ຕໍາຣວດສືບສວນສາເຫດ ຄົນຈີນ ຍິງກັນ
2020.07.10

ເຈົ້າໜ້າທີ່ຕຳຣວດ ກຳລັງສືບສວນຫາສາເຫດ ຄົນຈີນຍິງກັນຕາຍ ຢູ່ເຂດເສຖກິດພິເສດສາມຫລ່ຽມຄຳ; ມື້ນີ້ ພວກເຮົາມີຂໍ້ມູນເພິ້ມຕື່ມດັ່ງນີ້ ມີຄົນຮ້າຍສອງຄົນ ເປັນຜົວເມັຽກັນໃຊ້ປືນປຸ້ນ ຄົນຈີນດ້ວຍກັນ ແລ້ວຫລົບໜີ; ຜູ້ເປັນຜົວ ໄດ້ຮັບບາດເຈັບ ແລະຖືກຈັບ; ສ່ວນຜູ້ເປັນເມັຽ ຫລົບໜີໄປໄດ້.
ເຈົ້າໜ້າທີ່ຕຳຣວດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃຫ້ຣາຍລະອຽດກ່ຽວກັບເຣື່ອງນີ້ກັບ ວິທຍຸເອເຊັຽເສຣີ ໃນວັນທີ 10 ກໍຣະກະດາ 2020 ນີ້ວ່າ:
“ຕອນນີ້ທີ່ ຣາຍງານມານີ້ ແມ່ນຈັບໂຕໄດ້ພຽງແຕ່ຜູ້ເປັນຜົວ ໄດ້ຮັບບາດເຈັບ ແລ້ວຜູ້ເປັນເມັຽ ຍັງຈັບບໍ່ທັນໄດ້ເທື່ອ. ສາເຫດທີ່ຈິງນັ້ນ ຍັງບໍ່ທັນໄດ້ຮັບຣາຍງານມາເທື່ອ; ການສືບສວນ ສອບສວນຄືບໜ້າ ກໍຈະມີຣາຍງານມາ.”
ເຈົ້າໜ້າທີ່ ປກສ ທ່ານນີ້ກ່າວຕື່ມວ່າ ຜູ້ເສັຍຊີວິດຍ້ອນເຫດການ ນີ້ມີ 4 ຄົນ ຄື ທ້າວ ໂຮຊິນ ຫລົງ ອາຍຸ 33 ປີ, ທ້າວ ລີຟູກາງ ອາຍຸ 33 ປີ, ທ້າວ ຢາງຝິງຊາ ອາຍຸ 31 ປີ, ແລະ ທ້າວ ຫລິວຢູ່ຊິນ ອາຍຸ 33 ປີ. ຜູ້ໄດ້ຮັບບາດເຈັບ ມີສອງຄົນຄື; ນາງ ຢູລີລີ ອາຍຸ 34 ປີ ແລະຄົນຮ້າຍທີ່ຖືກຈັບ ຊື່ທ້າວ ຢິນອາເຊັງ ອາຍຸ 58 ປີ.
ຕາມຜົນຂອງການສືບສວນສອບສວນ ເບື້ອງຕົ້ນ ເຫດການຍິງກັນຄັ້ງນີ້ ເປັນການປຸ້ນຊັບ ເພາະເຈົ້າໜ້າທີ່ຄົ້ນພົບ ຫລັກຖານຫລາຍຢ່າງ ເຊັ່ນ ປືນ 9ມມ ນຶ່ງກະບອກ, ລູກປືນ 10 ລູກ, ເງິນຈີນ 807,600 ຢວນ, ເງິນໄທ 58,500 ບາດ, ແລະ ຊິບກາສິໂນມູນຄ່າ 112,000 ຢວນ. ເຈົ້າໜ້າທີ່ ປກສ ຈະສືບສວນ ແລະສອບສວນຄົນຮ້າຍ ທີ່ຖືກຈັບນັ້ນຕື່ມ ຫລັງຈາກຜູ້ກ່ຽວ ຟື້ນໂຕໄດ້.
ເມື່ອໄດ້ຍິນຂ່າວ ຊາວລາວຄົນນຶ່ງ ໃນເມືອງຕົ້ນເຜິ້ງ ກໍຕື່ນຕົກໃຈ:
“ໂອ່, ແມ່ນລະວ໊າ ໄດ້ຍິນ ຂ່າວຕາມເຟສນັ້ນລະ ກໍບໍເຄີຍເຫັນກໍຣະນີ ແບບນີ້ຈັກເທື່ອເນາະ.”
ຊາວເມືອງຕົ້ນເຜິ້ງ ອີກຄົນນຶ່ງກ່າວວ່າ ຄົນຈີນປຸ້ນກັນເອງ ແລ້ວຕຳຣວດໄລ່ຍິງ ຢູ່ໃກ້ໆກັບບ້ານໃຫຍ່ນ້ຳເກິ່ງໃໝ່ ແຕ່ໂຊກດີທີ່ຊາວບ້ານ ປອດພັຍ:
“ບໍ່ໆ ບໍ່ເປັນຫຍັງປົກກະຕິ; ແມ່ນແຫຼະ ຄົນຈີນເຂົາໄປປຸ້ນຢູ່ ກາສິໂນເນາະ ແລ້ວຂະເຈົ້າມາລັດຍິງ ກັນຢູ່ນີ້.”
ຊາວແຂວງບໍ່ແກ້ວຄົນນຶ່ງ ຈົ່ມວ່າ ຢູ່ເຂດເສຖກິດພິເສດ ຄົນຈີນມີສິດຫລາຍກວ່າຄົນລາວ; ມີຫຍັງເກີດຂຶ້ນ ເຈົ້າໜ້າທີ່ລາວກໍບໍ່ສາມາດເຂົ້າ ໄປກວດໄດ້:
“ເວົ້າຕາມ ເຣື່ອງທາງດ້ານກົດໝາຍນີ້ ເຮົາກໍອ່ອນ; ທັມມະດາ ປະເທດນີ້ ມາລົງທຶນຢູ່ບ້ານເຮົາ ມັນຕ້ອງຢູ່ພາຍໃຕ້ກົດໝາຍຂອງລາວເຮົາ; ທຸກສິ່ງ ທຸກຢ່າງ ອັນນີ້ເຂົາລະມີສິດກວ່າເຮົາ; ເຮົາບໍ່ມີສິດໄປກວດໄປກາ ຢູ່ພາຍໃນຂອງເຂົາ ນີ້ກະເຮົາກະອ່ອນຢູ່ເຣື່ອງນີ້.”
ສ່ວນເຈົ້າໜ້າທີ່ກະຊວງແຜນການ ແລະການລົງທຶນ ອະທິບາຍວ່າ ຕາມຣະບຽບຫລັກການ ແລ້ວ ເຂດເສຖກິດພິເສດ ຕ້ອງມີສະພາບໍຣິຫານ ທີ່ປະກອບດ້ວຍຄົນຕ່າງປະເທດ ແລະ ເຈົ້າໜ້າທີ່ ທາງການລາວ ແຕ່ສຳຣັບເຂດເສຖກິດພິເສດ ສາມຫລ່ຽມຄຳ ທ່ານກ່າວວ່າ:
“ຄົນຂະເຈົ້າເອງ ທີ່ມາສ້າງບັນຫາ; ຂະເຈົ້າເປັນຜູ້ບໍຣິຫານເອງ ເປັນການຝູກຂາດເລີຍເນາະ; ການຄຸ້ມຄອງທາງດ້ານ ຄວາມສງົບ ລະແມ່ນ ໄທເຮົາ ມັນແຕະຕ້ອງ ຄົນເຮົາ ມັນກະຕ້ອງ ໄດ້ເວົ້າກັນໃໝ່.”
ເຈົ້າໜ້າທີ່ທ່ານນີ້ ອະທິບາຍວ່າ ຖ້າຄົນຕ່າງປະເທດ ມາລົງທຶນ ກໍ່ເຫດຮຸນແຮງແບບນີ້ໃນ ລາວ, ຣັຖບານລາວ ກໍຄວນຫາລືກັບປະເທດນັ້ນ.
ເມື່ອເດືອນ ມົກກະຣາ ປີກາຍ ກະຊວງການຄັງ ຂອງ ສະຫະຣັຖອະເມຣິກາ ຂື້ນບັນຊີດຳ ບໍຣິສັດ ຄິງໂຣມັນ ທີ່ເປັນເຈົ້າຂອງ ໂຮງກະຊິໂນ ໃນເຂດເສຖກິດພິເສດ ສາມຫລ່ຽມຄຳ ເປັນ ອົງການ ກໍ່ອາຊຍາກັມຂ້າມຊາດ ຊຶ່ງມີທັງການ ຄ້າຢາເສບຕິດ ການຄ້າມະນຸດ ການຄ້າສັດປ່າ ແລະ ອະວັຍວະສັດປ່າ.
ໃນຂນະດຽວກັນ ເວັບໄຊຕ໌ Lifegate ກໍຣາຍງານວ່າ ເຂດເສຖກິດພິເສດ ສາມຫລ່ຽມຄຳ ເປັນສູນການຄ້າເຖື່ອນ ທີ່ມີມູນຄ່າເຖິງ 20 ຕື້ ດອນລ່າ ສະຫະຣັດ.
ທ້າຍປີກາຍ ອົງການສືບສວນ ສິ່ງແວດລ້ອມ ທີ່ອັງກິດ ກໍຣາຍງານວ່າ ເຂດເສຖກິດພິເສດ ສາມຫລ່ຽມຄຳ ລ້ຽງເສືອກວ່າ 1,000 ໂຕ ແລະຜລິດວາຍກະດູກເສືອ ສົ່ງໄປຈີນ.