ການຫາລືບັນຫາ ນໍ້າຂອງ ປັ່ນປ່ວນ

ໄຊຍາ
2021.03.15
ການຫາລືບັນຫາ ນໍ້າຂອງ ປັ່ນປ່ວນ ສະພາບນ້ຳຂອງ ທີ່ບົກແຫ້ງຢ່າງຜິດປົກກະຕິ ໃນເຂດເມືອງເຣນູນະຄອນ ແຂວງນະຄອນພນົມ ປະເທດໄທຍ ກົງກັນຂ້າມກັບເມືອງໜອງບົກ ແຂວງຄຳມ່ວນ ປະເທດລາວ. ຖ່າຍເມື່ອ: ວັນທີ 13 ກຸມພາ 2021
RFA

ຄະນະກັມມາທິການ ແມ່ນໍ້າຂອງສາກົລ ແລະ ຈີນ ໄດ້ເປີດກອງປະຊຸມ ທາງໄກ ເພື່ອປຶກສາຫາລືຮ່ວມກັນແກ້ໄຂບັນຫາ ກ່ຽວກັບ ສະຖານະການແມ່ນໍ້າຂອງ ທີ່ຫຼຸດຣະດັບຕໍ່າລົງ ຢ່າງຕໍ່ເນື່້ອງ ເມື່ອວັນທີ 09 ມິນາ ຜ່ານມາ. ໂດຍທັງສອງຝ່າຍ ໄດ້ຕົກລົງກັນວ່າ ຈະໃຊ້ວິທີການ ທົ່ວໄປໃນການປ່ຽນຣະດັບນໍ້າ ເປັນການປ່ອຍນໍ້າ ຈາກເຂື່ອນຈິງຫົງ ແລະ ສ້າງຊ່ອງທາງ ການສື່ສານ ທີ່ຈະແຈ້ງ ເພື່ອອຳນວຍ ຄວາມສະດວກໃນການແບ່ງປັນຂໍ້ມູນ ແລະ ຈັດການຣະດັບນໍ້າທີ່ຕໍ່າ. ດັ່ງທ່ານ Sopheak Meas ສຳນັກງານ ເລຂາທິການ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ໄດ້ໃຫ້ຄຳເຫັນຕໍ່ ເອເຊັຽເສຣີ ໃນວັນທີ 15 ມິນາ ວ່າ:

"ທັງຈີນ ແລະ MRC ເຫັນດີນໍາກັນໃນກອງປະຊຸມທາງໄກ ເມື່ອອາທິດຜ່ານມາວ່າ ຈະໃຊ້ຕາຕະລາງເສັ້ນໂຄ້ງ ການຈັດອັນດັບທົ່ວໄປ ເພື່ອປ່ຽນຣະດັບນໍ້າ ເປັນການປ່ອຍທີ່ ສະຖານີ ຈິ່ງຫົງ."

ຕາຕະລາງເສັ້ນໂຄ້ງ ການຈັດອັນດັບ ຈຳເປັນຕ້ອງໄດ້ຮັບການອັບເດດທຸກປີ ເພື່ອໃຫ້ສອດຄ່ອງກັບການປ່ຽນແປງ ສັນຖານວິທຍາ ຂອງແມ່ນໍ້າ ອັນເນື່ອງມາຈາກ ການພັງທະລາຍ ຂອງຕາຝັ່ງ, ການດູດຊາຍ. ດ້ວຍວິທີການທົ່ວໄປ ເຮົາຈະສາມາດໃຫ້ຂໍ້ມູນ ການປ່ອຍນໍ້າທີ່ສອດຄ່ອງກັນຫຼາຍຂຶ້ນ ແກ່ປະຊາຊົນ ແລະ ປະເທດສະມາຊິກ.

ທ່ານ Sopheak ໄດ້ກ່າວຕື່ມວ່າ ເດືອນຕຸລາ ປີຜ່ານມາຈີນໄດ້ຕົກລົງທີ່ຈະໃຫ້ຂໍ້ມູນຕໍ່ MRC ກ່ຽວກັບຂໍ້ມູນອຸທົກວິທຍາ ຫຼືປະຣິມານ ນໍ້າຂອງຕລອດປີຈາກ 2 ສະຖານີທີ່ຕັ້ງຢູ່ໃນ ແມ່ນໍ້າຂອງຕອນເທິງ ຄືທີ່ສະຖານີເຂື່ອນຈິງຫົງ ແລະ ສະຖານີມານວ່ານແຂວງຢູນານ ທາງຕາເວັນຕົກສຽງໃຕ້ ຈອງຈີນ. ໂດຍຂໍ້ຕົກລົງດັ່ງກ່າວ ຄວບຄຸມຂໍ້ມູນກ່ຽວກັບຣະດັບນໍ້າ ເທົ່ານັ້ນບໍ່ແມ່ນການປ່ອຍນໍ້າ.

ທ່ານ ສຸວິດ ກຸຫຼາບວົງ ຜູ້ປະສານງານເຄືອຂ່າຍ ປະຊາຊົນລຸ່ມແມ່ນໍ້າຂອງ-ອີສານ ປະເທດໄທຍກ່າວວ່າ ຕອນນີ້ຍັງເບິ່ງຈີນຍັງບໍ່ ປ່ອຍນໍ້າອອກຈາກ ເຂື່ອນຈິງຫົງ ແລະ ຍັງບໍ່ມີພາກສ່ວນໃດ ໃຫ້ຄວາມສຳຄັນຕໍ່ຣະບົບນິເວດ ຂອງແມ່ນໍ້າຂອງ ຢ່າງຈິງຈັງ.

"ພວກເຮົາເຮັດໜັງສືໄປຫາ ສນທຊ ໃນຖານະ MRC ຕ້ອງໄປເຈຣະຈາກັບຈີນ ວ່າໃນການເປີດປ່ອຍນໍ້າຄວນຈະມີແຜນໃຫ້ຈະແຈ້ງ. ຈະເປີດມື້ໃດແບບໃດ ເວົ້າງ່າຍໆກະຄືວ່າ ເຄືອຂ່າຍປະຊາຊົນ ແມ່ນໍ້າຂອງເຮັດໜັງສື ເຖິງສະຖານທູດຈີນ ໃຫ້ສະຖານທູດເປີດ ນໍ້າມາໃຫ້. ທີ່ວ່າແມ່ນໍ້າຂອງແຫ້ງແລ້ງ ກໍຍັງບໍ່ໄດ້ຮັບການຕອບຮັບກັບມາ."

ນອກຈາກນີ້ ເມື່ອວັນທີ 11 ມິນາ ຜ່ານມາກຸ່ມເຄືອຂ່າຍຊຸມຊົນ ລຸ່ມແມ່ນໍ້າຂອງ 7 ແຂວງ ຢູ່ໄທຍ ໄດ້ຍື່ນໜັງສືຕໍ່ຣັຖບານໄທຍ ໃຫ້ແກ້ໄຂບັນຫາຄວາມເດືອດຮ້ອນ ທີ່ເກີດຈາກການ ປ່ຽນແປງຂອງແມ່ນໍ້າຂອງ ອັນເປັນຜົລກະທົບ ຈາກເຂື່ອນໃນຈີນ ແລະ ລາວ.

ຍານາງ ສີຣານີ ງອຍຈັນສີ ຜູ້ອຳນວນການສູນວິຈັຍ ແລະ ພັທນາເພາະລ້ຽງສັດນໍ້າຈືດ, ກົມປະມົງ ກະຊວງກະເສດ ແລະ ສະຫະກອນ ປະເທດໄທຍໄດ້ກ່າວວ່າ ປັຈຈຸບັນນໍ້າຂອງ ຫຼຸດຣະດັບລົງຫຼາຍ ເຮັດໃຫ້ທີ່ຢູ່ອາສັຍ ເຊັ່ນວັງປາຫຼຸດລົງ.

"ພໍນໍ້າມັນໃສ ແລະ ຫຼຸດຣະດັບລົງມາຫຼາຍ ມັນເຮັດໃຫ້ຕອນນີ້ ຄືສັດນໍ້າ ແຫຼ່ງທີ່ຢູ່ອາສັຍ ຂອງສັດນໍ້າກໍຈະນ້ອຍລົງ. ທັມມະດາໄລຍະ ໜ້າແລ້ງແບບນີ້ປາມັນອາສັຍຢູ່ ຕາມວັງຕ່າງໆ ແຕ່ພໍຣະດັບນໍ້າມັນ ຫຼຸຸດລົງຫຼາຍແບບນີ້ ທີ່ຢູ່ອາສັຍມັນກໍຫຼຸດລົງ."

ຕໍ່ບັນຫາດັ່ງກ່າວ ຊາວເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 15 ມິນາ ວ່າ. ອາດຈະເປັນເພາະຈີນອັດນໍ້າ ເຮັດໃຫ້ການຂຶ້ນ-ລົງ ຂອງນໍ້າຂອງເຂດນີ້ ບໍ່ປົກກະຕິ.

"ປົກກະຕິໃດນໍ້າຂອງຫັ້ນ ເຮືອແລ່ນໄດ້ຄັນຈີນ ເຂົາອັດແລ້ວມັນກໍແຫ້ງ ແຫ້ງກໍສອງມື້ສາມມື້ ແລ້ວມັນກໍໃຫຍ່ຂຶ້ນເກົ່າ. ຄັນຈີນປ່ອຍ ກໍໃຫຍ່ ຄັນຈີນອັດກໍແຫ້ງ."

ຊາວເມືອງຫ້ວຍຊາຍ ກໍໄດ້ກ່າວວ່າ ປັຈຈຸບັນນໍ້າຂອງ ກໍບົກແຫ້ງລົງຕໍ່າ ກໍຕາມຣະດູການ ພໍຮອດເຂົ້າສູ່ຣະດູແລ້ງນໍ້າຂອງກໍບົກ ແຫ້ງຕາມທັມມະຊາດ.

"ນໍ້າຂອງນີ້ຫວາ ແຫ້ງຢູ່ກໍພໍດີມັນເປັນຊ່ວງໜ້າແລ້ງແດ່ ກໍຈະແຫ້ງແບບ ປົກກະຕິ."

ຊາວໄທຍທີ່ຢູ່ໃນເມືອງຊຽງແສນ ແຂວງຊຽງຮາຍ ໄດ້ກ່າວວ່າ ຣະດັບນໍ້າຂອງ ກັບບົກແຫ້ງ ເປັນປົກກະຕິຕາມຣະດູການແຕ່ມື້ໃດ ຈະມີການຂົນສົ່ງສິນຄ້າ ດ້ວຍເຮືອຂນາດໃຫຍ່ ຣະດັບນໍ້າຂອງ ກໍຈະເພີ່ມສູງຂຶ້ນ ເພື່ອໃຫ້ເຮືອສາມາດແລ່ນໄດ້.

"ມັນກໍແຫ້ງປົກກະຕິຂຶ້ນໆລົງໆ ຖ້າມື້ໃດຈະມີເຮືອລຳໃຫຍ່ ແລ່ນນໍ້າກໍຈະຂຶ້ນ ເປັນເຮືອຂົນເຄື່ອງ ຈາກຊຽງຂອງໄປຊຽງແສນນີ້ແຫຼະ."

ຊາວຊຽງແສນ ເມືອງຊຽງຮາຍ ອີກທ່ານນຶ່ງໄດ້ກ່າວວ່າ ດຽວນີ້ສະພາບນໍ້າຂອງ ໄດ້ຫຼຸດຕໍ່າລົງຫຼາຍ ແລະ ຄາດວ່າໃນເດືອນເມສາ ຈະຫຼຸດຕໍ່າລົງອີກ.

"ຫຼຸດລົງຫຼາຍມັນກໍເປັນແບບນີ້ແຫຼະ ຖ້າຮອດເດືອນເມສາ ກໍໜັກເຂົ້າໄປອີກ."

ດຣ. ໄຊນະຣົງ ເຊດເຊື້ອ ອາຈານ ປະຈຳຄະນະມະນຸດສາດ ແລະສັງຄົມ ມະຫາວິທຍາລັຍ ມະຫາສາຣະຄາມ ໄດ້ກ່າວຕໍ່ສື່ໄທຍ ເມື່ອທ້າຍກຸມພາ ຜ່ານມາວ່າ:

ວິກິດກຳລັງເກີດຂຶ້ນໃນແມ່ນໍ້າຂອງ ໃນຂນະນີ້ມາຈາກການສ້າງເຂື່ອນ 3 ກຸ່ມດ້ວຍກັນ. ກຸ່ມທຳອິດຄືເຂື່ອນໃນປະເທດຈີນ 11 ແຫ່ງ ເຊິ່ງກັ້ນແມ່ນໍ້າຂອງຕອນເທິງ ແລະຈີນ ເອງມີທິດທາງ ຈະສ້າງເຂື່ອນ ເພີ່ມຂຶ້ນອີກເຣື້ອຍໆ. ກຸ່ມທີສອງ ເຂື່ອນກັ້ນນໍ້າຂອງຕອນລຸ່ມ ໂດຍເຂື່ອນ ທີ່ມີຜົລກະທົບ ຮຸນແຮງທີ່ສຸດ ໃນຕອນນີ້ຄື ເຂື່ອນໄຊຍະບູລີ ບໍຣິເວນໃຕ້ເຂດ ຫຼວງພຣະບາງທັງທີ່ MRC ເຄີຍສເນີ ໃຫ້ເລື່ອນ ການກໍ່ສ້າງອອກໄປກ່ອນ ແລະ ກຸ່ມທີສາມ ເຂື່ອນກັ້ນແມ່ນໍ້າສາຂາຂອງແມ່ນໍ້າຂອງ ເກືອບຮ້ອຍແຫ່ງ ໃນລາວ, ໄທຍ ແລະ ວຽດນາມ ເຊິ່ງກໍ່ໃຫ້ເກີດຜົລກະທົບ ໃຫ້ຊາວ ບ້ານຮວມເຖິງພັນປາ ຫຼາຍຊນິດສູນພັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.