2 ທັນວາ ວັນຊາດ ສປປ ລາວ
2019.12.02
ຫຼາຍແຂວງໃນ ສປປລາວ ສລອງວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ ແບບບໍ່ມີການຈັດ ພິທີໃຫຍ່ໂຕ ພຽງແຕ່ສລອງກັນຕາມສະພາບ ເງື່ອນໄຂ ຂອງແຕ່ລະແຂວງ ທີ່ມີຄວາມສາມາດ, ດັ່ງການຈັດໂຮມຊຸມນຸມຂອງໃຜລາວ ປັກທຸງຊາດ ຕາມສະຖານທີ່ ຕ່າງໆ ສ່ວນປະຊາຊົນ ກໍມີການຈັດການຊຸມແຊວ ດັ່ງທີ່ເຄີຍປະຕິບັດກັນມາ. ດັ່ງປະຊາຊົນ ເມືອງນໍ້າບາກ ແຂວງຫຼວງພຣະບາງ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວເອເຊັຽ ເສຣີ ໃນວັນທີ 2 ທັນວາ ວ່າ:
"ໃນວັນທີ 2 ທັນວາໄດ້ປັກທຸງຊາດແລ້ວກາໄດ້ ຢູ່ບ້ານໝົດທຸກຄົນເນາະ ເພື່ອສເລີມສລອງ ມີຫຍັງກາລົມຫຍັງມີຫຍັງກາກິນຫຍັງ ຢູ່ບ້ານ ນີ້ແຫຼະບໍ່ເຮັດພິທີຫຍັງ ບ້ານຂອງພວກເຮົາກາບໍ່ໄດ້ເຮັດຫຍັງ ພວກເຮົາໄດ້ພັກຜ່ອນຫັ້ນແຫຼະ ບັນດາເຜົ່າຫັ້ນແຫຼະ."
ປະຊາຊົນຢູ່ເມືອງຫິນເຫີບ ແຂວງວຽງຈັນ ໃນວັນຊາດ ທາງບ້ານ ກໍ່ຈັດກັນເວັນຍາມ ແຕ່ບໍ່ໄດ້ມີພີທີສລອງ ຢ່າງເປັນທາງການທີ່ໃຫຍ່ໂຕ, ດັ່ງຊາວບ້ານ ເມືອງຫິນເຫີບ ໄດ້ໃຫ້ສຳພາດວ່າ:
"ການສເລີມສລອງ ວັນຊາດທີ 2 ທັນວາ ເຮົາເນາະກາ ຕາມທັມມະດານີ້ແຫຼະເນາະ ກາບໍ່ໄດ້ຈັດພິທີຫຍັງ ທັງໝົດຫັ້ນນ່າ ເພິ່ນກາກຽມຈັດ ກອງປະຊຸມໃຫຍ່ແລ້ວ ບ້ານອ້ອມຂ້າງນີ້ ກາບໍ່ມີບ້ານໃດຈັດຫັ້ນນ່າ ມີແຕ່ວ່າປ້ອງກັນເວັນຍາມ."
ໃນຂນະທີ່ ການສລອງວັນຊາດ ຢູ່ເມືອງຊຳເໜືອ ແຂວງຫົວພັນ ກໍບໍ່ໄດ້ຈັດພິທີທາງການ ພຽງແຕ່ຈັດ ຄືປີຜ່ານມາ, ດັ່ງຊາວເມືອງຊຳເໜືອ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວ ເອເຊັຽ ເສຣີວ່າ:
"ບໍ່, ບໍ່ໄດ້ເຮັດຫຍັງດອກ ຕອນແລງນີ້ກໍພັກຜ່ອນ ຢູ່ເຮືອນໃຜເຮືອນມັນ ງານມິດຕິ້ງຟັງປະຖະກະຖາ ເວົ້າມູນເຊື້ອ ເຂົາເຮັດແຕ່ມື້ກ່ອນ ພຸ້ນແລ້ວ ຄົບຮອບໃຫຍ່ນີ້ເຂົາເຮັດ 15 ປີເບາະ 20 ປີເບາະ 40 ປີເບາະ 45 ເບາະ ໄປແນວນັ້ນເຂົາຈັງເຮັດໃຫຍ່."
ອີງຕາມການຣາຍງານ ຂອງສື່ມວນຊົນທ້ອງຖິ່ນ ເມື່ອວັນທີ 30 ພຶສຈິກາ ວ່າ ຢູ່ນະຄອນຫຼວງວຽງຈັນ ປະຊາຊົນສລອງວັນຊາດ ໂດຍ ເດີນທາງໄປທ່ຽວ ແຂວງໜອງຄາຍ, ອຸດອນ ແລະ ຂອນແກ່ນ ຂອງປະເທດ ໃນໄລຍະສາມວັນ ນັບແຕ່ວັນທີ 30 ພຶສຈິກາ ເຖິງ ວັນທີ 2 ທັນວາ ເຈົ້າໜ້າທີ່ຄາດວ່າ ມີປະຊາຊົນຂ້າມຂົວ ມິຕພາບ ແຫ່ງທີ 1 ປະມານ 1 ໝື່ນຄົນ.