ຊາວລາວຂໍຮ້ອງຜູ້ນຳໃໝ່ ແກ້ໄຂ ສິ່ງບໍ່ເປັນທັມ
2021.01.29

ປະຊາຊົນລາວຮຽກຮ້ອງ ໃຫ້ທ່ານໃດກໍຕາມທີ່ກຳລັງ ຈະຂຶ້ນເປັນຜູ້ນໍາສູງສຸດຂອງຣັຖບານ ຊຸດຕໍ່ໄປຂໍໃຫ້ແກ້ໄຂ ຂໍ້ຂັດແຍ່ງ ໃຫ້ ປະຊາຊົນໄດ້ຮັບຄວາມເປັນທັມ. ທັງເຣື່ອງທີ່ດິນ, ຄ່າແຮງງານ, ປາບການສໍ້ຣາດບັງຫຼວງ, ແລະ ການຍາດແຍ່ງອາຊີບເປັນຕົ້ນ. ດັ່ງປະຊາຊົນແຂວງເຊກອງ ໄດ້ກ່າວຕໍ່ເອເຊັຽເສຣີເມື່ອວັນທີ 25 ມົກກະຣາ 2021 ວ່າຕ້ອງການໃຫ້ຣັຖບານ ຈັດສັນທີ່ດິນທໍາກິນ ໃຫ້. ເພາະວ່າດິນປັຈຈຸບັນ ທີ່ຊາວບ້ານໃຊ້ທໍາມາຫາກິນ ທາງການ ອ້າງວ່າແມ່ນເຂດປ່າສງວນຂອງແຂວງ.
"ເມື່ອກ່ອນເວົ້າລວມແລ້ວມັນກະເປັນເຂດປ່າສງວນເປັນປ່າເປັນດົງ, ແນວວ່າບາດນີ້ພໍ່ແມ່ປະຊາຊົນ ມັນບໍ່ດິນທໍາມາຫາກິນ ທີ່ດິນ ທີ່ພໍ່ແມ່ປະຊາຊົນ ມີມາແຕ່ກ່ອນ ກໍຖືກເຂົາເຈົ້າເອົາ ໄປໃຫ້ຄົນວຽດນາມ ສັມປະທານ ປູກຢາງພາລາ ເຂົາເຈົ້າບໍ່ມີໝ້ອງເຮັດກະເລີຍ ຍ້າຍໄປເຮັດຢູ່ປ່າສງວນ ມັນບໍ່ມີທີດິນ ທີ່ດິນເຂົາເຈົ້າຖືກຢຶດ ໄປແລ້ວເດ້. ມັນບໍ່ມີໝ້ອງເຮັດ ເຂົາກະໄປເຮັດໝ້ອງໃໝ່ ມັນຖືກ ປ່າສງວນ ກະບໍ່ຮູ້ຈັກຊິວ່າ ກະເຮັດເລີຍຫັ້ນແຫຼະ."
ສ່ວນປະຊາຊົນເມືອງນອງ ແຂວງສວັນນະເຂດ ໄດ້ກ່າວວ່າຖືກ ບໍຣິສັດສຸກຮຸ່ງເຮືອງ ຂອງວຽດນາມ ມາສັມປະທານທີ່ດິນປູກ້ວຍ ສົ່ງອອກ ໂດຍດິນທີ່ສັມປະທານໄປນັ້ນໄດ້ຈ່າຍ ຄ່າຊົດເຊີຍຣາຄາບໍ່ເໝາະສົມ. ນອກຈາກນີ້ເຈົ້າໜ້າທີ່ສວນກ້ວຍ ຍັງມີບັນຫາ ກັບປະຊາຊົນເຂດນັ້ນ. ຜ່ານມາປະຊາຊົນໄດ້ເຂົ້າຫາ ການຈັດຕັ້ງເພື່ອໃ ຫ້ແກ້ໄຂແຕ່ແລ້ວກໍມິດງຽບໄປ.
"ກະຢາກຂຶ້ນສະພາ ແຕ່ບໍ່ຮູ້ທາງສະພາ ຈັກຊິໄປທາງໃດ ບໍ່ຮູ້ເຮົາບໍ່ຮູ້ເລີຍເດ້ມີແຕ່ຢູ່ລ້າໆ ແນວນີ້ລະ. ບໍ່ຮູ້ກະແບບວ່າຣະດັບ ພວກຂ້ອຍມັນບໍ່ມີຫັ້ນນ່າ ບໍ່ມີທາງເລືອກແລ້ວ."
ການສໍ້ຣາດບັງຫຼວງ ທີ່ປະຊາຊົນໄດ້ຮັບຊາບ ຜ່ານການຣາຍງານ ຂອງກອງປະຊຸມສະພາ. ສ່ວນຂ່າວການປາບປາມການສໍ້ຣາດ ບັງຫຼວງ ນັ້ນບໍ່ມີການຣາຍງານ. ເຖິງມີຣາຍງານແຕ່ ກໍ່ເປັນພະນັກງານຊັ້ນຜູ້ນ້ອຍ. ສ່ວນຣະດັບສູງນັ້ນພຽງແຕ່ ຍ້າຍອອກໄປ. ຕໍ່ກໍຣະນີ້ ປະຊາຊົນທ່ານນຶ່ງ ໄດ້ໃຫ້ຄວາມເຫັນວ່າ ໃຜຂຶ້ນມາກໍອັນດຽວກັນ ປາບປາມສໍ້ຣາດບັງຫຼວງ ບໍ່ໄດ້.
"ແມ່ນໃຜຂື້ນມາກໍແລ້ວແຕ່, ຂົ້ວອັນດຽວກັນຂົ້ວອັນເກົ່າ ຣະບອບອັນດຽວກັນເດີນຕາມພັກ, ເດີນຕາມພັກຢ່າງດຽວ ຈັກຜິດຈັກຖືກ ເດີນຕາມພັກຢ່າງດຽວ ການສໍ້ຣາດບັງຫຼວງ ຄື; ກາ ກົດໜ່ວງຖ່ວງດຶງ ຂອງປະເທດຊາດ. ຫຼືວ່າພັກ-ຣັຖ ມີການກະທໍາຜິດຫຼາຍໆ ແລ້ວບໍ່ມີການປາບປາມ ບໍ່ມີການບັງຄັບໃຊ້ກົົດໝາຍ ໃຫ້ມັນເຄັ່ງຂັດ ມັນກະຊິເກີດ ໃນລັກສນະ ແບບນີ້ລະ."
ອາດີດ ສະມາຊິກສະພາແຫ່ງຊາດ ທ່ານນຶ່ງໄດ້ໃຫ້ຄວາມເຫັນວ່າ, ເຖິງວ່າອົງການຕ້ານການສໍ້ຣາດບັງຫຼວງ ໄດ້ຣາຍງານວ່າການ ສວຍໃຊ້ຖານະຕໍາແໜ່ງ, ສິດອຳນາດ, ໜ້າທີ່. ການໃຫ້ ແລະຮັບສິນບົນ, ການສໍ້ໂກງແມ່ນກວດພົບມາ ໂດຍຕລອດແຕ່ກໍດຳເນີນ ຄະດີໄດ້ພຽງບາງສ່ວນ. ຖ້າທຽບໃສ່ການສໍ້ຣາດບັງຫຼວງ ທີ່ເສັຽຫາຍໄປນັ້ນຍັງ ບໍ່ຮອດເຄິ່ງນຶ່ງ.
ບັນຫາຄ່າຊົດເຊີຍ ບໍ່ວ່າຈະເປັນໂຄງການສ້າງ ເຂື່ອນ, ບໍ່ແຮ່, ທາງຣົດໄຟ ລາວ-ຈີນ, ທາງດ່ວນ ກໍ່ເປັນບັນຫາທີ່ຣັຖບານກຳລັງ ປະເຊີນກັບຄວາມຫຍຸ້ງຍາກ ໃນການຈ່າຍຄ່າຊົດເຊີຍ ດັ່ງໂຄງການທາງຣົດໄຟ ລາວ-ຈີນ ຈົນມາເຖິງປັຈຈຸບັນ ຄ່າຊົດເຊີຍຍັງຄ້າງ ຈ່າຍປະຊາຊົນ ຜູ້ທີ່ຖືກແລວທາງ ການກໍ່ສ້າງ. ດັ່ງປະຊາຊົນ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ກ່າວວ່າ:
"ກະທົບດິນໄຮ່່ດິນສວນ ກະແມ່ນເຂົານັ້ນດຸດທາງ ດິນຕອນນີ້ຍັງບໍ່ທັນໄດ້ແກ້ໄຂ ເທື່ອນ່າ. ທາງການມາເອົາຂໍ້ມູນຊື່ໆ ຍັງບໍ່ໄດ້ແກ້ໄຂ ດຽວນີ້ເຂົາກາຍັງບໍ່ທັນໄດ້ ຊ່ອຍເທື່ອນ່າ."
ນັກວິຊາການດ້ານອາຊຽນ ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າອຳນາດໃນລາວ ທີ່ແທ້ຈິງແມ່ນ ພັກປະຊາຊົນ ປະຕິວັດລາວ ເຊິ່ງເປັນຜູ້ ກຳນົດຍຸທສາດ ຂອງປະເທດ. ເຖີງຈະມີສະມາຊິກ ສະພາ ແຕ່ສ່ວນຫຼາຍສະມາຊິກສະພາ ເປັນພະນັກງານຣັຖ ທັງເປັນສະມາຊິກພັກ ສ່ວນທີ່ມາຈາກ ນັກທຸຣະກິຈ ຫຼື ປະຊາຊົນ ທົ່ວໄປເກືອບວ່າບໍ່ມີ.
ດັ່ງການເລືອກຕັ້ງຄະນະບໍຣິຫານງານ ສູນກາງພັກ ທີ່ຜ່ານມາ ກໍໄດ້ເຫັນແລ້ວວ່າ ໂຄງຮ່າງ ການຈັດຕັ້ງຂອງພັກ ປະຊາຊົນ ປະຕິດວັດລາວ ເກືອບວ່າບໍ່ມີຫຍັງປ່ຽນແປງ, ການນຳກໍຍັງວົນວຽນຢູ່ກັບກຸ່ມເດີມ. ດັ່ງເຊື້ອສາຍ ຄຳໄຕ ສີພັນດອນ, ເຊື້ອສາຍ ໄກສອນ ພົມວິຫານ ຍົກເວັ້ນພຽງເຊື້ອສາຍ ຂອງ ສຸພານຸວົງ ເຊີ່ງເປັນເຊື້ອເຈົ້າ ບໍ່ຖືກຈັດຢູ່ຄະນະບໍຣິຫານ ງານສູນກາງພັກ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ໃນເດືອນກຸມພາ ຈະມາເຖິງນີ້, ນັກວິຊາການຄາດວ່າ ທ່ານ ທອງລຸນ ສີສຸລິດ ເປັນ ປະທານປະເທດ ແລະ ທ່ານ ສອນໄຊ ສີພັນດອນ ເປັນນາຍົກ ຣັຖມົນຕຼີ.
ແນວໃດກໍ່ຕາມ ການປົກຄອງຂອງລາວ ຍັງມີອຳນາດຮວມສູນຢູ່ ທີ່ພັກປະຊາຊົນປະຕິວັດລາວ. ບັນດາຜູ້ນໍາທີ່ກະສຽນໄປແລ້ວ ກໍຍັງມີອິດທິພົລ ທາງການເມືອງ. ໂດຍສະເພາະ ການກຳນົດຕຳແໜ່ງ ຂອງພັກ, ດັ່ງ ລູກຂອງ ທ່ານ ຄຳໄຕ ສີພັນດອນ ເຊັ່ນ; ສອນໄຊ ສີພັນດອນ ກຽມຂຶ້ນເປັນນາຍົກ, ຍານາງ ວຽງທອງ ສີພັນດອນ ຄອງຕຳແໜ່ງ ກວດກາຄະນະກວດສອບຣັຖບານ, ວຽງສວັດ ສີພັນດອນ ລໍຖ້າຂຶ້ນຕຳແໜ່ງ ຣັຖມົນຕຼີ ກະຊວງໂຍທາທິການ ແລະ ຂົນສົ່ງ ອາດສະພັງທອງ ສີພັນດອນ ຖ້າຂຶ້ນເປັນ ເຈົ້າຄອງນະຄອນຫຼວງວຽງຈັນ.
ສ່ວນລູກຂອງ ທ່ານ ໄກສອນ ພົມວິຫານ ດັ່ງ ທ່ານ ໄຊສົມພອນ ພົມວິຫານ ຂຶ້ນເປັນປະທານ ສະພາແຫ່ງຊາດ ພາຍຫຼັງມີການ ຈັດເລືອກຕັ້ງ ວັນທີ 21 ກຸມພາ 2021. ສ່ວນ ສັນຕິພາບ ພົມວິຫານ ຍັງຄົງເປັນເຈົ້າແຂວງ ສວັນນະເຂດ ແລະ ທອງສະຫວັນ ພົມວິຫານ ລໍຖ້າຂຶ້ນເປັນຣັຖມົນຕຼີກະຊວງ ການຕ່າງປະເທດ. ສ່ວນ ລູກຂອງ ທ່ານ ສຸພານຸວົງ ຫລຸດຈາກອຳນາດ ທັງໝົດຍ້ອນວ່າ ເປັນເຊື້ອເຈົ້າ ກໍ່ເຫຼືອພຽງແຕ່ ສະມາຊິກ ສະພາແຫ່ງຊາດ.
ຄະນະກັມມະການເລືອກຕັ້ງຣະດັບຊາດ ໄດ້ອອກມະຕິວ່າດ້ວຍ ການປະກາດ ຈຳນວນຜູ້ມີສິດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະພາປະຊາຊົນ ຂັ້ນແຂວງຊຸດທີ 2 ເມື່ອວັນທີ 27 ມົກຣາ ປີ 2021 ວ່າຈຳນວນຜູ້ມີສິດປ່ອນບັດ ເລືອກຕັ້ງທັງໝົດ 4.2 ລ້ານຄົນ. ໂດຍກຳນົດເປັນ18 ເຂດ ເລືອກຕັ້ງ. ໃນນີ້ນະຄອນຫຼວງວຽງຈັນ ເຂດ 1 ມີຜູ້ມີສິດ ປ່ອນບັດເລືອກຕັ້ງ ຫຼາຍກວ່າໝູ່ ຈຳນວນ 6,2 ແສນປາຍຄົນ, ຮອງລົງມາເຂດ 13 ແຂວງສວັນນະເຂດ 5,3 ແສນປາຍຄົນ, ອັນດັບ 3 ເຂດ 15 ແຂວງຈຳປາສັກ 4.8 ແສນປາຍ ຄົນ.
ສ່ວນເຂດທີ່ມີຜູ້ປ່ອນບັດນ້ອຍ ທີ່ສຸດໄດ້ແກ່ ເຂດ 18 ແຂວງໄຊສົມບູນ 60 ພັນ ປາຍຄົນ ແລະ ສະມາຊິກສະພາແຫ່ງຊາດ ຈາກ 18 ແຂວງ ທີ່ຈະໄດ້ຖືກເລືອກ ເຂົ້າສະພາທັງໝົດ 149 ທ່ານ. ໃນນັ້ນ ແຂວງສວັນນະເຂດ ໄດ້ໂຄຕ້າ ສສຊ 19 ທ່ານ ເປັນເຂດ ທີ່ໄດ້ ສສຊ ຫຼາຍກວ່າໝູ່. ຮອງລົງມານະຄອນຫຼວງ ວຽງຈັນ ເລືອກໄດ້ ສສຊ 17 ທ່ານ, ແຂວງຈຳປາສັກ 14 ທ່ານ ແລະ ແຂວງຫຼວງພຣະບາງ ຕາມລຳດັບ.