MRC ຈະສນອງຂໍ້ມູນເຕືອນ ພັຍພິບັດ

ອຸ່ນແກ້ວ ສຸກສະຫວັນ
2020.09.04
f-storm-champas ສະພາບຂອງບ້ານເຮືອນ ຢູ່ ເມືອງປະທຸມພອນ ແຂວງຈໍາປາສັກ ພາຍຫລັງພະຍຸ
ຮູບພາບຈາກ : ນັກຂ່າວພົລເມືອງ

ນັກວິຊາການຕ່າງປະເທດ ເຫັນດີ ທີ່ ຄະນະກັມມາທິການ ແມ່ນ້ຳຂອງສາກົນ ຫຼື MRC ຮ່ວມກັບ Facebook ແຈ້ງຂໍ້ມູນຂ່າວສານໃຫ້ແກ່ ປະຊາຊົນ ຢູ່ປະເທດແມ່ນ້ຳຂອງ ໄດ້ຮັບຮູ້ ການເຕືອນພັຍລ່ວງຫນ້າກ່ຽວກັບນ້ຳຖ້ວມ, ພັຍແຫ້ງແລ້ງ, ຝົນຕົກຫນັກ ແລະ ດິນເຈື່ອນ.

ສາສດາຈານ Ian Baird ຈາກມະຫາວິທຍາໄລ Wisconsin-Madison ຢູ່ຣັຖ Wisconsin ສະຫະຣັຖອາເມຣິກາ ຜູ້ທີ່ເຄີຍຢູ່ປະເທດລາວ 10 ກວ່າ ປີໃຫ້ຄຳເຫັນຕໍ່ເອເຊັຽເສຣີ ຜ່ານ ອີແມວວ່າ:

ຄົນສ່ວນຫຼາຍໃຊ້ເຟສບຸກ ຢູ່ມືຖືເຂົາເຈົ້າ ນອກຈາກນີ້ ມັນກໍເປັນຄວາມຄິດທີ່ດີ ສຳລັບຄະນະກັມມາທິການແມ່ນ້ຳຂອງສາກົນ ຫຼື MRC ທີ່ເປັນຄູ່ຮ່ວມງານກັບເຟສບຸກ ເພື່ອສນອງ ຂໍ້ມູນທີ່ເປັນປໂຍດກ່ຽວກັບ ພັຍແຫ້ງແລ້ງ ແລະ ນ້ຳຖ້ວມ.

ໃນຂນະດຽວກັນ ທ່ານ Brian Eyler ຈາກສະຖາບັນຄົ້ນຄວ້າ Stimson center ນະຄອນຫຼວງວໍຊິງຕັນ ດີ ຊີ ສະຫະຣັຖອາເມຣິກາ ກໍໃຫ້ຄຳເຫັນຕໍ່ເອເຊັຽເສຣີ ຜ່ານທາງອີເມວ ວ່າ:

ເຟສບຸກ ແລະ ຄະນະກັມມາທິການແມ່ນ້ຳຂອງສາກົນ ຄວນຈະສນອງຂໍ້ມູນຫຼາຍຂຶ້ນ ກ່ຽວກັບການຮ່ວມມືກັນ. ອັນນີ້ມັນເປັນບາດກ້າວນຳ ໄປສູ່ການມີສ່ວນຮ່ວມຂອງສະຫະຣັຖ ໃນຂົງເຂດນີ້ ແລະ ກ້າວໄປສູ່ຄວາມໂປ່ງໄສ ທາງດ້ານຂໍ້ມູນຈາກເຟສບຸກ.

ສະພາບຄວາມເສັຽຫາຍ ຈາກພັຍນໍ້າຖ້ວມ ຢູ່ທາງພາກເໜືອ ຂອງລາວ ເມື່ອ​ປີ​ຜ່ານ​ມາ

ປະຊາຊົນ ຢູ່ ປະເທດແມ່ນ້ຳຂອງ ສາມາດເຂົ້າເຖິງເຟສບຸກ ໄດ້ຢ່າງກວ້າງຂວາງ, ແຕ່ ສ່ວນຫຼາຍຈະໃຊ້ເປັນ ພາສາ ຂອງປະເທດຕົນເອງ. ຂ້າພະເຈົ້າຫວັງວ່າ ເຄື່ອງມືຫຍັງກໍຕາມ ທີ່ເຂົ້າມາ ກໍຄວນກະຈາຍຂໍ້ມູນ ເປັນພາສາທ້ອງຖິ່ນ.

ເຈົ້າໜ້າທີ່ຄະນະກັມມະທິການ ແມ່ນ້ຳຂອງສາກົນ ຫຼື MRC ໄດ້ກ່າວຕໍ່ເອເຊັຽເສຣີ ຜ່ານ ອິເມວ ກ່ຽວກັບເຣື້ອງນີ້ວ່າ ການຮ່ວມມືດັ່ງກ່າວ ໄດ້ເລີ່ມຂຶ້ນ ຕັ້ງແຕ່ອາທິດທີ່ຜ່ານມາ ແລະ ຈະດຳເນີນໄປ ຮອດທ້າຍປີ 2021. ການຮ່ວມມືນີ້ ເຮັດຂຶ້ນມາ ຕາມຫລັກການກົດໝາຍ ໂດຍຈະມີການປະເມີນຜົນໄດ້ຮັບຈາກ ການປະສານງານ ແລະ ເບິ່ງສິ່ງທີ່ຈະເຮັດອີກ ໃນຕໍ່ໜ້າ.

ເຈົ້າໜ້າທີ່ MRC ທ່ານນີ້ກ່າວຕື່ມອີກວ່າ, ຄະນະກັມມາທິການ ແມ່ນ້ຳຂອງສາກົນ ຈະໃຫ້ຂໍ້ມູນກ່ຽວກັບ ສະພາບພັຍແຫ້ງແລ້ງ ແລະລະດັບ ແມ່ນ້ຳຂອງ ລວມທັງສະພາບນ້ຳຖ້ວມ. ຄະນະກັມມາທິການ ແມ່ນ້ຳຂອງ ຈະສນອງຂໍ້ມູນ ໃຫ້ສາທາຣະນະ ແລະ ປະເທດ ສະມາຊິກ ແມ່ນໍ້ຂອງ ແຕ່ລະປະເທດ ນຳໃຊ້ຂໍ້ມູນນີ້ ຕາມເງື່ອນໄຂຕົນເອງ.

ປະເທດສະມາຊິກ ມີລະບົບແຈ້ງເຕືອນສະເພາະ ຂອງຕົນເອງ ຊຶ່ງເຂົາເຈົ້າ ຈະນຳໃຊ້ຂໍ້ມູນ ເພື່ອແຈ້ງເຕືອນ ປະຊາຊົນຂອງຕົນເອງ ກ່ຽວກັບ ລະດັບນ້ຳ ທີ່ຂຶ້ນຢູ່ໃນລະດັບອັນຕະລາຍ ແລະ ລະດັບເຕືອນພັຍ.

ຄະນະກັມມາທິການແມ່ນ້ຳຂອງສາກົນ ໄດ້ສ້າງສະຖານນີ ຕິດຕາມລະດັບນ້ຳ 22 ແຫ່ງ ຢູ່ປະເທດແມ່ນ້ຳຂອງ ຕອນລຸ່ມ. ສະເພາະຢູ່ ປະເທດລາວ ມີ 6 ສະຖານນີ ທີ່ຕິດຕາມລະດັບນ້ຳ ເຊັ່ນ ຢູ່ແຂວງຫລວງພະບາງ, ນະຄອນຫລວງວຽງຈັນ, ເມືອງປາກຊັນ ແຂວງ ບໍລິຄຳໄຊ, ເມືອງທ່າແຊກ ແຂວງ ຄຳມ່ວນ, ສວັນນະເຂດ ແລະ ເມືອງປາກເຊ ແຂວງຈຳປາສັກ ອີງຕາມ ຂໍ້ມູນຈາກ ຄະນະ ກັມມາທິການແມ່ນ້ຳຂອງສາກົນ.

ຄະນະກຳມາທິການແມ່ນ້ຳຂອງສາກົນ ມີສູນຄວບຄຸມພັຍແຫ້ງແລ້ງ ແລະ ນ້ຳຖ້ວມ ຢູ່ພະນົມເປນ ປະເທດກຳພູຊາ ເພື່ອຕິດຕາມສະພາບ ຢູ່ອ່າງຕົ່ງ ແມ່ນ້ຳຂອງ ຕອນລຸ່ມ. ໃນນັ້ນ ປະເທດລາວ ກໍເປັນສ່ວນນຶ່ງ ຢູ່ໃນສູນ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.