ເຣື້ອງທີ່ເກັບບັນທຶກໄວ້
2023-02-27
LPN ຈັດງານສາຍຮູບເງົາສາຣະຄະດີ ເຣື່ອງ Ghost Fleet ແລະ ງານເສວະນາ ແລກປ່ຽນ ບົດຮຽນການແກ້ໄຂບັນຫາ ຄົນງານປະມົງທີ່ຖືກບັງຄັບ ເຮັດວຽກ ຢູ່ອິນໂດເນເຊັຽ ເຊິ່ງມີຄົນລາວຕົກຄ້າງ ຢູ່ເປັນຈຳນວນຫຼາຍ.
2023-02-23
ຂະບວນການ ຄົນຈີນ ປະກາດຫາເມັຽ ທາງສື່ສັງຄົມອອນລາຍນ໌ ກັບມາມີໃຫ້ເຫັນອີກແລ້ວ ໂດຍອ້າງວ່າຈະໃຫ້ເງິນເດືອນຂັ້ນຕໍ່າ 100 ລ້ານກີບຕໍ່ເດືອນ ເຊິ່ງແມ່ຍິງລາວຫຼາຍຄົນ ເຣີ່ມຕື່ນໂຕ ແລະມີຄວາມລະມັດລະວັງຫຼາຍຂຶ້ນ ເພາະຢ້ານຖືກຕົວະໄປຄ້າມະນຸສ.
2023-02-23
ພໍ່ແມ່ຂອງເດັກນ້ອຍ ທີ່ຖືກຂາຍຈາກ ສາມຫຼ່ຽມຄຳ ໄປເມືອງເມັຽວະດີ ປະເທດພະມ້າ ຕ້ອງການເດີນທາງ ໄປນະຄອນຫຼວງວຽງຈັນ ເພື່ອຮ້ອງຮຽນ ໃຫ້ທາງການລາວ ເລັ່ງຊອກຫາ ພ້ອມທັງໃຫ້ການຊ່ອຍເຫຼືອ ເດັກນ້ອຍເຫຼົ່ານັ້ນ ຢ່າງຮີບດ່ວນ.
2023-02-16
ເຈົ້າໜ້າທີ່ຕໍາຣວດ ສະເພາະກິຈ ທີ່ເຮັດວຽກກັບເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ໄດ້ຮັບຮູ້ເຖິງເຣື່ອງຂອງຊາວໜຸ່ມລາວ ໄປເຮັດວຽກຢູ່ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວ ແລະ ຖືກຂາຍຕໍ່ໄປກາສິໂນ ເມືອງເມັຽວະດີ ປະເທດພະມ້າແລ້ວ ແຕ່ເຈົ້າໜ້າທີ່ ຍັງບໍ່ສາມາດ ເຂົ້າໄປຊ່ວຍເຫຼືອໄດ້ເທື່ອ.
2023-02-15
ພໍ່ແມ່ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ຮຽກຮ້ອງຂໍຄວາມຊ່ອຍເຫຼືອ ຈາກທາງການ ຍ້ອນລູກ-ຫຼານ ຕົກເປັນເຫຍື່ອ ການຄ້າມະນຸສ ໄປກາສິໂນ ໂກໄຊ ເມືອງເມັຽວະດີ ປະເທດພະມ້າ ປະມານ 30 ປາຍຄົນ ແລະຍັງບໍ່ຮູ້ວ່າ ປັດຈຸບັນ ມີຊີວິດການເປັນຢູ່ແນວໃດ ເພາະຂາດການຕິດຕໍ່ຫຼາຍເດືອນແລ້ວ.
2023-02-09
ມາຮອດປັດຈຸບັນ ມີລູກ-ຫຼານລາວ ຈໍານວນ 100 ປາຍຄົນ ຕົກເປັນເຫຍື່ອການຄ້າມະນຸສ ແລະຍັງບໍ່ໄດ້ຮັບການຊ່ອຍເຫຼືອ ພາຍຫຼັງຖືກຕົວະໄປຂາຍ ຢູ່ກາຊິໂນ ແຫ່ງນຶ່ງ ຢູ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ໃກ້ໆກັບເມືອງແມ່ສອດ ແຂວງຕາກ ຂອງໄທຍ.