ສປປລາວ ໄດ້ເງິນກູ້ ຕ້ານ ໂຄວິດ-19

ມະນີຈັນ
2020.04.15
F-VT ນະຄອນຫຼວງວຽງຈັນ
RFA/TS

ທະນາຄານໂລກ ອະນຸມັດເງິນກູ້ສຸກເສີນ 18 ລ້ານໂດລາສະຫະຣັດ ແກ່ຣັຖບານລາວ ເພື່ອຕອບໂຕ້ການແຜ່ຣະບາດ ຂອງເຊື້ອພຍາດ ໂຄວິດ-19 ໂດຍແມ່ນທ່ານ ນິໂກລາ ພອນທາຣາ ຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາລາວ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ຮອງຣັຖມົນຕຣີກະຊວງການເງິນ ເປັນຜູ້ລົງນາມ ຢູ່ກະຊວງການເງິນ ໃນມື້ວັນທີ 7 ເມສາ 2020.

ລາວ ກໍມີການກຽມຄວາມພ້ອມ ໃນການຕອບໂຕ້ກໍຣະນີສຸກເສີນ ຮວມທັງການສະກັດກັ້ນ ແລະການຄວບຄຸມການຕິດເຊື້ອ, ການກວດຫາ ກໍຣະນີທີ່ຕິດເຊື້ອ ແລະຕິດຕາມຫາຜູ້ທີ່ມີການພົວພັນໃກ້ຊິດ ກັບຜູ້ຕິດ ເຊື້ອ ແລະຣະວັງກຸ່ມທີ່ມີຄວາມສ່ຽງ.

ທ່ານ Mariam Sherman ຜູ້ອໍານວຍການທະນາຄານໂລກ ປະຈໍາພະມ່າ, ກັມພູຊາ ແລະລາວ ກ່າວວ່າ ເມື່ອມີມາຕການປ້ອງກັນ ແລະ ຄວບຄຸມ ການສູນເສັຽຊີວິດ ແລະຜົລກະທົບ ທາງດ້ານເສຖກິດຈາກ ເຊື້ອພຍາດໂຄວິດ-19 ກໍສາມາດຫລຸດຜ່ອນລົງໄດ້. ແລະກໍເປັນເຣື່ອງ ທີ່ສໍາຄັນ ສໍາລັບປະຊາຄົມສາກົລ ໃນການຊ່ອຍເຫລືອລາວ ຂຍາຍຣະບົບສາທາຣະນະສຸກ ແລະຄວາມສາມາດໃນການຕອບໂຕ້.

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າຣັຖບານລາວ ຮູ້ສຶກເປັນບຸນເປັນຄຸນ ຕໍ່ການຊ່ອຍເຫຼືອຢ່າງທັນການຂອງທະນາຄານໂລກ, ໂຄງການ ທີ່ວ່ານັ້ນ ຈະຊ່ອຍເສີມ ຂຍາຍຣະບົບສາທາຣະນະສຸກ ຂອງລາວ ໃຫ້ເຂັ້ມແຂງຂຶ້ນ ຮວມເຖິງຄວາມສາມາດ ຂອງລາວໃນການຕອບໂຕ້ ການແຜ່ຣະບາດ ຂອງໂຄວິດ-19. ແລະວ່າ ຣັຖບານລາວ ຢູ່ໃນຣະຫວ່າງການປະຕິບັດມາຕການ ທີ່ຈໍາເປັນທຸກຢ່າງ ເພື່ອແກ້ໄຂບັນຫາ ການແຜ່ຣະບາດ ຂອງເຊື້ອພຍາດນີ້. ພ້ອມດຽວກັນ ກໍຊ່ອຍຍົກຣະດັບຄວາມສາມາດ ແລະຄວາມສໍານິສໍານານ ໃນດ້ານນີ້ຂອງພະນັກງານ ສາທາຣະນະສຸກລາວ ນໍາດ້ວຍ.

ທະນາຄານໂລກ ອະນຸມັດເງິນກູ້ສຸກເສີນໃຫ້ລາວເທື່ອນີ້ ໄດ້ມີຂຶ້ນ ຂນະທີ່ຫລາຍປະເທດ ກໍໃຫ້ການຊ່ອຍເຫລືອລາວ ຕ້ານເຊື້ອໂຄວິດ-19 ຊຶ່ງນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ກໍໄດ້ຮຽກຮ້ອງໃຫ້ພາກສ່ວນ ຕ່າງໆ ຂອງລາວຮ່ວມມືກັບສາກົລ, ກັບປະເທດເພື່ອນມິດ ໃນການຕໍ່ ສູ້ກັບເຊື້ອພຍາດນັ້ນ.

ທ່ານ ທອງລຸນ ສີສຸລິດ ກ່າວຕໍ່ກອງປະຊຸມ ທີ່ຫ້ອງວ່າການສໍານັກງານນາຍົກ ຣັຖມົນຕຣີເມື່ອວັນທີ 6 ເມສາ ນີ້ຄືນຶ່ງມື້ກ່ອນໜ້າການເຊັນ ສັນຍາ ໃຫ້ເງິນກູ້ຂອງທະນາຄານໂລກດັ່ງກ່າວວ່າ...

"ນອກຈາກສະຫາຍວຽດນາມ ສະຫາຍຈີນແລ້ວ ຫຼາຍປະເທດກໍຍັງຍື່ນມືມາຊ່ວຍເຫຼືອເຮົາ ເຮົາກະຮັບເວລານີ້ ຕ້ອງການ ຫຼໍ່ແຫຼມ ທີ່ສຸດ ຄືຣັດເຊັຽບໍ່ ເກົາຫລີໄຕ້ກໍສເນີວ່າ ຈະຊ່ວຍເຫລືອປະເທດ LCD ປະເທດທີ່ດ້ອຍ ພັທນາ ໃນການຕ້ານ COVID ນີ້ ໃຫ້ເຮັດໂຄງການ ໄປຫາຂະເຈົ້າ ເພື່ອຂໍການຊ່ວຍເຫຼືອ ນີ້ໄວເທົ່າທີ່ຈະໄວໄດ້ ເພາະວ່າເຮົາຊ້າບໍ່ໄດ້ແລ້ວ. ມື້ອື່ນນີ້ປາກົດວ່າສິເຊັນຮັບເງິນກູ້ຢືມດອກເບັ້ຽຕໍ່າ ຈາກທະນາຄານໂລກ ສິໃຫ້ 18 ລ້ານ ເສັຽກ່ອນ."

ເວົ້າເຣື່ອງການຊ່ອຍເຫລືອຂອງຕ່າງປະເທດ ແກ່ລາວ ທັງກ່ອນ ແລະພາຍຫລັງທີ່ລາວ ເລີ່ມມີຜູ້ຕິດເຊື້ອພຍາດໂຄວິດ-19 ໃນທ້າຍເດືອນ ມີນາ ທີ່ຜ່ານມານັ້ນ ກໍມີມາຢູ່ຕລອດ. ເວົ້າສະເພາະ ສະຫະຣັຖ ອາເມຣິກາ ກໍໄດ້ຊ່ອຍເຫຼືອລາວຕື່ມອີກເກືອບ 2 ລ້ານໂດລາສະຫະຣັຖ ໃນມື້ວັນທີ 13 ມິນາ ເພື່ອໃຊ້ເຂົ້າໃນການໂຕ້ຕອບ ການຣະບາດຂອງພຍາດ ໂຄວິດ-19 ຫຼື corona-virus ຊຶ່ງໃນນັ້ນມີທັງກະກຽມ ຣະບົບຫ້ອງວິເຄາະ, ການຊອກຫາກໍຣະນີ ຜູ້ຕິດເຊື້ອ, ການເຝົ້າຣະວັງ ແລະສນັບສນູນຜູ້ຊ່ຽວຊານ ດ້ານວິຊາການແລະອື່ນໆ.

ແລະກະຊວງປ້ອງກັນປະເທດ ສະຫະຣັດອາເມຣິກາ ກໍສນອງອຸປກອນການກວດຫາ ເຊື້ອພຍາດເພີ່ມຕື່ມ. ຜູ້ຊ່ຽວຊານຈາກສູນຄວບຄຸມ ແລະສະກັດກັ້ນພຍາດ ຂອງສະຫະຣັດອາເມຣິກາ ໄດ້ເດີນທາງມາເຖິງ ລາວ ເພື່ອໃຫ້ຄວາມຮູ້ກ່ຽວກັບພຍາດລະບາດວິທຍາ, ການເຝົ້າ ຕິດຕາມ ແລະການຝຶກອົບຮົມໃນຫ້ອງ ວິເຄາະພຍາດ.

ຜູ້ຊ່ຽວຊານ CDC 6 ຄົນ ໄດ້ເດີນທາງມາລາວ ເພື່ອຝຶກອົບຮົມ ດ້ານການແພດ ການຕິດຕາມ ແລະການຝຶກອົບຮົມ ດ້ານວິເຄາະພຍາດ. USCDC ແລະ DOD ໄດ້ນໍາພາການຝຶກຫັດ ແລະການຈໍາລອງ ສະພາບການ ກັບຄູ່ຮ່ວມມືຂອງ ຣັຖບານລາວ ຢູ່ ສນາມບິນສາກົລ ວັດໄຕ ໃນມື້ວັນທີ 19 ແລະ 20 ມີນາຜ່ານມາ. ອົງການຫລຸດ ຜ່ອນພັຍຂົ່ມຂູ່ ຂອງກະຊວງປ້ອງກັນປະເທດ ສະຫະຣັຖອາເມຣິກາ ໃຫ້ການ ຊ່ວຍເຫລືອ ແລະຝຶກອົບຮົມ ໃຫ້ການຊ່ອຍເຫລືອດ້ານຄວາມສາມາດ ຂອງກະຊວງສາທາຣະນະສຸກລາວ ເພື່ອກວດຫາເຊື້ອ ໂຄວິດ-19 ແບບມືອາຊີບ.

ແລະເມື່ອເວົ້າເຖິງການຊ່ອຍເຫລືອທາງດ້ານການແພດຂອງ ຈີນ ແລະວຽດນາມແກ່ລາວ ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ໄດ້ກ່າວວ່າ:

"ອິກອັນນຶ່ງ ຮ່ວມມືກັບປະເທດເພື່ອນມິດ ພວກເຮົາ ດຽວນີ້ທີມແພດຈີນ ກໍເຂົ້າມາແລ້ວ ຢູ່ 2 ອາທິດ ກໍາລັງຂໍທີມແພດຂອງ ວຽດນາມ ຂ້າພະເຈົ້າໄດ້ລົມນໍາ ສະຫາຍນາຍົກ ວຽດນາມ ວ່າຂໍທີມເສນາຮັກ ຂອງ ທະຫານວຽດນາມ ມາຊ່ວຍທີມແພດ ເສນາຮັກຂອງລາວ ເພື່ອໄປເບິ່ງບ່ອນຈໍາເປັນ ລະກະຊ່ອຍແນະນໍາ ໃຫ້ຄວາມຮູ້ ແກ່ແພດລາວແນວໃດໆ."

ເວົ້າສະເພາະຈີນ ຄະນະຊ່ຽວຊານການແພດ ແລະເຈົ້າໜ້າທີ່ທາງການຈີນຈໍານວນ 12 ຄົນ ໄດ້ມາຊ່ອຍເຫຼືອລາວ ຕ້ານແລະສະກັດກັ້ນ ການແຜ່ຣະບາດ ຂອງໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ແຂວງ ຫລວງພະບາງ ແລະຈໍາປາສັກ ເປັນເວລາ 11 ມື້ ແຕ່ມື້ວັນທີ 29 ມິນາເຖິງວັນທີ 10 ເມສາ ແລະໄດ້ກັບຄືນປະເທດ ໃນມື້ວັນທີ 12 ເມສາ ນີ້.

ໃນການເຮັດວຽກຮ່ວມກັນກັບຊ່ຽວຊານ ການແພດຈີນ ແພດລາວ ໄດ້ຮັບການຍົກຣະດັບ ຄວາມຮູ້ຄວາມສາມາດ ໃນການໃຊ້ມາດຕະການ ແລະມາດຕະຖານ ປ້ອງກັນພຍາດ ໂຄວິດ-19, ໄດ້ຮັບຄໍາແນະນໍາ ໃນການປັບປຸງ ແບບແຜນວິທີເຮັດວຽກ ໃນການຄຸມຄອງກໍຣະນີຜູ້ ຕ້ອງສົງສັຍ, ການຮັກສາອະນາມັຍ ສິ່ງແວດລ້ອມ ອາຄານສະຖານທີ່, ວິທີກວດຫາເຊື້ອ ໂຄວິດ-19 ແລະການປິ່ນປົວ ພຍາດດ້ວຍການນໍາ ໃຊ້ຢາຫລວງ ແລະຢາພື້ນເມືອງ ເພື່ອໃຫ້ແພດລາວ ນໍາໄປປະຕິບັດ.

ທ່ານ ບຸນກອງ ສີຫາວົງ ຣັຖມົນຕຣີກະຊວງສາທາຣະນະສຸກ ໄດ້ເວົ້າເຖິງບົດຮຽນ ທີ່ໄດ້ຈາກທີມແພດ ໝໍຈີນ ໃນໄລຍະປະຕິ ບັດງານຢູ່ລາວ ຕອນນຶ່ງວ່າ ແມ່ນດ້ານການຄຸ້ມຄອງ ບໍຣິຫານ ເພື່ອຄຸ້ມຄອງບໍ່ໃຫ້ ເຊື້ອພຍາດໂຄວິດ-19 ຣະບາດ. ອັນທີ 2 ແມ່ນທາງດ້ານວິຊາການ ດ້ານການບົ່ງມະຕິ ດ້ານປິ່ນປົວ ທາງດ້ານສືບຄົ້ນ ທາງດ້ານໃຫ້ຂໍ້ມູນຂ່າວສານອື່ນໆ ຮວມທັງທາງດ້ານຂຶ້ນແຜນ ພະລາທິການຕ່າງໆ ຄົບຊຸດ. ອັນທີ 3  ແມ່ນເຣື່ອງແພດໝໍລາວ ໄດ້ຮັບການບໍາລຸງທາງດ້ານວິຊາການ, ມີການປັບປຸງຣະບົບໂຮງໝໍ, ປັບປຸງວິທີເຮັດວຽກ ຄະນະທີ່ເຮັດວຽກນໍາກັນ ຣະຫວ່າງນແພດຈີນ ແລະລາວ ດັ່ງທີ່ທ່ານກ່າວວ່າ

"ຊຶ່ງວ່າຂະເຈົ້າໄດ້ມາເຮັດນໍາກັນ ຣະຫວ່າງຊ່ຽວຊານຈີນ ລະກໍຊ່ຽວຊານລາວ ມາເຮັດນໍາກັນ ປັບຂອງເຮົາໃຫ້ມັນຖືກ ກັບສະພາບນີ້ລະກໍ ເຮັດໃນການຄວບຄຸມ ປິ່ນປົວນໍາກັນ ໃຫ້ຂໍ້ມູນຂ່າວສານໃຫ້ມວນຊົນ ໃຫ້ມັນແຈ້ງຂຶ້ນຕື່ມ ລະພ້ອມດຽວກັນນັ້ນ ໃນການບໍຣິການຢູ່ໂຮງໝໍ ກໍໄດ້ເປັນຣະບົບດີຂຶ້ນ. ອັນນີ້ເຮັດໃຫ້ຄວາມເຊື່ອໝັ້ນ ຂອງແພດໝໍຂອງພວກເຮົາ ໄດ້ມີຂຶ້ນກວ່າເກົ່າ."

ແລະກ່ອນໜ້ານີ້ ຕາມຄໍາເວົ້າຂອງເຈົ້າໜ້າທີ່ກະຊວງ ສາທາຣະນະສຸກຂອງລາວ ທ່ານນຶ່ງຕໍ່ RFA, ຣັຖບານລາວ ໄດ້ຮັບການຊ່ອຍເຫລືອ ໂດຍສະເພາະພາຍຫລັງລາວ ເລີ່ມພົບຜູ້ຕິດເຊື້ອ ໂຄວິດ-19 ຄົນທໍາອິດ ເມື່ອທ້າຍເດືອນມິນາຜ່ານມາ, ຣັັຖບານຈີນ ກໍສົ່ງທີມແພດ ແລະໝໍ ຮວມທັງຜູ້ຊ່ຽວຊານ ທີ່ມີປະສົບການ ໃນການຕ້ານໂຄວິດ-19 ມາຊ່ອຍລາວໃນການປິ່ນປົວ ຜູ້ຕິດເຊື້ອ ພ້ອມທັງນໍາເຄື່ອງມື ການແພດ ແລະຢາປິ່ນ ປົວຈໍານວນນຶ່ງມາໃຫ້ ດັ່ງທີ່ທ່ານກ່າວວ່າ:

“ພວກຊ່ຽວຊານຂະເຈົ້າ ດ້ານການແພດໂຮງໝໍ 103 ໂຮງໝໍ 150 ຕຽງ ໂຮງໝໍມະໂຫສົດ ຄາຄືກັນແຫລະ ເຮົາກະດາຍ ຄັນບໍ່ໄດ້ຮັບການ ຊ່ອຍເຫລືອ ຈາກບັນດາຕ່າງປະເທດ ກະດາຍ. ອັນນີ້ຕ້ອງໄດ້ຊ່ວຍກັນ ກໍຕ້ອງໄດ້ພ້ອມກັນປາບປາມ ນໍາກັນຫັ້ນແຫລະເຣື່ອງພະຍາດນີ້.”

ແລະເມື່ອວັນທີ 4 ເມສານີ້ ວຽດນາມ ກໍສົ່ງອຸປກອນການແພດມາໃຫ້ລາວ ອັນມີທັງຜ້າອັກປາກອັດດັງຈໍານວນ 333,000 ອັນ, ຊຸດນຸ່ງ ປ້ອງກັນ ພຍາດ 1,000 ຊຸດ ແລະອຸປກອນການແພດຈໍານວນນຶ່ງ ເພື່ອ ສະກັດກັ້ນການຣບາດ ຂອງເຊື້ອພະຍາດ ໂຄວິດ-19.

ເວົ້າເຖິງການຣະບາດຂອງ ໂຄວິດ-19 ຢູ່ປະເທດລາວ ທ່ານ ພູທອນ ເມືອງປາກ ຮອງຣັຖມົນຕຣີກະຊວງສາທາຣະນະສຸກ ຜູ້ປະຈໍາການ ຄະນະ ສະເພາະກິດ ໄດ້ຣາຍງານ ໃນມື້ວັນທີ 14 ເມສານີ້ວ່າ ໃນມື້ວັນທີ 13 ເມສາ ໄດ້ເກັບຕົວຢ່າງມາກວດທັງໝົດ 50 ຄົນ. ໃນນັ້ນ ມີຜູ້ສໍາຜັດໃກ້ຊິດ ກັບຜູ້ຕິດເຊື້ຶອ 6 ຄົນ ແລະກໍຣະນີສົງໃສ 44 ຄົນ ຮວມທັງຄົນງານລາວທີ່ກັບມາແຕ່ໄທ 17 ຄົນ. ແລະວ່ານັບແຕ່ເດືອນ ມົກກະຣາ ຮອດວັນທີ 13 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.235 ຄົນ ກວດພົບຜູ້ຕິດເຊື້ອ 19 ຄົນ.

ມາເຖິງມື້ວັນທີ 14 ເມສານີ້ ໃນຈໍານວນຜູ້ຕິດເຊື້ອ 19 ທີ່ນອນປິ່ນປົວຢູ່ໂຮງໝໍນັ້ນ 3 ຄົນຍັງນອນຢູ່ໂຮງໝໍແຂວງຫລວງພະບາງ, ສ່ວນວ່າ 16 ຄົນ ທີ່ປິ່ນປົວຢູ່ໂຮງໝໍມິດ ຕະພາບ ທີ່ນະຄອນຫລວງວຽງຈັນນັ້ນ ມີ 1 ຄົນ ໄດ້ກວດວິເຄາະເປັນຄັ້ງທີ 2, ເຫັນວ່າບໍ່ພົບເຊື້ອພະຍາດ ໂຄວິດ-19 ແລະໄດ້ໃຫ້ອອກໂຮງໝໍກັບໄປຕິດຕາມຕົນເອງ 14 ມື້ຢູ່ບ້ານ ແລະໃຫ້ມາຣາຍງານເພື່ອຕິດຕາມອາການເປັນໄລຍະຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.