ຄົນງານລາວຈາກມາເລເຊັຽ ລັກເຂົ້າໄທຍ ຖືກຈັບ

ອຸ່ນເກ້ວ ສຸກສະຫວັນ
2020.12.08
ຄົນງານລາວຈາກມາເລເຊັຽ ລັກເຂົ້າໄທຍ ຖືກຈັບ ຕົວຢ່າງຄົນງານລາວ ທີ່ ໄປເຮັດວຽກ ໃນເຮືອຫາປາ ຢູ່ ປະເທດມາເລເຊັຽ
ພາບປະກອບ: ນັກຂ່າວພົລເມືອງ

ໃນວັນທີ 7 ທັນວາ 2020, ເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ຫາດໃຫຍ່ ແຂວງສົງຂາ ປະເທດໄທ ໄດ້ຈັບຕົວຄົນງານລາວ ຈຳນວນ 20 ຄົນ ທີ່ລັກລອບຂ້າມຊາຍແດນ ໄປຈາກ ປະເທດມາເລເຊັຽ ຢູ່ສະຖານນີຂົນສົ່ງຫາດໃຫຍ່.

ຄົນລາວ 20 ຄົນ ທີ່ເຮັດວຽກຢູ່ປະເທດມາເລເຊັຽ ໄດ້ເດີນທາງລັກເຂົ້າ ປະເທດໄທຍ ຜ່ານເສັ້ນທາງທັມມະຊາດ ຖືກຈັບຕົວໄດ້ ຢູ່ ສະຖານີຂົນສົ່ງ ເມືອງຫາຍໃຫຍ່ ໃນຂນະທີ່ເຂົາເຈົ້າ ກຳລັງກຽມຈະຂຶ້ນລົດເມ ເດີນທາງເຂົ້າໄປບາງກອກ.

ຄົນລາວທີ່ຖືກຈັບໄດ້ ບໍ່ໄດ້ຜ່ານການກວດໂຄວິດ19 ກ່ອນທີ່ຈະເດີນທາງ ເຂົ້າປະເທດໄທຍ ແລະ ປັດຈຸບັນ ເຂົາເຈົ້າຖືກກັກຕົວ ຢູ່ຫ້ອງການ ຕ.ມ ເມືອງສົງຂາ ພ້ອມທັງໃຫ້ແພດ ມາກວດໂຄວິດ ແລະ ກັກຕົວ 14 ວັນ. ເຈົ້າໜ້າທີ່ຕຳຣວດ ແຂວງສົງຂາ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 8 ທັນວາ ວ່າ:

"ມັນເປັນພວກຫຼົບໜີ ເຂົ້າເມືອງ ມີພາສປອດ ກໍຖືກຕ້ອງແຫຼະ ແຕ່ວ່າບໍ່ໄດ້ເຂົ້າຕາມຊ່ອງທາງ ເຂົາກໍເດີນທາງເຂົ້າມາບໍ່ຍາກ ພຽງແຕ່ ມັນເປັນຊ່ອງທາງທັມຊາດຫຼາຍ, ຕອນນີ້ ສາທາຣະນະສຸກເຂົາກໍມາກວດໂຄວິດ ອີ່ຫຍັງຕ່າງໆໃຫ້ຮຽບຮ້ອຍ ເຂົ້າສູ່ຂະບວນການໝົດ ກໍຢູ່ສູນກັກຕົວ ຫ້ອງການ ຕ.ມ ສົງຂາ."

ທ່ານ ກ່າວຕື່ມວ່າ ມີກຸ່ມຄົນງານລາວ ທີ່ເຮັດວຽກຢູ່ເຮືອຫາປາ ຢູ່ມາເລເຊັຽ ປະມານ 500 ຄົນ ກໍຕ້ອງການກັບບ້ານ ສ່ວນວ່າ ຄົນງານລາວ ຕ້ອງລັກລອບເດີນທາງກັບ ຍ້ອນວ່າ ຖ້າເຂົາເຈົ້າ ແລ່ນເອກະສານ ຕາມຂັ້ນຕອນ ມັນຊັກຊ້າ ແລະ ຕ້ອງໄດ້ໃຊ້ ເງິນຫຼາຍ:

"ປົກກະຕິ ກໍເປີດໃຫ້ກັບຕາມຂະບວນການແຈ້ງ ສະຖານທູດ ຕອນນີ້ ເຂົາເຈົ້າບໍ່ສາມາດເຮັດວຽກ ຢູ່ມາເລເຊັຽໄດ້ ເຂົາເຈົ້າພຍາຍາມ ເດີນທາງກັບ ເຂົາກໍເລີຍໃຊ້ວິທີ ການລັກລອບ ເຂົ້າມາ ດີກວ່າຈະເດີນທາງກັບ ໂດຍຜ່ານລະບົບ ທີ່ຊັກຊ້າໃນການອະນຸມັດ ເດີນທາງກັບ ແລະ ມີເລື່ອງຄ່າໃຊ້ຈ່າຍ ບາງຄົນ ກໍບໍ່ມີເງິນ."

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ຄົນລາວ 20 ຄົນ ຖືກຈັບໃນຂໍ້ຫາລັກລອບເຂົ້າເມືອງ ແບບຜິດກົດໝາຍ ເຈົ້າໜ້າທີ່ຍັງບໍ່ທັນໄດ້ແຈ້ງ ໃຫ້ສະຖານທູດລາວ ຮັບຮູ້:

"ຈຸດນີ້ ເຂົາບໍ່ຕ້ອງປະສານ [ສະຖານທູດ] ເຂົາບໍ່ໄດ້ເປັນ ເປັນຜູ້ເສັຽຫາຍ ທີ່ວ່າຈະຕ້ອງແຈ້ງທາງ ສະຖານທູດ ມັນເປັນຂະບວນການ ຢູ່ແລ້ວ ໝາຍຄວາມວ່າ ບຸກຄົນ 3 ຊາດ ຖືກຈັບກຸມ ດຳເນີນຄະດີ ກໍຖືກສົ່ງກັບປະເທດຕົ້ນທາງ ຖ້າເກີດເປັນຄົນຕ່າງຊາດ ຖືກທຳຮ້າຍ ຫຼື ຕາຍ ເຮົາຕ້ອງແຈ້ງສະຖານທູດ."

ເຈົ້າໜ້າທີ່ເຮັດວຽກກ່ຽວກັບ ໜັງສືເດີນທາງ ແຂວງສົງຂາ ໄດ້ກ່າວວ່າ ສຳລັບການຊ່ວຍເຫຼືອ ຄົນງານລາວດັ່ງກ່າວ ຈະຕ້ອງຕິດຕໍ່ ສະຖານທູດລາວ ປະຈຳ ປະເທດໄທຍ ໂດຍຕົງ ຫຼື ຕິດຕໍ່ ຫາເຈົ້າໜ້າທີ່ ຕ.ມ ແຂວງສົງຂາ ໂດຍຕົງ ເພື່ອດຳເນີນການຊ່ວຍເຫຼືອ ຜັກດັນກັບຄືນປະເທດ:

"ອັນນີ້ ຖ້າວ່າ ເປັນຂອງຊາວຕ່າງປະເທດ ຕ້ອງຕິດຕໍ່ຫາກົງສຸນ ຫຼື ສະຖານທູດລາວ ໃນປະເທດໄທຍ ເຂົາຈະມີແນວທາງ ທີ່ຈະແກ້ໄຂ ຊັດເຈນກວ່າ."

ເອເຊັຽເສຣີ ໄດ້ຕິດຕໍ່ຫາສະຖານທູດລາວ ປະຈຳບາງກອກ ປະເທດໄທ ແຕ່ບໍ່ມີເຈົ້າໜ້າທີ່ຄົນໃດຮັບໂທລະສັບ.

ນອກຈາກນີ້ ໃນວັນທີ 4 ທັນວາ 2020 ຄົນງານລາວ ປະມານ 500 ຄົນ ທີ່ເຮັດວຽກຫາປາ ຢູ່ມາເລເຊັຽ ໄດ້ຂໍຄວາມຊ່ວຍເຫຼືອ ໃຫ້ສົ່ງພວກເຂົາກັບບ້ານ ຍ້ອນວ່າ ພວກເຂົາໃກ້ຈະໝົດ ສັນຍາການເຮັດວຽກແລ້ວ ແລະ ເປັນຊ້ວງໄລຍະລະດູ ມໍຣະສຸມ ເຂົາເຈົ້າບໍ່ສາມາດ ເຮັດວຽກໄດ້.

ໃນເດືອນ ພຶສຈິກາ ທີ່ຜ່ານມາ, ຄົນງານລາວ 500 ຄົນ ເຄີຍຕິດຕໍ່ເຊົ່າເຮືອບິນເໝົາລຳ ຈາກບໍຣິສັດທົວ ຂອງມາເລເຊັຽ ຄິດເປັນ ຄ່າໃຊ້ຈ່າຍທັງໝົດ 1,700 ລິງກິດ, ເງິນຕຣາ ມາເລເຊັຽ [ຕໍ່ຄົນ] ປະມານ 400 ໂດລາ ເພື່ອເດີນທາງມາລົງສນາມບິນວັດໄຕ.

ຫຼັງຈາກນັ້ນ ບໍຣິສັດທົວ ຂອງມາເລເຊັຽ ໄດ້ນຳເອົາຣາຍຊື່ ຄົນງານ 500 ຄົນ ໄປຍື່ນຕໍ່ສະຖານທູດລາວ ປະຈຳປະເທດ ມາເລເຊັຽ ໃນວັນທີ 12 ພຶສຈິກາ 2020 ແຕ່ ສະຖານທູດ ປະຕິເສດ ເລື່ອນເວລາໄປຕະລອດ ແລະ ໃຫ້ບໍຣິສັດດັ່ງກ່າວ ມາດຳເນີນເລື່ອງຕໍ່ ເພື່ອຫາທາງພາກັມມະກອນ ລາວກັບປະເທດ ແຕ່ຈະຂໍເກັບເງິນຄ່າໃຊ້ຈ່າຍ 2,100 ລິງກິດ ປະມານ 500 ໂດລາ ອີງຕາມຂໍໍ້ມູນ ຈາກ ກັມມະກອນລາວ ທີ່ຕິດຄ້າງຢູ່ມາເລເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.