ບັນຫາຊາວຄຣິສຕຽນຖືກ ມ້າງເຮືອນ ຍັງສືບຕໍ່
2020.02.27

ເມື່ອວັນທີ 25 ກຸມພາ ນີ້ ເຈົ້າໜ້າທີ່ທາງການເມືອງລອງ ແຂວງຫລວງນໍ້າທາ ໄດ້ນັດຊາວ ຄຣິສຕຽນ ເຜົ່າອາຂ່າ 3 ຄອບຄົວ 14 ຄົນ ທີ່ ບໍ່ຍອມເຊື່ອຖືຜີ ຢູ່ບ້ານຕີນດອຍ ແລະນາຍບ້ານກັບຊາວບ້ານ ທີ່ໄປມ້າງເຮືອນຂອງຊາວຄຣິສຕຽນ 3 ຄອບຄົວນັ້ນມາ ໄກ່ເກັ່ຽກັນຢູ່ຫ້ອງ ການປົກຄອງ ເມືອງລອງ ເພື່ອແກ້ໄຂບັນຫາດັ່ງກ່າວ ແຕ່ບໍ່ສາມາດຕົກລົງກັນໄດ້, ດັ່ງເຈົ້າໜ້າທີ່ ທາງການເມືອງລອງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນ ມື້ວັນທີ 27 ກຸມພາ ນີ້ວ່າ:
”ສອງຝ່າຍນີ້ຍັງແກ້ກັນບໍ່ເຂົ້າກັນເທື່ອເດີ ບໍ່່ສາມາດລົງລອຍກັນໄດ້ ທາງຊາວບ້ານຜູ້ຖືຜີນີ້ ບໍ່ຢາກໃຫ້ຢູ່ແຫລະ ທາງເມືອງກໍໄດ້ຂໍນໍ ຮ້ອງຂໍ ນະໂຍບາຍ ຕໍ່ສາມຄອບຄົວນີ້ ຍັງຈະໃຫ້ບ້ານເຂົານະໂຍບາຍ ອົດທົນສາ ໃຫ້ເຂົາຢູ່ຕໍ່.”
ທ່ານກ່າວຕື່ມວ່າ ຂໍ້ຂັດແຍ່ງ ຣະຫວ່າງສອງຝ່າຍທີ່ຍັງຕົກລົງກັນບໍ່ໄດ້ນັ້ນ ຍັງຈະໄດ້ນັດຫາລື ແລະໂອ້ລົມກັນຕື່ມອີກ ແຕ່ຍັງບໍ່ຮູ້ວ່າຈະມີຂຶ້ນ ເມື່ອໃດ ເພື່ອຫາຂໍ້ສລຸບ ແລະໃຫ້ຄວາມເປັນທັມ ແຕ່ຊາວຄຣິສຕຽນ ແລະ ຖ້າແກ້ໄຂກັນບໍ່ໄດ້ ກໍຈະມອບເຣຶ່ອງນີ້ ໃຫ້ທາງຂັ້ນແຂວງເປັນ ຜູ້ພິຈາຣະນາ ໃນຂັ້ນຕໍ່ໄປ.
ໃນຂນະດຽວກັນ ຊາວບ້ານທີ່ໄດ້ເຂົ້າຮ່ວມ ໃນການໄກ່ເກັ່ຽກັນນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ສາເຫດທີ່ທັງສອງຝ່າຍຄູ່ກໍຣະນີ ຍັງຕົກລົງກັນ ບໍ່ໄດ້ ແມ່ນຍ້ອນຝ່າຍອໍານາດ ການປົກຄອງບ້ານ ຢາກໃຫ້ຊາວຄຣິສຕຽນທັງ 3 ຄອບຄົວ ກັບມາເຊື່ອຖືຜີ ຄືເກົ່າ ແຕ່ຊາວຄຣິສຕຽນ ບໍ່ຍອມ ດັ່ງນັ້ນຈຶ່ງຈະມີການ ນັດຫາລືແກ້ໄຂກັນຕື່ມອີກ ດັ່ງທີ່ທ່ານກ່າວວ່າ:
”ໂຕລົມກັນວັນທີ 25 ຫັ້ນ ຖືວ່າຍັງບໍ່ທັນໄດ້ຕົກແຕກກັນເທື່ອວ່າຊັ້ນ ບໍ່ແມ່ນວ່າບໍ່ຕົກແຕກ ເພາະວ່າຝ່າຍອໍານາດການປົກຄອງ ຢາກເຮັດ ຕາມເຂົາ ຫັ້ນນໍ ຈັ່ງຊັ້ນພວກພີ່ນ້ອງ ເຮົາກະຢາກເຮັດຕາມຮີດຄອງ ພວກພີ່ນ້ອງເຮົາຫັ້ນ ຈັ່ງຊັ້ນແລ້ວສູ້ຄົນສູ້ບໍ່ຍອມ ເອີ້ນວ່າ ຢູ່ທາງນັ້ນ ແກ້ບໍ່ຕົກ ໃນເມື່ອແກ້ບໍ່ຕົກແລ້ວ ສະພາສິລົງ ໄປວ່ານັ້ນ ສະພາ ຂອງແຂວງຫັ້ນເດ.”
ຊາວຄຣິສຕຽນເຜົ່າອາຂ່າ 3 ຄອບຄົວເປັນປະຊາຊົນທີ່ໂຍກຍ້າຍ ມາຈາກຖິ່ນອື່ນເຂົ້າມາອາສັຍຢູ່ບ້ານຕີນດອຍ ແລະຍັງບໍ່ມີໃບສໍາມະໂນ ຄົວ. ແຕ່ກ່ອນພວກເຂົາເຈົ້າພາກັນເຊື່ອຖືຜີ ຄືກັນກັບຊາວບ້ານທົ່ວໄປ ແຕ່ຕໍ່ມາພາກັນຫັນໄປ ນັບຖືສາສນາ ຄຣິສຕຽນ ຍ້ອນເຊື່ອວ່າຈະ ເຮັດໃຫ້ພວກເຂົາເຈົ້າ ຫາຍຈາກການເຈັບປ່ວຍ, ບໍ່ໄດ້ຮ່ວມກິຈກັມ ເຊື່ອຖືຜີກັບຊາວບ້ານຄົນອື່ນໆ ເຮັດໃຫ້ອໍານາດ ການປົກຄອງບ້ານ ແລະຊາວບ້ານສ່ວນໃຫຍ່ບໍ່ພໍໃຈ ຈຶ່ງພາກັນໄປມ້າງເຮືອນ ຂອງຊາວຄຣິສຕຽນ 3 ຄອບຄົວ ຖິ້ມ ແລ້ວໄລ່ພວກເຂົາເຈົ້າ ອອກໄປຈາກ ເຂດບ້ານໄປຢູ່ແຄມນາຕີນບ້ານ ໃນມື້ວັນທີ 12 ກຸມພານີ້. ພວກເຂົາເຈົ້າ ປຸກຕູບນ້ອຍ ຢູ່ແບບຊົ່ວຄາວ ໃນຣະຫວ່າງລໍຖ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງຂອງທາງການ ມາແກ້ໄຂບັນຫາໃຫ້.