ຂໍ້ຂັດແຍ່ງຊາຍແດນ ລາວ-ກຳພູຊາ ຜ່ອນຄາຍ

ກອງກໍາລັງທະຫານ ຂອງກັມພູຊາ ທີ່ເຄື່ອນເຂົ້າມາເຂດຊາຍແດນ (ອັດຕະປື-ຊຽງແຕງ) ແລ້ວຕໍ່ມາມີຄໍາສັ່ງໃຫ້ຖອນກັບ ຫລັງຈາກມີການ ເຈຣະຈາກັນ
ກອງກໍາລັງທະຫານ ຂອງກັມພູຊາ ທີ່ເຄື່ອນເຂົ້າມາເຂດຊາຍແດນ (ອັດຕະປື-ຊຽງແຕງ) ແລ້ວຕໍ່ມາມີຄໍາສັ່ງໃຫ້ຖອນກັບ ຫລັງຈາກມີການ ເຈຣະຈາກັນ (Public Domain)

0:00 / 0:00

ຄວາມຂັດແຍ່ງຊາຍແດນຣະຫວ່າງລາວແລະກໍາພູຊາ ຮຸນແຮງຂຶ້ນ ຈົນມີການປະເຊີນໜ້າກັນທາງທະຫານເມື່ອທ້າຍປີກາຍແລະຕົ້ນນີ້ ເຮັດໃຫ້ຄວາມສຳພັນຂອງປະຊາຊົນສອງຊາດ ທີ່ມີມູນເຊື້ອສາມັກຄີຮັກແພງ ແລະຊ່ອຍເຫຼືອຊຶ່ງກັນແລະກັນຖານອ້າຍອ້າຍນ້ອງ, ໄດ້ຮັບຜົລກະທົບ.

ແຕ່ມາເຖິງກາງເດືອນກັນຍານີ້ ຄວາມຂັດແຍ່ງທີ່ີວ່ານັ້ນ ຜ່ອນຄາຍລົງແດ່ແລ້ວ ພາຍຫລັງນາຍົກຣັຖມົນຕຣີກໍາພູຊາ ໄດ້ສັ່ງໃຫ້ກອງກໍາລັງ ທະຫານຂອງຕົນ ຖອນອອກຈາກຊາຍແດນ ທີ່ຍັງຂັດແຍ້ງກັນຢູ່.

ກ່ອນນີ້ ຜູ້ຕາງໜ້າຣັຖບາລລາວ ແລະ ກໍາພູຊາ ພົບພໍ້ກັນ ເພື່ອຫາທາງແກ້ໄຂບັນຫາຂັດແຍ້ງຊາຍແດນແລ້ວ 3 ຄັ້ງທັງຢູ່ນະຄອນຫຼວງວຽງຈັນ, ຢູ່ກຸງພະນົມເປັນ ແລະຢູ່ຮ່າໂນ້ຍ ແຕ່ກໍຍັງ ບໍ່ສາມາດແກ້ໄຂກັນໄດ້.

ຝ່າຍລາວ ຖືເອົາແຜນທີ່ ທີ່ຝຣັ່ງເສສເປັນຜູ້ແຕ້ມ ສມັຍລາວເປັນເມືອງຂຶ້ນ ຂນະທີ່ຝ່າຍກໍາພູຊາ ຖືເອົາແຜນທີ່ ທີ່ສະຫະຣັຖອາເມຣິກາ ເປັນຜູ້ແຕ້ມ. ເຖິງຢ່າງໃດກໍດີ ທັງສອງຝ່າຍ ໄດ້ເຫັນພ້ອມກັນ ຂຽນຈົດໝາຍເຖິງຣັຖບາລປະເທສຝຣັ່ງ ເພື່ອຂໍແຜນທີ່ ແບ່ງເຂດຊາຍແດນ ລາວ-ກໍາພູຊາ ມາຕັ້ງແຕ່ປີກາຍ ແຕ່ມາຮອດປານນີ້ກໍຍັງບໍ່ທັນໄດ້ຂຽນເທື່ອ. ທ່ານ ຮຸນເຊນ ນາຍົກຣັຖມົນຕຣີກໍາພູຊາ ເຕືອນ ຣັຖບາລລາວ ຢ່າງເດັດຂາດ ເມື່ອກາງເດືອນສິງຫາປີກາຍວ່າ:

“ພວກເຮົາບໍ່ໄດ້ປະກາດສົງຄາມ, ພວກເຮົາພຽງແຕ່ຂໍໃຫ້ໄດ້ແຜ່ນດິນຄືນມາ ແລະພວກເຮົາຈະບໍ່ເອົາດິນໃຜ”.

ແຕ່ກໍຍັງດີ ທີ່ທ່ານໄດ້ສັ່ງໃຫ້ກອງກໍາລັງທະຫານກໍາພູຊາຖອນອອກຈາກເຂດ ຊາຍແດນ ທີ່ຍັງຕົກລົງກັນບໍ່ທັນໄດ້ ຄືແຕ່ເຂດຫ້ວຍຕະເງົາ ໄປຫາຫ້ວຍອາໄລ ທີ່ຢູ່ຣະຫວ່າງແຂວງອັດຕະປືຂອງລາວ ແລະແຂວງຣັຕນະຄີຣີຂອງກຳພູຊາ ໃນມື້ວັນທີ 13 ແລະ 14 ກັນຍາ 2018 ໃນຣະຫວ່າງການຖແລງຜົລການປຶກສາຫາລືເພື່ອແກ້ໄຂບັນຫາຊາຍແດນ ກັບ ສປປລາວ ທີ່ກຸງຮ່າໂນ້ຍ ປະເທສວຽດນາມ ໃນມື້ວັນທີ 13 ກັນຍານີ້. ແຕ່ເຈົ້າໜ້າທີ່ ປກຊ-ປກສ ພາກໃຕ້ຂອງລາວຜູ້ຂໍສງວນຊື່ ແລະສຽງ ໄດ້ຢືນຢັນຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ກັນຍານີ້ວ່າ:

”ຄວາມເປັນຈິງ, ທຸກຢ່າງຍັງຄືເກົ່າ ເຖິງມີຖແລງການຮ່ວມ ທີ່ຈະຖອນທະຫານກໍາພູຊາ ອອກຈາກເຂດຫ້ວຍຕະເງົ້າກໍ່ຕາມ. ແຕ່ໃນຄວາມ ເປັນຈິງ ຝ່າຍກຳພູຊາ ຍັງບໍ່ໄດ້ຖອນທະຫານອອກຈາກເຂດຫ້ວຍຕະເງົ້າ ໄປຫາຫ້ວຍອາໄລແຕ່ຢ່າງໃດ ໃນເວລານີ້”.

ທ່ານເວົ້າຕໍ່ໄປວ່າ: "ທະຫານກຳພູຊາຍັງເຄື່ອນໄຫວຕາມຊາຍແດນຢູ່ ຍັງບໍ່ໄດ້ຖອນ. ຕາມເຂດຊາຍແດນ ເບື້ອງແຂວງຊຽງແຕງ ແລະ ແຂວງຈຳປາສັກ ທີ່ຍັງຕົກລົງກັນບໍ່ໄດ້ ຝ່າຍກຳພູຊາ ໄດ້ສ້າງເຮືອນພັກຕື່ມອີກປະມານ 290 ຫຼັງ, ບໍ່ເຂົ້າໃຈວ່າ ເຂົາປຸກຂຶ້ນເພື່ອຫຍັງ? ເພາະບໍ່ເຫັນໃຜມາຢູ່. ສລຸບແລ້ວ ເວົ້າໄດ້ວ່າ ຣັຖບາລກໍາພູຊາ ເວົ້າແບບນຶ່ງ, ແຕ່ປະຕິບັດໄປເປັນອີກແບບນຶ່ງ".

ໃນເຂດຂັດແຍ່ງດັ່ງກ່າວ ກອງກໍາລັງທະຫານຂອງແຕ່ລະຝ່າຍ ຕ່າງກໍລາດ ຕະເວນຂອງໃຜຂອງລາວ. ທະຫານກໍາພູຊາ ກໍລາດຕະເວນ ຢູ່ເບື້ອງກໍາພູຊາ, ທະຫານ ສປປລາວ ກໍລາດຕະເວນຢູ່ເບື້ອງລາວ. ໃນເຂດທີ່ຍັງບໍ່ທັນໄດ້ແກ້ໄຂ ທ່ານ ຮຸນເຊນ ວາງ 3 ເງື່ອນໄຂ ໃຫ້ ສປປ ລາວ ປະຕິບັດຕາມ ດັ່ງທ່ານໄດ້ກ່າວ ໃນພິທີຖແລງການຮ່ວມ ຢູ່ກຸງຮ່າໂນ້ຍ ທີ່ໂທຣະທັດແຫ່ງຊາດລາວ ນໍາມາເຜີຍແພ່ຕອນນຶ່ງວ່າ:

“ກ່ຽວກັບເຂດທີ່ບໍ່ທັນໄດ້ແກ້ໄຂນີ້. ອັນທີ 1, ບໍ່ໃຫ້ມີກອງທັບກອງກຳລັງທະຫານ. ອັນທີ 2, ບໍ່ໃຫ້ມີປະຊາຊົນຢູ່ຫັ້ນ. ອັນທີ 3, ຕ້ອງມີການລາດຕະເວນຮ່ວມກັນ”.

ໃນຂນະທີ່ ໜັງສືພິມທາງການລາວ ຣາຍງານເມື່ອວັນທີ 17 ກັນຍານີ້ ໂດຍມີການຂຍາຍຕື່ມບາງອັນກ່ຽວກັບເງື່ອນໄຂດຽວກັນນັ້ນວ່າ 1. ບໍ່ໃຫ້ມີກອງທັບທະຫານ; 2. ບໍ່ໃຫ້ມີປະຊາຊົນຢູ່ທີ່ນັ້ນ, ບໍ່ໃຫ້ເຂົ້າມາດໍາເນີນທຸຣະກິຈ ຫຼື ທໍາມາຫາກິນ ແລະ 3. ຖ້າຫາກວ່າຢາກລາດ¬ຕະ¬ເວນ ກໍຕ້ອງມີການລາດ¬ຕະ¬ເວນຮ່ວມກັນ. ການລາດ¬ຕະ¬ເວນຮ່ວມກັນ ສາ¬ມາດເດີນ¬ທາງທາງ¬ບົກ ແລະໃຊ້ໂດຣນໄດ້. ການລາດ¬ຕະ¬ເວນທາງ¬ບົກກໍ່ຕ້ອງຮ່ວມກັນ, ການໃຊ້ໂດຣນກໍ່ຕ້ອງໃຊ້ຮ່ວມກັນ.

ຕໍ່ 3 ເງື່ອນໄຂ ຫລື 3 ຫັກການ ທີ່ຣັຖບາລກໍາພູຊາໄດ້ສເນີມານັ້ນ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ກໍເຫັນດີຕາມ ແລະ ເຫັນດີກັບທ່ານ ຮຸນເຊນ ທີ່ໃຫ້ສອງກະຊວງ ການຕ່າງປະເທສ ຂອງພວກທ່ານຕ້ອງ ສເນີໃຫ້ປະເທສຝຣັ່ງເສດໄວ ເພື່ອຂໍໃຫ້ ສົ່ງ ແຜນທີ່ມາໃຫ້ ເພື່ອສຶກສາ; ໃຫ້ສອງຄນະກັມການຊາຍແດນ ທີ່ຖືກແຕ່ງຕັ້ງຂຶ້ນນັ້ນ ສືບຕໍ່ລົງໄປສະຖານທີ່ຕົວຈິງ ເພື່ອສຶກສາຄົ້ນຄວ້າ, ບັນຫາໃດ ພໍແກ້ໄຂໄດ້ ກໍໃຫ້ແກ້ໄຂ ເພື່ອບໍ່ໃຫ້ເຣື່ອງບານປາຍ. ທັງສອງນາຍົກ ຕົກລົງກັນວ່າ ໃນຕໍ່ໄປ ສອງຄນະກັມການ ຮ່ວມມື ຊາຍແດນ ຂອງສປປລາວ ແລະ ກໍາພູຊາ ຄວນຈະຫາລືກັນໄວໃນຫຼາຍດ້ານ ເພື່ອປະຕິບັດຂໍ້ຕົກລົງ ທີ່ໄດ້ເຫັນພ້ອມນໍາກັນແລ້ວນັ້ນ.

ການພົບພໍ້ກັນຣະຫວ່າງນາຍົກຣັຖມົນຕຣີ ສປປລາວ ແລະກຳພູຊາ ເພື່ອແກ້ໄຂຂໍ້ຂັດແຍ້ງຊາຍແດນຣະຫວ່າງສອງປະເທສ ທີ່ກຸງຮ່າໂນ້ຍ ປະເທສຫວຽດນາມ ເມື່ອວັນທີ 13 ກັນຍານີ້ ເປັນຄັ້ງທີ 3 ພາຍຫຼັງ 2 ຄັ້ງທີ່ໄດ້ພົບພໍ້ກັນມາ ຢູ່ນະຄອນຫລວງວຽງຈັນ ເມື່ອວັນທີ 12 ສິງຫາ 2017 ແລະຢູ່ກຸງພະ ນົມເປັນ ເມື່ອວັນທີ 1 ກັນຍາຂອງປີດຽວກັນ. ແຕ່ກໍຍັງບໍ່ສາມາດແກ້ໄຂກັນໄດ້.

ບັນຫາຊາຍແດນ ຣະຫວ່າງສອງປະເທສນີ້ ຫລາຍຄົນເວົ້າວ່າ ຄົງຈະແກ້ໄຂກັນບໍ່ໄດ້ງ່າຍ ຍ້ອນວ່າ ແຕ່ລະຝ່າຍ ຖືຫລັກຖານອ້າງອີງ ແຕກຕ່າງກັນ ແລະຕ່າງຝ່າຍ ຕ່າງກໍກ່າວຫາ ຊຶ່ງກັນແລະກັນວ່າ ລະເມີດເຂດນໍ້າດິນແດນຂອງຕົນ. ຝ່າຍກໍາພູຊາ ກ່າວຫາ ຝ່າຍລາວວ່າ ໃຊ້ກອງທັບ ທີ່ປະກອບອາວຸດເບົາທຸກຢ່າງ ເຂົ້າໄປໃນດິນແດນກໍາພູຊາ ໂດຍບໍ່ໄດ້ຮັບອະນຸຍາດ ຈາກກໍາພູຊາ ຊຶ່ງເປັນປະເທສ ທີ່ມີ ອະທິປະໄຕ ແລະຜືນແຜ່ນດິນ ອັນຄົບຖ້ວນ ແລະທັງວ່າ ກອງທັບລາວ ໄດ້ຂຸດຫລຸມກໍ້າບັງ ຫລືບັງເກີ ແລະ ໄດ້ຕຽມພ້ອມ ສູ້ຮົບມາຕັ້ງ ແຕ່ເດືອນເມສາ ປີກາຍ ຊຶ່ງເປັນການກະທໍາທີ່ຂັດກັບກົດບັດສະຫະປະຊາຊາດ ແລະກົດບັດອາຊຽນ ຊຶ່ງ ສປປລາວ ແລະກໍາພູຊາ ເປັນສະມາຊິກ - ຕາມເອກກະສານທາງການຂອງກຳພູຊາ.

ຍິ່ງໄປກວ່ານັ້ນ ຝ່າຍກຳພູຊາຍັງກ່າວຫາວ່າ ຝ່າຍລາວລ່ວງລ້ຳອະທິປໄຕຂອງຕົນ ແລະທັງສົ່ງກຳລັງທະຫານລາວເຂົ້າມາປະຈຳການຕື່ມອີກ. ແລະທ່ານ ຮຸນເຊນ ເອງ ກໍໄດ້ຍື່ນຄຳຂາດ ໃນມື້ວັນທີ 11 ສິງຫາ 2017 ໃຫ້ຣັຖບາລ ສປປລາວ ຖອນກຳລັງທະຫານອອກຈາກ ເຂດ ອະທິປະໄຕຂອງກຳພູຊາ ພາຍໃນ 6 ມື້ ຄືໃນມື້ວັນທີ 17 ສິງຫາ, ບໍ່ດັ່ງນັ້ນຈະດຳເນີນການທາງທະຫານ ແລະທັງສເນີໃຫ້ຝ່າຍລາວ ຮັບຂໍ້ສເນີຂອງຝ່າຍກຳພູຊາໃນການແກ້ໄຂ 4 ຈຸດ ຄື: ບໍຣິເວນຫລັກໝາຍ 033, ບໍຣິເວນເສັ້ນທາງເລກທີ 13/7, ບໍຣິເວນເວີນຄາມ ແລະບໍຣິເວນຫລັກໝາຍ 032-032/6.

ໃນຂນະດຽວກັນນັ້ນ ຝ່າຍລາວກໍກ່າວຫາຝ່າຍກຳພູຊາວ່າ ເຖິງວ່າໄດ້ຕົກລົງກັບຝ່າຍລາວແລ້ວວ່າ ບໍຣິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົ້າ ເປັນ ບໍຣິເວນຄົງຄ້າງ ແລະຫ້າມບໍ່ໃຫ້ມີການດຳເນີນກິຈກຳຢູ່ບໍຣິເວນນີ້ແລ້ວກໍຕາມ ແຕ່ຝ່າຍກຳພູຊາບໍ່ໄດ້ເຄົາຣົບ, ບໍ່ປະຕິບັດ ແລະຍັງຝ່າຝືນ ຄຳຕົກລົງນັ້ນ ອັນເປັນສາເຫດໃຫ້ເກີດສະພາບການເຄັ່ງຕຶງຕາມບໍຣິເວນຊາຍແດນຣະຫວ່າງສອງປະເທສ. ແລະທັງວ່າ ເລີ້ມແຕ່ຕົ້ນເດືອນ ກຸມພາ 2017 ມາ ກອງທະຫານ ຊ່າງແສງກຳພູຊາ ໄດ້ກໍ່ສ້າງເສັ້ນທາງ ລຽບຕາມເຊກອງ ຫຍັບເຂົ້າໄປ ຫາບໍຣິເວນແກ້ງ ຕໍມໍຄອຍ -ຫ້ວຍຕະເງົ້າ ພ້ອມທັງ ຈັດວາງກຳລັງເປັນຈຸດໆໄປ.

ມາເຖິງປັດຈຸບັນ ຫຼາຍຄົນເວົ້າວ່າ ການແກ້ໄຂຂໍ້ຂັດແຍ່ງທາງດ້ານຊາຍແດນ ຣະຫວ່າງ ລາວ ແລະກໍາພູຊາ ຍັງບໍ່ມີທ່າທີ ວ່າຈະຊິ້ນສຸດລົງ ດ້ວຍການເຈຣະຈາ ຢ່າງສັນຕິວິທີນໍາກັນໄດ້ ໃນເມື່ຶອຝ່າຍກໍາພູຊາ ຍັງຍຶດໝັ້ນຢູ່ໃນທັສນະທີ່ວ່າ:

“ການເຈຣະຈາ ເປັນພຽງການເຈຣະຈາ, ແຕ່ການເຄື່ອນຍ້າຍທັບ ຂອງກໍາພູຊາ ຢູ່ໃນເຂດແດນ ຂອງກໍາພູຊາ ຈໍາເປັນຕ້ອງມີການ ດໍາເນີນໄປ ຕາມແຜນການ” ຂອງຕົນນັ້ນຢູ່ຕໍ່ໄປ.