ບັນຫາຊາຍແດນ ລາວ ກັມພູຊາ
2019.08.27

ນາຍົກຣັຖມົນຕຣີ ກັມພູຊາ ໄດ້ໂທຣະສັບ ຫາ ນາຍົກຣັຖມົນຕຣີລາວ ໃນການປຶກສາຫາລືບັນຫາ ຂໍ້ພິພາດຊາຍແດນ ເພື່ອຖອນທະຫານ ອອກຈາກພື້ນທີ່ ທີ່ມີຂໍ້ຂັດແຍ່ງກັນຣະຫວ່າງ ເຂດເຊລຳເພົາເມືອງມູນລະປະໂມກແຂວງຈຳປາສັກ ກັບ ເມືອງຈອມກະສັນ ແຂວງພະວິຫານ ຂອງກັມພູຊາ.
ສຳນັກຂ່າວ ພະນົມເປັນໂພສ Phnom Penh Post ໄດ້ຣາຍງານ ໃນວັນທີ 25 ສິງຫາ ໂດຍອ້າງຄຳເວົ້າຂອງ ທ່ານ ຮຸນເຊນ ນາຍົກ ຣັຖມົນຕຣີ ກັມພູຊາ ວ່າ:
“ໃນເວລາ 9 ໂມງເຊົ້າ ຂອງວັນເສົາ [24 ສິງຫາ], ຂ້າພະເຈົ້າ [ທ່ານ ຮຸນເຊນ] ໄດ້ລົມໂທຣະສັບ ກັບ ທ່ານ ນາຍົກຣັຖມົນຕຣີ ທອງລຸນ ໂດຍກົງ ແລະ ພວກເຮົາໄດ້ລົມກັນຢ່າງສ້າງສັນ. ພວກເຮົາທັງສອງເຫັນດີ ຖອນທະຫານ ອອກຈາກເຂດ ມອມເປທີ່ ຍັງບໍ່ທັນໄດ້ ປັກຫລັກໝາຍ.”
ທ່ານ ຮຸນເຊນ ກ່າວຕື່ມອີກວ່າ: ພວກເຮົາຍັງເຫັນດີ ສືບຕໍ່ເຈຣະຈາກັນ, ສະນັ້ນສະຖານະການ ບໍ່ມີຄວາມເຄັ່ງຕຶງ. ທະຫານຂອງທັງສອງ ປະເທດພວກເຮົາ ຍັງກິນເຂົ້າສາມັກຄີ ກັນຢູ່ ສະນັ້ນ ປະຊາຊົນທຸກຄົນ ບໍ່ຕ້ອງເປັນຫ່ວງ.
ນອກຈາກນີ້, ໃນວັນທີ 23 ສິງຫາ 2019 ພົນເອກເຕັຍບັນ ຣັຖມົນຕຣີ ກະຊວງປ້ອງກັນປະເທດ ກັມພູຊາ ໄດ້ກ່າວຕໍ່ສື່ມວນຊົນ ກຳພູຊາ ວ່າ ບໍ່ມີການປະເຊີນໜ້າກັນ ຣະຫວ່າງທະຫານລາວ ແລະ ກັມພູຊາ.
ສາເຫດ ທີ່ກໍ່ໃຫ້ເກີດຄວາມເຄັ່ງຕຶງຂຶ້ນໃນຄັ້ງນີ້, ແຫລ່ງຂ່າວທີ່ໃກ້ຊິດເຈົ້າໜ້າທີ່ທະຫານ ຣະດັບສູງ ກະຊວງປ້ອງກັນປະເທດຂອງລາວ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ທະຫານກັມພູຊາ ເມົາເຫລົ້າ ຍ່າງມາຫາຝ່າຍລາວ ແລະ ບອກທະຫານລາວຖອນອອກຈາກເຂດຊາຍແດນພາຍໃນ 3 ວັນ, ບໍ່ດັ່ງນັ້ນ ກັມພູຊາ ຊິໃຊ້ກຳລັງທະຫານ ມາບຸກ. ຊຶ່ງເຫດການດັ່ງກ່າວເກີດຂຶ້ນ ໃນວັນທີ 11 ສິງຫາ”
ໃນຂນະທີ່ ທະຫານກັມພູຊາ ອ້າງວ່າ ທະຫານລາວ ໄດ້ລຸກລ້ຳເຂດແດນຂອງຕົນ, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງເມືອງມຸນລະປະໂມກ ກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 22 ສິງຫາ ນີ້ວ່າ:
"ມິຄວາມບໍ່ເຂົ້າໃຈກັນເລັກໆນ້ອຍໆ ທາງຝ່າຍກຳປູເຈັຍວ່າເຮົາ ໄປບຸກລຸກລໍ້າດິນແດນເຂົາ, ທີ່ຈິງມັນກາບໍ່ແມ່ນ ມັນບໍ່ແມ່ນມີການປະທ້ວງ ທັກຖ້ວງ ເລັກນ້ອຍດອກ ຄືສິບໍ່ເປັນ ຫຍັງດອກ ຄາດການວ່າ."
ທ່ານກ່າວຕື່ມວ່າ ເຫດການຂໍ້ຂັດແຍ່ງ ທີ່ເກີດຂຶ້ນບໍ່ເຖິງຂັ້ນມີການຍິງປະທະກັນ ແລະ ບໍ່ມີຄົນເສັຽຊີວິດ ຫຼື ໄດ້ຮັບບາດເຈັບ ແຕ່ຢ່າງໃດ.
ເຈົ້າໜ້າທີ່ກົມທະຫານ ຊາຍແດນ ສປປລາວ ໄດ້ກ່າວເອເຊັຽເສຣີ ໃນວັນທີ 22 ສິງຫາ ອີກວ່າ ຫ້າມບໍ່ໃຫ້ມີການ ອອກຂ່າວ:
"ເອີໂຕນີ້ຍັງເທື່ອນະ ບໍ່, ບໍ່ຟ້າວລົງຂ່າວເທື່ອ ກະມັນກະຍັງບໍ່ແນ່ໃຈເທື່ອ ເພິ່ນໆກະຍັງ ວ່າບໍ່ຟ້າວເທື່ອ ບໍ່ຟ້າວອອກຂ່າວເທືຶ່ອ ຄົນຜູ້ທີ່ເອົາ ອອກຫັ້ນແມ່ນຄົນ ພວກບໍ່ຫວັງດີ ຫລາຍກວ່າ ເອີ ມັນໆກະຍັງບໍ່ແນ່ໃຈເທື່ອ ແມ່ນແຕ່ວ່າຟ້າວ ອອກຂ່າວບໍ່ທັນໄດ້ ເທື່ອ ເຈົ້າ ມັນຍັງບໍແນ່ ໃຈເທື່ອ ເຈົ້າ."
ນອກຈາກນີ້ ພົນຕຣີ ຈັນທອງ ສອນຕະອາດ ຮອງຫົວໜ້າເສນາທິການທະຫານ ກະຊວງ ປ້ອງກັນປະເທດ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ສິງຫາ 2019 ວ່າ: ບໍ່ມີບັນຫາຫຍັງ ສະພາບປົກກະຕິເດີ ບໍ່ມີຫຍັງ ສະພາບ ປົກກະຕິ ດີ. ອີງຕາມຂໍ້ມູນ ຈາກສະຖາບັນ ວິທຍາສາດສັງຄົມແຫ່ງຊາດລາວ, ຈຸດເລີ້ມຕົ້ນຄຄວາມເຄັ່ງຕຶງ ແຕ່ປີ 2017 ຈົນມາເຖິງ ປັດຈຸບັນ:
• ໃນເດືອນກຸມພາ 2017, ທະຫານຊ່າງແສງ ຂອງກຳພູຊາ ເຂົ້າມາກໍ່ສ້າງເສັ້ນທາງລຽບຕາມ ລຳນ້ຳເຊກອງ ບໍຣິເວນ ແກ້ງຕໍມໍຄອຍ- ຫ້ວຍຕະເງົາ.
• ໃນວັນທີ 10 ເດືອນພືສພາ 2017, ທ່ານ ທອງລຸນ ສີສຸລິດ ໄດ້ປະຊຸມກັບ ທ່ານ ນາຍົກ ຮຸນເຊນ ຂອງກັມພູຊາ ເພື່ອແກ້ໄຂບັນຫາ ແລະ ນາຍົກ ຮຸນເຊນ ໄດ້ຕົກລົງ ສັ່ງຢຸດການກໍ່ສ້າງ ເສັ້ນທາງຕາມລຽບຕາມລຳ ນ້ຳເຊກອງ.
• ວັນທີ 5-6 ກໍຣະກະດາ 2017, ຄນະກັມມະການຊາຍແດນ ລາວ-ກຳພູຊາ ໄດ້ລົງໄປກວດກາພື້ນທີ່ຕົວຈິງ, ແຕ່ບໍ່ສາມາຕົກລົງກັນໄດ້.
• ວັນທີ 11 ສິງຫາ 2017, ນາຍົກຮຸນເຊນ ຂອງກັມພູຊາ ໄດ້ປະກາດຜ່ານເຟສບຸກສ່ວນຕົວຂອງທ່ານ ໂດຍໄດ້ຢື່ນຄຳຂາດໃຫ້ຝ່າຍລາວ ຖອນທະຫານອອກພາຍໃນ 6 ວັນ ຖ້າບໍ່ດັ່ງນັ້ນຈະໃຊ້ກຳລັງທະຫານ.
• ວັນທີ 12 ສິງຫາ 2017, ນາຍົກກັມພູຊາ ທ່ານ ຮຸນເຊນ ໄດ້ເດີນທາງມາ ນະຄອນຫລວງວຽງຈັນ ເພື່ອພົບກັບ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີລາວ. ນາຍົກທັງສອງ ໄດ້ຕົກລົງຖອນທະຫານ ອອກຈາກຫ້ວຍອາໄລ ແລະ ມອບໃຫ້ກະຊວງ ຕ່າງປະເທດ ຂອງຕົນເອງ ສືບຕໍ່ເຈຣະຈາຮ່ວມກັນ.
• ວັນທີ 18 ສິງຫາ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ລາວ ໄດ້ສົ່ງຈົດໝາຍເຖີງ ນາຍົກ ຮຸນເຊນ ຂອງກັມພູຊາ ຊຶ່ງເນື້ອໃນ ຂອງຈົດໝາຍ ໄດ້ເນັ້ນຢ້ຳຂໍ້ຕົກລົງ ການຖອນທະຫານ ທີ່ທັງສອງຝ່າຍໄດ້ຕົກລົງກັນ ເອົາໄວ້ ໃນວັນທີ 12 ສິງຫາ 2017.
• ວັນທີ 1 ກັນຍາ 2017, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖຕຼີ ແລະ ນາຍົກ ຮຸນເຊນ ໄດ້ພົບປະກັນອີກຄັ້ງ ຢູ່ ພະນົມເປັນ ປະເທດ ກັມພູຊາ ເພື່ອບໍ່ໃຫ້ເກີດຄວາມເຄັ່ງຕຶງ. ຜູ້ນຳທັງສອງ ໄດ້ຕົກລົງກັນ ໃຫ້ຄະນະກັມມະການ ຊາຍແດນຂອງທັງສອງປະເທດ ລົງເຮັດວຽກ ຮ່ວມກັນຢູ່ຫລາຍຈຸດ ທີ່ຍັງຕົກລົງກັນບໍ່ໄດ້.
• ໃນວັນທີ 5 ກັນຍາ 2017, ຜູ້ນຳລາວ ແລະ ກັມພູຊາ ໄດ້ຕົກລົງ ແລະ ມອບໝາຍ ໃຫ້ກະຊວງການຕ່າງປະເທດ ຂອງຕົນເອງ ສະເໜີຫາປະເທດຝຣັ່ງ ຊ່ວຍສະໜອງແຜນທີ່ ແລະ ເອກກະສານກ່ຽວກັບ ການກຳນົດຊາຍແດນ ຣະຫວ່າງ ລາວ ກັບ ກຳພູຊາ.
• ໃນວັນທີ 13 ທັນວາ 2017, ຣັຖມົນຕຼີຕ່າງປະເທດລາວ ໄດ້ເຮັດໜັງສືເພື່ອສະໜີໃຫ້ ຣັຖມົນຕຣີ ການຕ່າງປະເທດ ຂອງກັມພູຊາ ເພື່ອລົງກວດກາພື້ນທີ່ຕົວຈິງ ຢູ່ເຂດແກ້ງຕໍມໍຄອຍ-ຫ້ວຍຕະເງົາ ແລະ ບໍຣິເວນຊາຍແດນ ອີກ 4 ຈຸດ, ແຕ່ຝ່າຍກຳພູຊາ ບໍ່ໄດ້ຕອບ ສະໜອງ ຕາມຂໍ້ສະເໜີ ຂອງຝ່າຍລາວ.
• ໃນວັນທີ 14 ທັນວາ 2017, ກະຊວງການຕ່າງປະເທດລາວ ໄດ້ເຮັດຈົດໝາຍເຖິງ ກະຊວງຕ່າງປະເທດກັມພູຊາ ເພື່ອທັກທ້ວງໃຫ້ຝ່າຍ ກັມພູຊາ ຢຸດເຊົາກິຈກັມ ການກໍ່ສ້າງຕ່າງໆ ແລະ ການເຄື່ອນໄຫວ ຢູ່ບໍຣິເວນຊາຍແດນ.
• ໃນວັນທີ 12-13 ກັນຍາ 2018, ຢູ່ຮາໂນຍ ປະເທດວຽດນາມ, ທ່ານ ທອງລຸນ ນາຍົກຣັຖມົນຕຣີ ໄດ້ເຈຣະຈາ ກັບ ນາຍົກ ຮຸນເຊນ, ແລະ ໄດ້ອອກຖະແຫລງການຮ່ວມກັນຄັ້ງທີ 3 ເພື່ອຕົກລົງຖອນທະຫານ ອອກຈາກພື້ນທີ່ຊາຍແດນ ທີ່ຍັງຄົງເປັນ ບັນຫາຄົງຄ້າງ ລະຫວ່າງກັນ.
ຫລ້າສຸດ ໃນໄລຍະເດືອນ ທັນວາ ປີ 2018, ລາວ ໄດ້ສັ່ງເຮືອບິນຣົບ ຊື່ວ່າ YAK 130 ທັງໝົດ 4 ລຳ ໃນເບື້ອງຕົ້ນ ແລະ ຣົດຖັງ ທີ່ຊື່ວ່າ T-72B White Eagle ຫລາຍ 10 ຄັນ ຈາກປະເທດຣັດເຊັຍ ເພື່ອມາເສີມຄວາມເຂັ້ມແຂງທາງການທະຫານ.
ກ່ຽວກັບເລື້ອງນີ້ ແຫລ່ງຂ່າວທີ່ໃກ້ຊິດ ເຈົ້າໜ້າທີ່ທະຫານລະດັບສູງ ຂອງກະຊວງປ້ອງກັນປະເທດ ໃຫ້ ທັສນະວ່າ ນຶ່ງໃນເຫດຜົນ ທີ່ລາວ ໄດ້ຕັດສິນໃຈ ຊື້ອາວຸດຍຸດໂທປະກອນ ຈາກປະເທດຣັດເຊັຍ ໃນຄັ້ງນີ້ກໍຄື ການຖືກນາຍຂູ່ ຈາກປະເທດເພື່ອນບ້ານ ຊຶ່ງນຶ່ງໃນນັ້ນ ກໍຄື ບັນຫາ ຊາຍແດນ ລາວ-ກັມພູຊາ ເພາະ ຖ້າບໍ່ມີການປັບປຸງ ກໍຈະຖືກກັມພູຊາ ຂູ່ໃຊ້ກຳລັງທະຫານຕະຫລອດ.
ຄວາມຄືບໜ້າ ໃນບັນຫາຊາຍແດນ ລາວ-ກັມພູຊາ
ອີງຕາມການຣາຍງານຂອງໜັງສືພິມກອງທັບ ປະຊາຊົນລາວ, ເຈົ້າໜ້າທີ່ທະຫານແຂວງຈຳປາສັກ ກັບ ເຈົ້າໜ້າທີ່ທະຫານຈາກກອງພົນ ທີ 9 ຂອງ ກັມພູຊາ ໄດ້ປະຊຸມກັນໃນ ວັນທີ 27 ສິງຫາ 2019 ແລະ ໄດ້ຕົກລົງຖອນທະຫານອອກຈາກ ບໍຣິເວນ ໄຮ່ເຂົ້າຈຸດພິກັດ (E0523410 N1579776).
ເງື່ອນໄຂທີ່ມີການຕົກລົງກັນ ຄື:
1. ສອງຝ່າຍເຫັນດີຖອນກຳລັງທະຫານ ຂອງຕົນອອກຈາກບໍຣິເວນໄຮ່ເຂົ້າຈຸດພິກັດ (E0523410 N1579776) ກັບຄືນສູ່ຈຸດທີ່ຕັ້ງເດີມ ຂອງຕົນ.
2. ສອງຝ່າຍເຫັນດີເປັນເອກກະພາບ ຈັດຕັ້ງຄນະກັມມະການຮ່ວມ ເພື່ອສັງເກດການ ແລະ ກວດກາການຖອນກຳລັງທະຫານ ຂອງທັງ ສອງຝ່າຍ, ເຊິ່ງກຳນົດເອົາຝ່າຍລະ 5 ຄົນ.
3. ສອງຝ່າຍເຫັນດີກຳນົດເວລາການຈັດຕັ້ງປະຕິບັດ ການຖອນກຳລັງທະຫານຂອງຕົນ ອອກຈາກຈຸດດັ່ງກ່າວ ເລີ່ມແຕ່ ເວລາ 8:00-11:00 ໂມງ ຂອງ ວັນທີ 29 ສິງຫາ 2019 ໃຫ້ສຳເຣັດ.