້ ແມ່ນຢູ່ໃນ ຣະຫວ່າງກັກໂຕ ແລະ ລໍຖ້າດໍາເນີນຄະດີ ຢູ່ທີ່ດ່ານກວດຄົນເຂົ້າເມືອງ ແຂວງມຸກດາຫານ, ດັ່ງທ່ານ ກ່າວວ່າ:

“ຜູ້ໃຫຍ່ 7, ເດັກນ້ອຍນີ່ ຕັດອອກ ກໍຈະກັກຕົວ 15 ມື້ ເມື່ອຄະດີອິຫຍັງຕ່າງໆ ສໍາເຣັດແລ້ວ ຈຶ່ງຍື່ນເຣື່ອງໄປ ສປປ ລາວ ກໍຄື ຜັກດັນກັບເນາະ.”

ເຈົ້າໜ້າທີ່ ທ່ານນຶ່ງ ຢູ່ແຂວງຈໍາປາສັກ ກ່າວວ່າ ສໍາລັບຊາວລາວ ທີ່ລັກລອບເຂົ້າໄປໄທຍ ຜິດກົດໝາຍນັ້ນ ເມື່ອຖືກສົ່ງໂຕ ກັບມາລາວ ກໍຈະມີແຕ່ກັກໂຕ 14 ມື້ ເພື່ອເຝົ້າຣະວັງ ການແຜ່ຣະບາດຂອງເຊື້ອໄວຣັສ ໂຄວິດ-19 ເທົ່ານັ້ນ ບໍ່ໄດ້ດໍາເນີນຄະດີ ແຕ່ຢ່າງໃດ, ຊຶ່ງໃນປັດຈຸບັນ ທາງການລາວ ຍັງຄົງປະກາດຄືເກົ່າຢູ່ ຄືບໍ່ອະນຸຍາດໃຫ້ ຄົນງານລາວ ຂ້າມໄປເຮັດວຽກ ຢູ່ປະເທດ, ດັ່ງທີ່ທ່ານກ່າວວ່າ:

“ກໍກັກໂຕຖ້າຜົລກວດ 14 ມື້ ກວດເຊື້ອຫັ້ນແຫຼະ ຍັງເພາະວ່າ ຄະນະສະເພາະກິຈຂັ້ນສູນກາງ ຍັງບໍ່ອະນຸຍາດ ໃຫ້ແຮງງານລາວ ໄປໄດ້.”

ອີງຕາມການຣາຍງານ ຂອງ ສື່ທ້ອງຖິ່ນຢູ່ໄທຍ ໃນມື້ວັນທີ 8 ທັນວາ 2020 ນີ້ ເມື່ອເວລາ 6 ໂມງເຊົ້າ ເຈົ້າໜ້າທີ່ຫຼາຍພາກສ່ວນ ຈັບຍິງສາວ ຊາວລາວ ໄດ້ 3 ຄົນ ຊື່ງມາຈາກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ລັກລອບເຂົ້າມາໄທຍ ຜິດກົດໝາຍ ຖືກຈັບໄດ້ ທີ່ເມືອງສັງຄົມ ແຂວງໜອງຄາຍ ແລະ ຖືກນໍາໂຕໄປກວດເຊື້ອ ໂຄວິດ-19 ພ້ອມທັງຖືກ ດໍາເນີນຄະດີ ຂໍ້ຫາລັກລອບ ເຂົ້າເມືອງແບບຜິດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.