ຈີນ 16 ຄົນລັກເຂົ້າໄທຍ ຖຶກຈັບ

ອຸ່ນເກ້ວ ສຸກສະຫວັນ
2020.12.07
ຈີນ 16 ຄົນລັກເຂົ້າໄທຍ ຖຶກຈັບ ເຈົ້າໜ້າທີ່ຕຳຣວດໄທຍ ຈັບ ຄົນຈີນ 16 ຄົນ ທີ່ລັກລອບເຂົ້າໄທຍ ໂດຍຜ່ານ ປະເທດລາວ.
ນັກຂ່າວພົລເມືອງ

ເຈົ້າໜ້າທີ່ໜ່ວຍເຮືອຮັກສາຄວາມສງົບຮຽບຮ້ອຍ ຕາມລຳແມ່ນ້ຳຂອງ ຫຼື ນຣຂ ແຂວງໜອງຄາຍ ປະເທດໄທຍ ໄດ້ຈັບກຸ່ມຄົນຈີນ 16 ຄົນ ເປັນຊາຍ 15 ຄົນ ແລະ ຍິງ 1 ຄົນ ຫຼັງຈາກ ທີ່ເຂົາເຈົ້າລັກລອບເຂົ້າມາ ໃນເມືອງໜອງຄາຍ ໂດຍ ຜ່ານປະເທດລາວ. ເຈົ້າໜ້າທີ່ຕຳຣວດ ແຂວງໜອງຄາຍ ປະເທດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 7 ທັນວາ ວ່າ:

"ລັກລອບເຂົ້າມາທາງຊ່ອງທາງທັມມະຊາດ ເຂົານັ່ງເຮືອຈາກປະເທດລາວມາ, ມາຂຶ້ນຝັ່ງທີ່ປະເທດໄທຍ ເຂົາເດີນທາງຜ່ານຊ່ອງ ທາງທັມມະຊາດມາເລື້ອຍໆ ຈາກ ປະເທດຈີນ ບໍ່ຮູ້ວ່າເຂົາມາເຮັດວຽກ ຫຼື ມາເຮັດຫຍັງ ເຂົາບໍ່ໃຫ້ຄຳຕອບ."

ທ່ານ ກ່າວຕື່ມວ່າ ເຈົ້າໜ້າທີ່ ນຣຂ ສາມາດຈັບກຸມຄົນຈີນ ກຸ່ມນີ້ໄດ້ຍ້ອນວ່າ ເຈົ້າໜ້າທີ່ຍ່າງເອົາໄຟສ່ອງກວດກາພື້ນທີ່ ແລ້ວໄດ້ຍິນ ສຽງກິງໄມ້ຫັກ ຄືກັບມີຄົນຢຽບ ຈຶ່ງຍ່າງໄປກວດ ແລ້ວພົບກຸ່ມຄົນຈີນນັ່ງ ຢູ່ແຄມຕະລິ່ງແມ່ນ້ຳຂອງ ຈຶ່ງໄດ້ກວດອຸນຫະພູມເຂົາເຈົ້າ ແຕ່ບໍ່ມີໄຂ້ ແລ້ວຄວບຄຸມຕົວໄປຫ້ອງການຕຳຣວດ ເມືອງໜອງຄາຍ ຍ້ອນເຂົາເຈົ້າບໍ່ມີ ເອກສານ ສະແດງຕົວຕົນ ແລະ ເວົ້າພາສາ ໄທຍບໍ່ໄດ້.

ເຈົ້າໜ້າທີ່ຕຳຣວດໄທຍ ບໍ່ມີມາຕການສົ່ງຄົນຈີນ ດັ່ງກ່າວໄປຫາທາງການລາວ ຈາກກໍຣະນີຄົນຈີນລັກລອບເຂົ້າໄທຍ ຍ້ອນວ່າເປັນ ເລື່ອງຄວາມສຳພັນລະຫວ່າງປະເທດ. ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ກ່າວວ່າ ໃນ ເດືອນທັນວາ ຍັງບໍ່ໄດ້ຮັບຣາຍງານວ່າ ມີຄົນຕ່າງປະເທດລັກລອບ ຂ້າມຂອງ ໂດຍຜ່ານຊາຍແດນ ເມືອງຫາດຊາຍຟອງ, ຫລ້າສຸດ ຄະນະສະເພາະກິດ ຄວບຄຸມໂຄວິດ19 ເມືອງຫາດຊາຍຟອງໄດ້ມີການກວດກາ ລາດຕະເວນຕາມ ລຳແມ່ນນ້ຳຂອງ:

16-Chinese.jpg

"ມາຕການ ພວກເຮົາກໍໄດ້ເພີ່ມທະວີ ຈາກແຈ້ງການ ທີ່ທາງຣັຖບານເພິ່ນອອກມາໃໝ່ນີ້ ພວກເຮົາໄດ້ເຊື່ອມຊຶມກັນ ແລ້ວກໍແບ່ງໃຫ້ ອ້າຍນ້ອງທີ່ຮັບຜິດຊອບ ລົງໄປສູ່ບ້ານແຕ່ລະ ບ້ານເອົາເນື້ອໃນຈິດໃຈດັ່ງກ່າວ ໄປຜັນຂຍາຍ ຢູ່ແຕ່ລະບ້ານ ໃຫ້ບ້ານເປັນຫູເປັນຕາ ຊ່ອຍ, ເປັນຕົ້ນວ່າ ຢູ່ດ່ານທ່າເດື່ອ ຫຼືວ່າ ຈຸດຂອງປະຊາຊົນ ທີ່ຂ້າມມາ ພວກເຮົາຕິດຕາມ ກວດກາໂຕນີ້ ເດືອນ 12 ບໍ່ມີ."

ຊາວບ້ານຢູ່ເມືອງຫາຍຊາຍຟອງ ເວົ້າວ່າ ມີຄວມກັງວົນເລື່ອງການລະບາດໂຄວິດ19 ຈາກຄົນມາແຕ່ຕ່າງປະເທດ ຍ້ອນວ່າ 4 ເມືອງ ຢູ່ນະຄອນຫຼວງວຽງຈັນ ຄື ເມືອງສີສັດຕະນາກ, ໄຊເສດຖາ, ຈັນທະບູລີ ແລະ ໄຊທານີ ບໍ່ສາມາດກວດຄົນເຂົ້າ ຄົນອອກໄດ້ 100 ເປີເຊັນ:

"ກໍຖ້າເບິ່ງບໍ່ມີບັນຫາ ທັມມະດາແທ້ ກໍບໍ່ຄ່ອຍກວດສອບ ເພາະວ່າ 4 ໂຕເມືອງນີ້ ບໍ່ຄ່ອຍເຂັ້ມງວດປານໃດ ເລື່ອງປະຊາກອນຢູ່ ໃນເມືອງນັ້ນແທ້ ຢູ່ໂຮງແຮມຊິຍາກໜ້ອຍນຶ່ງ ຄົນໃນເມືອງນີ້ ເຂົາເກັບກຳບໍ່ໄດ້ເດ້ ຄົນມັນຫຼາຍ ຄົນເຂົ້າ ຄົນອອກ ຢູ່ຕະຫຼອດເດ້ ຄົນໃນເມືອງຄົນມັນຫຼາຍ."

ຊາວບ້ານຢູ່ເມືອງສີສັດຕະນາກ ເວົ້າວ່າ ຖ້າມີຄົນຕ່າງປະເທດນຳໃຊ້ ປະເທດລາວ ເປັນທາງຜ່ານໄປປະເທດອື່ນ ຖືວ່າເຈົ້າໜ້າທີ່ລາວ ບໍ່ເຂັ້ມງວດ:

"ກ່ຽວກັບວຽກໂຕນີ້ ມັນເລື່ອງການລັກລອບເປັນທາງຜ່ານ ຂອງບ້ານເຮົາໄປໄທຍນັ້ນ, ອີງໃສ່ກໍແມ່ນດ່ານສາກົນ ຫຼື ດ່ານປະເພນີ ນັ້ນກໍແມ່ນຢາກໃຫ້ເອົາໃຈໃສ່ ໂດຍສະເພາະ ພາກສ່ວນທີ່ກ່ຽວຂ້ອງແຫຼະ ສຳລັບພວກເຮົາແລ້ວ ມີແຕ່ວ່າເປັນຫູເປັນຕາຊ່ອຍການ ຈັດຕັ້ງຊື່ໆ."

ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ຕຳຣວດເມືອງໜອງຄາຍ, ຄົນຈີນ 16 ຄົນ ທີ່ລັກລອບເຂົ້າປະເທດໄທຍ ຕ້ອງລໍຄຳສັ່ງສານຕັດສິນ ໃນຂໍ້ຫາ ເດີນທາງເຂົ້າຣາຊອານາຈັກໄທຍ ໂດຍ ບໍ່ໄດ້ຮັບອະນຸຍາດ ຖ້າກຸ່ມຄົນຈີນ ມີເງິນຈ່າຍຄ່າປັບໃໝ 4000 ບາດ ຕໍ່ຄົນ ກໍຈະຖືກຜັກດັນກັບຄືນ ປະເທດຈີນ, ແຕ່ຖ້າບໍ່ມີເງິນ ຈ່າຍຄ່າປັບໃໝ ເຂົາເຈົ້າກໍຈະຖືກກັກຕົວຢູ່ໃນຄຸກ ແຂວງໜອງຄາຍແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.