ເຣື້ອງທີ່ເກັບບັນທຶກໄວ້
2022-03-13
ສະຫະປະຊາຊາຕ ວາງແຜນຊ່ອຍເຫຼືອ ດ້ານເສຖກິຈແກ່ລາວ, ແນະນໍາໃຫ້ລາວ ຜູກສັມພັນ ທາງເສຖກິຈ ແລະ ວັທນະທັມ ກັບຈີນແດງ ແລະ ວຽຕນາມເໜືອ ເພື່ອລາວຈະສາມາດ ດໍາຣົງຕົວຢູ່ ຢ່າງເປັນກາງໄດ້.
2022-03-13
ປະຊາຊົນ ກັງວົນ ຕໍ່ແຖວຊື້ນ້ຳມັນ ກ່ອນປັບຂຶ້ນ ລາຄາໃໝ່, ຄົນຂັບຣົຖ ຂົນສົ່ງສິນຄ້າຈີນ ແລະ ຄົນຂັບຣົຖ ຂົນສົ່ງສິນຄ້າ ລາວຕີກັນ ຍ້ອນແຊງຄິວຣົຖ ແລະ ທັສນະ ຊາວລາວ ຕໍ່ສົງຄາມ ຣັສເຊັຽ-ຢູ່ເຄຣນ.
2022-03-07
ທ່ານຜຸຍ ຊນະນິກອນ ຈໍາເປັນຕ້ອງກັບຈາກ ສະຫະຣັຖ ໂດຍດ່ວນ ເມື່ອຊາບວ່າ ພຼະເຈົ້າແຜ່ນດິນສີສວ່າງວົງ ໄດ້ສເດັດສວັນນະຄົດແລ້ວ, ແລະຕໍ່ມາ ກະສັດອົງໃໝ່ ມີພຼະປະສົງ ທີ່ຈະດັດແປງຣັຖທັມນູນ.
2022-03-06
ປະຊາຊົນ ທີ່ມີດິນ ໃນເຂດສງວນ ສອງຟາກ ທາງ 450 ປີ ບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນ ໃນເຂດດັ່ງກ່າວ, ຫຼາຍຄົນ ບໍ່ພໍໃຈ ການຂາຍປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ທີ່ເກັບເງິນເພີ່ມ ແລະ ລາວຮຽກຮ້ອງ ແກ້ໄຂຂໍ້ຂັດແຍ່ງ ຣັດເຊັຍ-ຢູເຄຣນ ດ້ວຍການທູດ.
2022-02-28
ການເດີນທາງ ຂອງນາຍົກ ຜຸຍ ຊນະນິກອນ ໄປສະຫະຣັຖ ອາເມຣິກາ ເພື່ອປະກອບ ພາຣະກິຈ ສໍາຄັນ ທີ່ກຸງວໍຊິງຕັນ ແລະ ນະຄອນ ນິວ ຢັອກ.
2022-02-27
ສັມພາດ ທ່ານຕ່າຍ ພູມ, ນັກທຸຣະກິຈ ທີ່ປະສົບຜົລສຳເຣັດ ໃນທຸຣະກິຈ ປະກັນຊີວິດ ແລະ ປະກັນສຸຂພາບ, ຈາກນະຄອນ ແອທແລນຕ໋າ, ຣັຖຈໍເຈັຽ, ສະຫະຣັຖ ອາເມຣິກາ.
2022-02-26
ຊາວຄຣິສຕຽນລາວ ຮຽກຮ້ອງ ຂໍຄວາມເປັນທັມ ພາຍຫຼັງ ເຮືອນຖືກເຜົາ, ຍິງສາວ ຕົກເປັນເຫຍື່ອ ການຄ້າມະນຸດ ໃນເຂດເສຖກິຈ ສາມຫຼ່ຽມຄຳ, ຮຽກຮ້ອງ ໂຄງການຣົຖໄຟລາວ-ຈີນ ແກ້ໄຂ ບັນຫາການຊື້ປີ້, ຫ້ອງນ້ຳ ແລະ ບ່ອນຈອດຣົຖ.
2022-02-21
ວັນປະທານາທິບໍດີ ສະຫະຣັຖອາເມຣິກາ ເປັນວັນພັກ ທາງຣາຊການ ຊຶ່ງໃນປີນີ້ ຕົກຖືກວັນທີ 21 ກຸມພາ, ເຖິງໂຄວິດ-19 ຍັງຣະບາດຢູ່ ແຕ່ຊາວອາເມຣິກັນ ທັງມວນ ກໍພາກັນ ສລອງ ຢ່າງມີຄວາມໝາຍ.
2022-02-21
ເມື່ອວຽຕນາມເໜືອ ບຸກຣຸກ ເຂຕນໍ້າແດນດິນ ຂອງລາວ ແລະ ບໍ່ຍອມເຈຣະຈາ, ຣັຖບານລາວ ຈຶ່ງແຕ່ງຕັ້ງ ທູຕພິເສດ ໄປຂໍໃຫ້ອົງການ ສະຫະປະຊາຊາຕ ມາກວດກາເບິ່ງ ສຖານະການ ໃນຣາຊອານາຈັກລາວ.
2022-02-20
ແມ່ຍິງລາວ ຖືກບັງຄັບ ຂາຍບໍຣິການ ທາງເພດ ຢູ່ສາມຫຼ່ຽມຄຳ, ຕໍາຣວດໄທຍ ໄດ້ຍຶດຢາເສບຕິດ ມາຈາກຝັ່ງລາວ, ເມືອງຈັນທະບູຣີ ມີຄົນຈີນ-ວຽດນາມ ຢູ່ແບບ ຜິດກົດໝາຍຫຼາຍ, ມີການຊື້ປີ້ ຣົຖໄຟ ເພື່ອຂາຍຕໍ່ ເອົາກຳໄລ.
2022-02-14
ຫຼັງຈາກທີ່ ເຈົ້າສຸພານຸວົງ ແລະ ພັກພວກແນວລາວ ຖືກນໍາຕົວ ໄປຮັກສາໄວ້ ທີ່ຄ້າຍທະຫານໂພນເຄັງ, ສຖານະການ ການເມືອງ ແລະ ການທະຫານ ໃນຣາຊອານາຈັກລາວ ກໍຍິ່ງຊຸດໂຊມລົງ.
2022-02-14
ຣາຍການບັນເທີງ ປະຈໍາສັປດາ, ຊຶ່ງພອນ ພູມມີທອນ ຈະນຳເອົາເພງ ກ່ຽວກັບຄວາມຮັກ ມາເປີດໃຫ້ທ່ານ ໄດ້ຮັບຟັງກັນ ໃນໂອກາດ ວັນແຫ່ງຄວາມຮັກ.
2022-02-13
ຕໍາຣວດ ຊ່ອຍແມ່ຍິງລາວ ທີ່ຖືກຕົວະໄປ ຂາຍບໍຣິການທາງເພດ ຈາກກາສິໂນ ຄິງສ໌ໂຣມັນສ໌, ເຄືອຂ່າຍຮັກແມ່ນໍ້າຂອງ ຂອງໄທຍ ກັງວົນຜົລກະທົບ ຫາກສ້າງເຂື່ອນສາຣະວັນ, ຂຸດຄົ້ນຫິນກາວ ຊາວບ້ານເມືອງໝື່ນ, ເມືອງເຟືອງ ກັງວົນ.
2022-02-07
ຣັຖບານ ໄດ້ເຊີນ ເຈົ້າສຸພານຸວົງ ແລະ ຜູ້ນໍາສໍາຄັນ ຂອງຄນະແນວລາວ ອີກຈໍານວນນຶ່ງ ໄປຮັກສາໄວ້ ຊົ່ວຄາວ ຢູ່ຄ້າຍໂພນເຄັງ ເພື່ອບໍ່ໃຫ້ ສາມາດຕິດຕໍ່ ສັ່ງການໄປຫາ ພັກພວກແນວລາວ ທີ່ກໍາລັງຂັດຂືນ ແລະ ຕໍ່ສູ້ ກັບຝ່າຍ ຣັຖບານ.
2022-02-06
ທ່ານ ຈີມມີ ເຊີ ແບ່ງປັນ ຄວາມຮູ້ ໃນແກ່ ຊາວລາວ-ອາເມຣິກັນ ກ່ອນຈະອອກ ເດີນທາງ ໄປຕ່າງປະເທດນັ້ນ ວ່າ ຄວນຕ້ອງກະຕຣຽມ ຫຍັງແດ່ ເພື່ອຫລີກລຽງ ອຸປສັກ ແລະ ບັນຫາຕ່າງໆ ທີ່ອາດເກີດຂຶ້ນໄດ້.