2 ທັນວາ ໃນທັສນະຂອງ ປັນຍາຊົນ

ອຸ່ນແກ້ວ ສຸກສະຫວັນ
2019.12.03
F-Flag ສປປລາວ
Public Domain

ຣັຖບານລາວ ນັບແຕ່ປີ 1975 ເປັນຕົ້ນມາ ໄດ້ປະກາດ ວັນທີ 2 ທັນວາ ເປັນວັນຊາດ ແຫ່ງ ສປປລາວ ແຕ່ຄົນລາວ ຢູ່ຕ່າງປະເທດ ທີ່ ເຄື່ອນໄຫວທາງການເມືອງ ເຫັນວ່າ ວັນດັ່ງກ່າວ ເປັນວັນທີ່ບໍ່ດີ. ຍານາງ ບຸນທອນ ຈັນທະລາວົງ ວິເຊີ ປະທານອົງການ ພັນທະມິດ ເພື່ອ ປະຊາທິໄຕ ໃນລາວ ທີ່ມີສຳນັກງານ ຢູ່ ປະເທດເຢັຽຣະມັນ ໄດ້ກ່າວປະນາມ ວັນດັ່ງກ່າວ ວ່າ:

"ພວກເຮົາອົງການພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ຮ່ວມກັບ ພໍ່ແມ່ພີ່ນ້ອງຊາວລາວ ຜູ້ຮັກຊາດ ແລະຮັກປະຊາທິປະໄຕ ໃນທຸກ ຫົນແຫ່ງທ່ົວໂລກ ຂໍປະນາມຢ່່າງຮຸ່ນແຮງ ຕໍ່ວັນມະຫາອຸບາດ ຂອງຊາດລາວ ວັນທີ 2 ທັນວາ ຄົບຮອບ 44 ປີ.

ຍານາງ ບຸນທອນ ກ່າວຕື່ມວ່າ:

"ພາຍຫລັງທີ່ຍຶດອຳນາດ ແບບບໍ່ຍຸຕິທັມແລ້ວ ຜູ້ກຳອຳນາດພັກຣັດກໍໄດ້ ພຍາຍາມລຶບລ້າງ ປວັດສາດຂອງລາວ ປະເທດລ້ານຊ້າງ ທີ່ຖືກ ຕັ້ງຂຶ້ນ ໃນປີ 1353 ໂດຍເຈົ້າຟ້າງຸ່ມ ມະຫາຣາດ ຊື່ງເປັນຮາກເຫງົ້າ ຂອງຄວາມເປັນລາວ ໃຫ້ຫມົດໄປ."

ແຕ່ ນັກວິຊາການລາວ ຢູ່ໃນປະເທດ ແນະນຳຜູ້ວິຈານວັນ ດັ່ງກ່າວ ໃຫ້ຂ້າມຜ່ານແນວຄິດດັ່ງເດີມ ແບບບໍ່ທັນສະພາບ, ດັ່ງທ່ານໄດ້ກາວຕໍ່ ເອເຊັຽເສຣີ ວ່າ:

"ການທີ່ວ່າ ມີແຕ່ວິຈົ່ມວ່າ ມີແຕ່ວິຈານຢ່າງດຽວ ມັນຕ້ອງກັບຄືນມາຖາມໂຕເອງວ່າ ເຈົ້າເດ້ ເຮັດຫຍັງໄດ້ແດ່ ເຮັດຫຍັງເພື່ອປະເທດຊາດ ມີຫຍັງ ເວົ້າມາເບິ່ງ ອັນນີ້ ມັນຕ້ອງໄດ້ເບິ່ງຄືນນະ ມັນຕ້ອງຂ້າມພົ້ນແນວຄວາມຄິດດັ່ງເດີມ ແນວຄວາມຄິດເກົ່າແກ່ ບໍ່ທັນສະພາບ, ກ່ອນທີ່ຈະວິຈານຄົນອື່ນ ເຮົາມີສິ່ງທີ່ດີກ່ອນນັ້ນແລ້ວ ຫລື ບໍ່,"

ນັກວິຊາການ ທ່ານ ນີ້ກ່າວວ່າ:

"ການທີ່ເຈົ້າວິພາກວິຈານ ວັທນະທັມ ຫຼືວ່າ ລະບົບຂອງສັງຄົມ ຫຼື ລະບົບທາງດ້ານການເມືອງນີ້ ກ່ອນເຈົ້າຈະວິພາກວິຈານ ເຮົາຕ້ອງຖາມ ໂຕເອງວ່າ ເຮົາມີອັນດີກ່ອນນັ້ນບໍ່ ເພາະວ່າ ຄັນຖ້າວ່າ ເຈົ້າໄປວິພາກວິຈານ ຫລື ເຈົ້າໄປທຳລາຍມັນນີ້ ຖ້າເຈົ້າ ບໍ່ມີອັນໃດ ໄປທົດແທນ ມັນຍິ່ງຈະຮ້າຍແຮງກ່ວານັ້ນ."

ນັກວິຊາການທ່ານນີ້ ຍັງກ່າວຢ້ຳອີກວ່າ: ວັນທີ 2 ທັນວາ ກໍເປັນທຳມະດາ ຢູ່ໃນປະຕິທິນ ຂອງມັນຢູ່ແລ້ວ ບໍ່ໝາຍຄວາມວ່າ ວັນ-ທີ-ເດືອນ-ປີ ມັນບໍ່ດີ, ແຕ່ການທີ່ມີຜູ້ຕີຄວາມໝາຍວ່າ ວັນດັ່ງກ່າວ ຈະດີ ຫລື ບໍ່ດີນັ້ນ ມັນຂຶ້ນຢູ່ກັບວ່າ ກຸ່ມຄົນໃດໄດ້ ຜົນປໂຍດ ແລະ ກຸ່ມຄົນໃດເສັຍຜົນປໂຍດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.