ຊາວລາວ 16 ຄົນລັກລອບ ເຂົ້າໄທຍ ຖືກຈັບ

ອຸ່ນແກ້ວ ສຸກສະຫວັນ
2021.04.15
ຊາວລາວ 16 ຄົນລັກລອບ ເຂົ້າໄທຍ ຖືກຈັບ ເຈົ້າໜ້າທີ່ໄທຍ ຖແລງຂ່າວ ຈັບຊາວລາວ 16 ຄົນ ທີ່ລັກລອບເຂົ້າ ປະເທດໄທຍ ແລະ ຄົນໄທຍ 2 ຄົນ ເປັນຜູ້ໃຫ້ຄວາມສະດວກ ເຂົ້າໄປທາງ ແຂວງມຸກດາຫານ.
ພາບປະກອບຂ່າວ: Siam police

ໃນວັນທີ 14 ເມສາ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ໄທຍ ໄດ້ຖະແຫຼງຂ່າວ ຈັບຊາວລາວ 16 ຄົນ ທີ່ລັກລອບເຂົ້າປະເທດໄທຍ ແລະ ຄົນໄທຍ 2 ຄົນ ທີ່ເປັນຜູ້ອຳນວຍ ຄວາມສະດວກ ໃຫ້ຄົນລາວເຂົ້າໄປ ແຂວງມຸກດາຫານ, ແລະ ເຈົ້າໜ້າທີ່ໄທຍ ໄດ້ດຳເນີນການ ຕາມກົດໝາຍ ເພື່ອສົ່ງບຸກຄົນເຫຼົ່ານັ້ນ ກັບຄືນປະເທດລາວ. ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແຂວງມຸກດາຫານ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 15 ເມສາ ວ່າ:

"ຈັບເມື່ອ 2-3 ອາທິດ ທີ່ຜ່ານມາແລ້ວ ກາງເດືອນມິນາ ແຕ່ຫາກໍ່ຖແລງຂ່າວ ຄົນໄທຍ ທີ່ເຮົາຈັບໄດ້ ເຮົາສົ່ງດຳເນີນຄະດີໄປຂໍ້ຫາ ເຊື່ອງຊ້ອນນຳພາ ແຕ່ວ່າຄົນລາວນີ້ ເຮົາກໍຜັກດັນ ໄປຕາມລະບຽບຢູ່ແລ້ວ ກໍເປັນຄະດີ ຫຼົບໜີເຂົ້າເມືອງ ຂ້າມທາງຊ່ອງທາງ ທັມມະຊາດ ຈັບໄດ້ຫຼາຍ ກໍຣະນີແລ້ວ."

ເຈົ້າໜ້າທີ່ໄທຍ ທ່ານນີ້ ກ່າວຕື່ມອີກວ່າ ໃນຄັ້ງນີ້ ຄົນລາວທັງໝົດ ພາກັນລັກຂ້າມມາເທື່ອລະ 4-5 ຄົນ ແລະໄປລີ້ຢູ່ໃນເຮືອນພັກ ແລະ ໃນເວລາທີ່ມາຄົບແລ້ວ ກໍມີຄົນຂັບຣົດຕູ້ ທີ່ເປັນຄົນໄທຍມາຮັບ ຊຶ່ງເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ພາກັນຕິດຕາມ ຄົນຂັບລົດຕູ້ນີ້ ມາດົນແລ້ວ ແລະ ໃນຂນະທີ່ມາຮັບຄົນລາວ ເຈົ້າໜ້າທີ່ກໍສະແດງໂຕ ເຂົ້າຈັບກຸມ.

ຕໍ່ບັນຫາດັ່ງກ່າວ ເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ດ່ານກວດຄົນເຂົ້າເມືອງຂອງລາວ ແລະ ຜແນກຕ່າງປະເທດ ຢູ່ແຂວງສວັນ ນະເຂດ ແຕ່ບໍ່ສາມາດຕິດຕໍ່ໄດ້. ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ແຂວງສວັນນະເຂດ ກ່າວວ່າ ຕໍ່ກໍຣະນີດັ່ງກ່າວ ທາງການໄທຍ ຍັງບໍ່ໄດ້ປະສານເຂົ້າມາ ແຕ່ໂດຍປົກກະຕິແລ້ວ ເວລາຄົນລາວຖືກຈັບ ຢູ່ຕ່າງປະເທດ ແລະ ສົ່ງຕົວກັບມາ ກໍຈະຕ້ອງຖືກກັກໂຕ ເພື່ອກວດໂຄວິດ ແລະມີການສຶກສາອົບຮົມ ເພື່ອບໍ່ໃຫ້ໄປອີກ.

"ຍັງບໍ່ເຫັນ ຍັງບໍ່ເຫັນ ມີການປະສານຫາແນວໃດ ພາຍຫຼັງທີ່ທາງໄທຍ ດຳເນີນການແລ້ວ ສົ່ງກັບມາຊ້ວງໂຄວິດ ເພິ່ນຊິເອົາເຂົ້າສູນ ກັກກັນ ແລະ ກໍດຳເນີນການສືບສວນ ສອບສວນ ຫາສາເຫດທີ່ໄປ ທີ່ມາ ຖ້າຫາກວ່າ ເປັນການລັກລອບໄປທຳງານເສີຍໆ ນີ້ກໍຊິ ມີການມາຮັບປະກັນ ສຶກສາອົບຮົມ ບໍ່ໃຫ້ໄປອີກ."

ຄົນງານລາວ ທີ່ເຮັດວຽກຢູ່ໄທຍ ກ່າວວ່າ ສາເຫດທີ່ຕ້ອງເຮັດວຽກຢູ່ໄທຍ ຍ້ອນວ່າ ຢູ່ລາວຫາວຽກຍາກ ແລະລາຍໄດ້ບໍ່ດີເທົ່າຢູ່ໄທຍ ຈຶ່ງມີປະກົດການ ຄົນລາວລັກມາເຮັດວຽກຢູ່ໄທຍ ຫຼາຍເຖິງວ່າ ຈະມີການເຂັ້ມງວດກວດກາ ຕາມຊາຍແດນກໍຕາມ.

“ຢູ່ບ້ານເຮົາລາຍໄດ້ ມັນກໍບໍ່ຫຼາຍ ກໍເລີຍມາທຳງານຢູ່ຝັ່ງໄທຍນີ້ລະ ກໍດີຫຼາຍຢູ່ບ້ານເຮົາຢູ່ ມັນກໍພໍໄດ້ກິນໄດ້ໃຊ້ຢູ່ ຢູ່ບ້ານເຮົາຊິມີງານ ຢູ່ແຕ່ວ່າ ມັນກໍບໍ່ມີທຸກວັນຫັ້ນນ່າ ບໍ່ມີລາຍໄດ້ ທຸກວັນ. ຢູ່ນີ້ຍັງໄດ້ທຳງານ ກັບໂຮງງານ ກັບເຖົ້າແກ່ ເຮົາກໍໄດ້ທຸກວັນ ມັນກໍພໍກິນ ພໍໃຊ້ຫັ້ນລະ."

ສື່ມວລຊົນໄທຍ ໄດ້ລາຍງານ ໃນວັນທີ 14 ເມສາ 2021 ວ່າ ຕຳຣວດແຂວງມຸກດາຫານ ໄດ້ຈັບໂຕຄົນໄທຍ 2 ຄົນ ໃນຂໍ້ຫາ “ຮ່ວມກັນປິດບັງ ຫຼືຊ່ວຍເຫຼືອດ້ວຍປະການໃດໆ ໃຫ້ຄົນ ຕ່າງດ້າວຫຼົບໜີ ເຂົ້າເມືອງ ໂດຍຜິດກົດໝາຍ ພົ້ນຈາກການຈັບກຸມ” ພ້ອມກັບຄົນລາວ 16 ຄົນ ໃນຂໍ້ຫາ “ເປັນຄົນຕ່າງດ້າວ ເດີນທາງເຂົ້າມາ ໃນຣາຊອານາຈັກ ໂດຍບໍ່ໄດ້ຮັບ ອະນຸຍາດ” ພ້ອມທັງ ຂອງກາງ ລົດຕູ້ທີ່ກຽມໄປສົ່ງຄົນລາວ ຢູ່ບາງກອກ.

ຄົນໄທຍທັງສອງຄົນ ຮັບສາຣະພາບວ່າ ໄດ້ຮັບການວ່າຈ້າງ ຈາກຊາຍຜູ້ນຶ່ງ ບໍ່ຮູ້ຊື່ ແລະ ສັນຊາດ ໃຫ້ຂັບລົດຕູ້ ມາຮັບຄົນລາວທັງ 16 ຢູ່ເທສບານເມືອງ ແລະ ແຂວງມຸກດາຫານ ໂດຍ ໄດ້ຮັບຄ່າຈ້າງ ເປັນເງິນ 15,000 ບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.