ເຣື້ອງທີ່ເກັບບັນທຶກໄວ້
2023-06-13
ຄົນງານຍັງຖືກຂູດຮີດ ຄ່າຈ້າງ ບໍ່ສາມາດ ຮຽກຮ້ອງສິດໄດ້, ລາວ-ວຽດນາມ ຫາລືໂຄງການ ຖານຂໍ້ມູນພົລເມືອງລາວ, ບັດປະຈຳໂຕ ທັນສໄມ, ການປະຕິບຮູບ ຣັຖວິສາຫະກິຈ ໄຟຟ້າລາວ ຍັງບໍ່ໄປ-ບໍ່ມາ.
2023-06-11
ຍາປ້າ ຄໍາຕັນ ສຸ້ຍດາໄຣ ໄຊຍະຣາດ ພ້ອມດ້ວຍພວກລູກໆ 9 ຄົນ ຈາກບ້ານດອນໜູນ ເມືອງໄຊທານີ ນະຄອນຫລວງວຽງຈັນ ທີ່ໄດ້ພາກັນ ອົພຍົບ ໄປອາສັຍຢູ່ສູນໜອງຄາຍ ທີ່ປະເທດໄທຍ ເມື່ອປີ 1977 ແລະ ໄດ້ມາຢູ່ ປະເທດຝຣັ່ງເສດໃນປີ 1979.
2023-05-28
ສາຍການບິນ ຕ່າງໆໃນລາວ ຍັງ ບໍ່ມີແຜນ ເປີດຖ້ຽວບິນ ໄປສນາມບິນ ໜອງຄ້າງ, ຜູ້ຊາຍຈີນ ຄົນນຶ່ງ ຖືກຈັບ ຫຼັງຈາກ ລັກຣົຖທີ່ເຊົ່າໄປ ແລະ ນັກລົງທຶນຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ.
2023-05-22
ບັນຫາທີ່ດິນ ຂອງຊາວບ້ານ ຢູ່ຫາດຊາຍຟອງ ຍັງບໍ່ໄດ້ຮັບການແກ້ໄຂ, ບັນຫາ ການເຮັດໜັງສື ຜ່ານແດນ ຊັກຊ້າ, ປະຊາຊົນລາວ ຖືກຍາດອາຊີບ ຈາກຄົນຈີນ ຫຼາຍຂຶ້ນ.
2023-05-01
ບໍຣິສັດ ຄູນ ທະວີຊັບ ຮ່ວມມື ພັທນາ ຄົບວົງຈອນ ຂອງ ນັກລົງທຶນຈີນ ເຂົ້າສຶກສາ ຄວາມເປັນໄປໄດ້ ໂຄງການ ປູກກ້ວຍ, ຖົ່ວລຽນ ແລະ ມັນຕົ້ນ, ຄົນຈີນ ເຂົ້າມາຕັ້ງ ຖິ່ນຖານ ຢູ່ ສປປ ລາວ ຫຼາຍຂຶ້ນ ແລະ ເຮັດທຸຣະກິຈ ແຂ່ງກັບຄົນລາວ ແລະ ແອນນາ ສຸລິຍະ ອອກມາແກ້ຂ່າວ ຫຼັງຈາກຖືກຕຳຣວດ ສອບສວນ.
2023-04-18
ການລະເມີດ ສິດທິມະນຸສ ໃນ ສປປລາວ ແລະ ການຂຍາຍ ອິດທິພົລຈີນ ໃນລາວ ຍັງເປັນ ບັນຫາສຳຄັນ ທີ່ທາງການສະຫະຣັຖ ອາເມຣິກາ ໃຫ້ຄວາມສົນໃຈ, ຕິດຕາມຢ່າງໃກ້ຊິດ ແລະ ຊຸມຊົນລາວ ໃນສະຫະຣັຖ ກໍຕິດຕາມບັນຫາດັ່ງກ່າວ.
2023-04-10
ຈີນເຂົ້າມາ ຄວບຄຸມຫຼາຍກິຈການ ທີ່ເປັນແຫຼ່ງລາຍຮັບຫຼັກ ຂອງລາວ, ສວັນນະເຂດ ມີນັກຮຽນ ປະລະການຮຽນ ເພີ່ມຫຼາຍຂຶ້ນກວ່າ ທີ່ຜ່ານມາ, ການຂໍໜັງສືຜ່ານແດນ ຍັງມີຄວາມຫຍຸ້ງຍາກ ຫຼາຍທີ່ສຸດ.
2023-04-08
ອະດີດ ນາຍທະຫານ ກອງທັບພຣະຣາຊອານາຈັກລາວ, ທີ່ຖືກໄປສັມມະນາ, ປະທານ ອົງການອໍານາດ ປະຊາຊົນລາວ ທີ່ສະຫະຣັຖອາເມຣິກາ, ໄດ້ກ່າວເຖິງ ຄວາມສໍາຄັນ ຂອງວັນກອງທັບ 23 ມິນາ ແລະ ສະພາບການບ້ານເມືອງ ບາງອັນ ຢູ່ລາວ.
2023-04-01
ຮ້ອງຂໍ ຄວາມເປັນທັມ ກໍຣະນີ ຄົນງານປະມົງລາວ ຫາຍສາບສູນ, ຣົຖຂົນແຮ່ທາດ ຂນາດໜັກ ເຮັດໃຫ້ ຖນົນເປ່ເພຫລາຍ, ປະທານ ສະຫະພັນມວຍລາວ ແຫ່ງຊາດ ຖແລງຢືນຢັນວ່າ ຂໍ ສນັບສນູນ ແລະ ເຂົ້າຮ່ວມ ກຸນຂະແມ.
2023-03-18
ຄວາມບໍ່ໂປ່ງໃສ ໃນການເປິດຈຳໝ່າຍ ພັນທະບັດ ຂອງທະນາຄານແຫ່ງນຶ່ງ, ປະຊາຊົນ 62% ຢູ່ເຂດຊົນນະບົດ ປະສົບກັບ ການຂາດແຄນອາຫານ ຍ້ອນເສຖກິຈລາວ ຕົກຕໍ່າ, ສປປ ລາວ ຈະສົ່ງນັກມວຍລາວ ເຂົ້າແຂ່ງຂັນກັບ ກຸນຂະແມຣ໌ ແລະ ຂ່າວອື່ນໆ.
2023-03-11
ຢ່າງໜ້ອຍ ມີເຈົ້າໜ້າທີ່ຣັຖ 134 ຄົນ ພົວພັນ ກັບການສໍ້ຣາສບັງຫຼວງ, ຊາວບ້ານ ບ້ານທາດອີງຮັງ ຖືກເຈົ້າໜ້າທີ່ໂອ້ລົມ ຍ້ອນບໍ່ຍອມຍົກດິນ ກະເສດໃຫ້, ຣັຖບານລາວ ງົດອອກສຽງ ໃຫ້ຣັສເຊັຽ ຖອນທະຫານ.
2023-03-06
ສະພາຢູໂຣບ ມອບຣາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົນ ປະຈໍາປີ 2023 ໃຫ້ສະຕຣີ 8 ທ່ານຈາກທົ່ວໂລກ ແລະ ນຶ່ງໃນນັ້ນ ແມ່ນສະຕຣີລາວ ຄື ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ.
2023-02-26
ຫຼາຍຊົນເຜົ່າ ທີ່ທຸກຍາກ ພາກັນລັກລອບ ປູກຝິ່ນ ຫຼາຍເຮັກຕ້າຣ໌ ໃນທົ່ວແຂວງຜົ້ງສາລີ, ພາກສ່ວນ ທີ່ກ່ຽວຂ້ອງ ເຣີ່ມກວດສອບ ຄະດີສວນພູຄຳ, ເຈົ້າໜ້າທີ່ ຮູ້ວ່າ ມີຄົນລາວຖືກຂາຍໄປກາສິໂນ ປະເທດພະມ້າ ແຕ່ເຮັດຫຍັງບໍ່ໄດ້, ເສຖກິຈ ມະຫາພາກ ຂອງປະເທດລາວ ປະຈໍາປີ 2022 ຍັງບໍ່ຟື້ນໂຕ ແລະ ຂ່າວອື່ນໆ.
2023-02-20
ທ່ານ ວິຣະບູນ ໂສກັນທອງ ອະດີດນັກບິນ ເຕ້ 28 ຂອງກອງທັບແຫ່ງພຣະຣາຊອານາຈັກລາວ ພົບສາຍທາງໃໝ່ ໃນບັ້ນປາຍ ຂອງຊີວິຕ.
2023-02-19
ມີຄະດີລັກພາໂຕ ຮຽກຄ່າໄຖ່ ຫຼາຍຂຶ້ນ ຢູ່ນະຄອນຫຼວງວຽງຈັນ, ເສຖກິຈ ມະຫາພາກ ສປປລາວ ປະຈຳປີ 2022 ຍັງບໍ່ຟື້ນໂຕ, ບັນຫານາຍໜ້າ ລັດຄີວ ເຮັດໜັງສືຜ່ານແດນ ຍັງແກ້ໄຂບໍ່ໄດ້, ຣົຖໄຟຈີນ ຂົນຜົລຜລິດກະສິກໍາຂອງຕົນ ຜ່ານລາວ ໄປໄທຍ ໃນຂະນະທີ່ ລາວບໍ່ມີ ຜົລຜລິດ ພຽງພໍ ທີ່ຈະສົ່ງອອກ.