ການຄົ້ນພົບສາເຫດ ເຂື່ອນ ແຕກ
2018.08.10
ໃນວັນທີ 09 ສິງຫາ ຜ່ານມານີ້ ຮອງສາສດາຈານ ດຣ ຄີມ ຈາກສະຖາບັນເພື່ອການສຶກສາເອເຊັຍ ຕາເວັນອອກ ແຫ່ງມະຫາວິທຍາລັຍ ໂຊກັງ ປະເທດເກົາຫລີໃຕ້ ໄດ້ຊີ້ແຈງໃນເວທີ ພາກປະຊາຊົນ ທີ່ຈັດຂຶ້ນໂດຍເຄືອຂ່າຍປະຊາຊົນຈ້ອງເບິ່ງການລົງທຶນ ເຂື່ອນໃນລາວ ທີ່ ນະຄອນຫຼວງບາງກອກ ໂດຍທ່ານໄດ້ອ້າງອີງ ຈາກການຣາຍງານຂ່າວ ຂອງນັກຂ່າວປະເທດເກົາຫລີໃຕ້ວ່າ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ໃນລາວ ອາດມາຈາກບັນຫາ ພາຍໃນ ຂອງ ບໍຣິສັດ SK E&C ເອງ ເຊິ່ງບັນຫາດັ່ງກ່າວ ເປັນບັນຫາລັກສນະ ໂຄງສ້າງພາຍໃນ ອັນມີທັງການເລືອກ ບໍຣິສັດ ອອກແບບກໍ່ສ້າງ ທີ່ບໍ່ຮູ້ວ່າມີ ຄຸນນະສົມບັດພຽງພໍ ໃນການອອກແບບຫລືບໍ່ ແລະ ມີການຫລຸດໄລຍະເວລາ ໃນການກໍ່ສ້າງລົງຈາກແຜນແມ່ບົດ ເພື່ອຫລຸດລາຍຈ່າຍ ເຊີ່ງໝາຍຄວາມວ່າ ຄຸນນະພາບຂອງເຂື່ອນ ກໍ່ຈະຕໍ່າລົງ. ດັ່ງຍານາງໄດ້ກ່າວຕໍ່ ນັກຂ່າວໃນຕອນນຶ່ງວ່າ:
"For me I cannot say the exact causes, but there are structural problems within the particular project. The way it has implemented the way it has constructing and financing and all the different aspects of it. There were two documents found. So, one is regarding the design company weather they are actually qualified to do the design blueprint for the project. They actually found sub-standard design for the dam. The second one is also cutting short or shorten construction period. It is kind of cut the cost of the sub contract for the cost of construction. Which means if you cut that cost, the quality of dam would below.
ສຳລັບຂ້າພະເຈົ້າແລ້ວ, ຂ້າພະເຈົ້າບໍ່ສາມາດ ເວົ້າເຖິງສາເຫດອັນແທ້ຈີງໄດ້, ແຕ່ວ່າມັນມີບັນຫາໃນລັກສນະໂຄງສ້າງ ຂອງໂຄງການທີ່ວ່ານີ້. ມັນມີບັນຫາໃນເຣື້ອງທີ່ໂຄງການຖືກຈັດຕັ້ງປະຕິບັດ, ການໃຫ້ສັນຍາ ແລະ ໃຫ້ເງີນທຶນ ແລະ ພາກສ່ວນອື່ນໆ ຂອງໂຄງການ. ມີເອກສານ 2 ສະບັບທີ່ຖືກຄົ້ນພົບ. ອັນທີ 1 ແມ່ນກ່ຽວກັບບໍຣິສັດອອກແບບ ຊຶ່ງບໍ່ແນ່ໃຈວ່າ ບໍຣິສັດດັ່ງກ່າວ ມີຄຸນນະສົມບັດພຽຽພໍ ທີ່ຈະອອກແບບ ຕາມແຜນແມ່ແບບ ຂອງໂຄງການ ຫລືບໍ່ ພວກເຂົາພັບເຫັນວ່າ ການອອກແບບເຂື່ອນ ບໍ່ເປັນໄປຕາມມາຕຖານ. ອັນທີ 2 ແມ່ນການ ຫລຸດເວລາ ຫລື ຫລຸດໄລຍະເວລາ ຂອງການກໍ່ສ້າງໃຫ້ສັ້ນລົງ ມັນຄືຈັ່ງວ່າມີການຕັດມູລຄ່າ ຂອງການກໍ່ສ້າງ ຂອງບໍຣິສັດຜູ້ຮັບເໝົາ ລາຍຫຍ່ອຍ ເຊີ່ງໝາຍຄວາມວ່າ ຖ້າເຈົ້າຕັດມູນຄ່າສັ້ນລົງ ຄຸນນະພາບ ຂອງເຂື່ອນກໍ່ຈະຕໍ່າລົງ."
ຍານາງກ່າວຕື່ມວ່າ ເຖິງວ່າສາເຫດທີ່ແທ້ຈິງ ຂອງເຂື່ອນແຕກຈະເປັນແນວໃດຫລືມາຈາກອັນໃດກໍ່ຕາມ ແຕ່ໃນຖານະທີ່ ຍານາງ ເປັນຜູ້ ຈ່າຍພາສີຄົນນຶ່ງ ກໍ່ຢາກເຫັນບໍຣິສັດ ດັ່ງກ່າວສະແດງຄວາມຮັບຜິດຊອບ ຫລາຍກ່ວານີ້ ຕໍ່ເຫດການດັ່ງກ່າວ. ບໍ່ພຽງແຕ່ໃນພື້ນທີ່ເກີດເຫດ ເທົ່ານັ້ນ ແຕ່ຕ້ອງແມ່ນພື້ນທີ່ທີ່ໄດ້ຮັບຜົລກະທົບຂ້າມຊາຍແດນ.
"As a Korean tax payer, therefore I want to see it more addressed clearly weather how much responsibility they take or not. It is not necessary just immediate area dam site, but also we talk bout Cambodian case and the different areas in the lower stream of Laos. I think there should be apology or that’s kind of public statement. We have actually seen them yet.
ໃນຖານະທີ່ເປັນຜູ້ຈ່າຍພາສີຊາວເກົາຫລີໃຕ້ຜູ້ 1 ຂ້າພະເຈົ້າຢາກເຫັນບັນຫານີ້ຖືກເອົາໃຈໃສ່ ໃຫ້ຈະແຈ້ງກ່ວານີ້ ເຖິງຈະບໍ່ຮູ້ວ່າບໍຣິສັດ ຜູ້ຮັບເໝົາກໍ່ສ້າງ ຈະມີຄວາມຮັບຜິດຊອບ ຫລື ບໍ່ກໍ່ຕາມ. ມັນບໍ່ພຽງແຕ່ບ່ອນທີ່ເກີດເຫດ ເຂື່ອນແຕກເທົ່ານັ້ນ, ແຕ່ຍັງແມ່ນບ່ອນອື່ນ ໆ ເປັນຕົ້ນແມ່ນພວກເຮົາ ເວົ້າເຖິງກໍຣະນີ ຢູ່ກັມພູຊາ ທີ່ຢູ່ກ້ອງເຂື່ອນໃນລາວ ເຊີ່ງກໍ່ໄດ້ຮັບຜົລກະທົບນຳດ້ວຍ. ຂ້າພະເຈົ້າຄຶດວ່າ ຄວນຈະມີການຂໍໂທດ ຫລືຖແຫລງການຢ່າງເປັນທາງການ ພວກເຮົາຍັງບໍ່ທັນເຫັນ ສີ່ງເຫລົ້ານັ້ນ ເກີດຂຶ້ນເລີຍ."
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ກໍ່ໄດ້ໂທຣະສັບ ຕິດຕໍ່ໄປຫາ ບໍຣິສັດ SK E&C ສຳນັກງານໃຫຍ່ ທີ່ນະຄອນຫລວງໂຊນ ແລະ ສຳນັກງານສາຂາ ນະຄອນຫລວງວຽງຈັນ ໃນວັນທີ 10 ສິງຫາ ເພື່ອສອບຖາມລາຍຣະອຽດຕ່າງໆ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ທັງ 2 ສຳນັກງານ ບໍ່ສາມດໃຫ້ຂໍ້ມູນໃດໆ ໄດ້ເທື່ອ ໂດຍອ້າງວ່າ ຜູ້ບໍຣິຫານ ຣະດັບສູງ ຍັງຕ້ອງປະຊຸມກັນ ກ່ຽວກັບບັນຫານີ້.