ຊົນເຜົ່າປູກຝິ່ນຫຼາຍຂຶ້ນ ຍ້ອນຄວາມ ທຸກຍາກ

ສຸພັດຕາ
2021.03.25
ຊົນເຜົ່າປູກຝິ່ນຫຼາຍຂຶ້ນ ຍ້ອນຄວາມ ທຸກຍາກ ເຈົ້າໜ້າທີ່ ໄດ້ອອກກວດກາ ແລະ ທໍາລາຍສວນຝິ່ນ ເມື່ອເດືອນ ມົກຣາ ຫາ ກຸມພາ ແລະ ພົບວ່າ ແຂວງຫຼວງນໍ້າທາ ມີເນື້ອທີ່ປູກຝິ່ນ ເພິ່ມຂຶ້ນ ຈາກປີຜ່ານມາ.
ພາບປະກອບ: ນັກຂ່າວພົລເມືອງ

ໃນປີ 2021 ນີ້ ພາຍຫຼັງທີ່ເຈົ້າໜ້າທີ່ ໄດ້ລົງເຄື່ອນໄຫວກວດກາ ແລະ ທໍາລາຍສວນຝິ່ນ ແຕ່ເດືອນມົກກະຣາ ຫາ ກຸມພາ ພົບວ່າ ແຂວງຫຼວງນໍ້າທາ ມີເນື້ອທີ່ປູກຝິ່ນເພິ່ມຂຶ້ນ 40 ເຮັກຕ້າຣ໌ ຈາກ ປີຜ່ານມາເປັນ 145 ເຮັກຕ້າຣ໌ ຂນະທີ່ໃນ ປີ 2019 ມີເນື້ອທີ່ ປູກຝິ່ນ ປະມານ 105 ເຮັກຕ້າຣ໌.

ສາເຫດທີ່ເຮັດໃຫ້ມີເນື້ອທີ່ປູກຝິ່ນເພິ່ມຂຶ້ນ ຍ້ອນປະຊາຊົນ ຊົນເຜົ່າມົ້ງ ທີ່ຢູ່ເຂດພູດອຍ ທຸກຍາກບໍ່ໄດ້ມີຣາຍໄດ້ລ້ຽງຄອບຄົວ ແລະ ບໍ່ມີເນື້ອທີ່ສໍາລັບປູກພືດຊນິດອື່ນ ທີ່ເໝາະສົມ ຈຶ່ງປູກຝິ່ນເພື່ອຂາຍໃຫ້ ພໍ່ຄ້າມົ້ງໄທຍ ທີ່ເຮັດໃຫ້ບາງຄອບຄົວ ມີຣາຍໄດ້ໂດຍສະເລັ່ຽ ຄອບຄົວລະ 300 ລ້ານກີບຕໍ່ປີ, ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງວຽງພູຄາ ແຂວງ ຫຼວງນໍ້າທາ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 25 ມີນາ ນີ້ວ່າ:

“ເນື້ອທີ່ການຜລິດເຂົາບໍ່ມີເນາະ ເຂົາອາສັຍແຕ່ການປູກຝິ່ນນີ້ລ້ຽງຊີບ, ເຂົາເຮັດໄຮ່ ເຮັດຫຍັງ ເຂົາກໍເຮັດໄຮ່ບໍ່ງາມນີ້, ຕາມເຮົາໄປສືບ ມັນຈະມີພໍ່ຄ້າ ໂຕແທນຂອງມົ້ງ ຢູ່ທາງຝັ່ງໄທຍ ເຂົາຈະມາຊື້ນໍາປະຊາຊົນ ຢູ່ບ້ານນໍາ ຫວ່າງນີ້.”

ທ່ານກ່າວຕື່ມວ່າ ສະເພາະບ້ານນໍ້າຫວ່າງ ເມືອງວຽງພູຄາ ເປັນບ້ານທີ່ມີຊົນເຜົ່າມົ້ງ ປູກຝິ່ນໝົດບ້ານເລີຍ ມີປະຊາຊົນ 200 ຄອບຄົວ ໃນນັ້ນສ່ວນໃຫຍ່ ຊາວເຜົ່າມົ້ງ ແມ່ນໄດ້ຈ້າງ ຊົນເຜົ່າມູເຊີ ມາເປັນກັມມະກອນ ອະນາມັຍສວນຝິ່ນ ບາງຄົນກໍປູກເພື່ອຂາຍ ບາງຄົນ ກໍປູກເພື່ອເສພເອງ, ດັ່ງຊາວບ້ານ ບ້ານນໍ້າຫວ່າງຄົນນຶ່ງ ກ່າວວ່າ:

“ຈໍານວນນຶ່ງ ກະຂາຍເນາະ ຈໍານວນນຶ່ງ ກະລັກສນະເປັນບ່ອນມົ້ວສຸມເນາະ, ເຂົາເຈົ້າຈະມີຢູ່ແລ້ວເນາະ ມີຢູ່ແລ້ວກໍພາກັນມາເສພ ຢູ່ໃນເຮືອນໃນຫຍັງ ແລ້ວກໍເອົາເງິນ ເອົາຫຍັງ ໃຫ້ກັນ ຈຸດນຶ່ງ, ຈຸດສອງມາ ຊົນເຜົ່າອາຂ່ານີ້ ເອີ່ຄວາມເວົ້າຂອງເຂົາ ກໍວ່າເຮັດ ຮີດຄອງ ມີວຽກບໍ ມີດອງມີຫຍັງ ມີຄົນລົ້ມຄົນຕາຍບໍ, ກໍຢູ່ຊຸມແຊວກັນນະ ກໍເລີຍເອົາຢາຝິ່ນມາເສພ ຫາກບໍ່ມີອັນນີ້ ເປັນພີ່ເປັນນ້ອງ ກໍບໍໍ່ມາຢູ່ນໍາ ຫັ່ນນະເນາະ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສູນກາງ ກໍຍັງພຍາຍາມປາບປາມ ແລະທໍາລາຍການປູກຝິ່ນຢູ່ຕລອດ, ແຕ່ກໍບໍ່ສາມາດທໍາລາຍໄດ້ໝົດ ຍ້ອນເປັນເຂດຫ່າງໄກສອກຫຼີກ ຍາກທີ່ຈະເຂົ້າໄປ ເຖິງໄດ້ ແລະສະພາບໂຕຈິງ ເຈົ້າໜ້າທີ່ຕໍາຣວດເມືອງ ກໍຢ້ານອໍານາດການ ປົກຄອງທ້ອງຖິ່ນ ບໍ່ກ້າສັ່ງໃຫ້ ພະນັກງານທໍາລາຍສວນຝິ່ນ ຢ່າງຈິງຈັງ ຈຶ່ງເປັນສາເຫດ ທີ່ເຮັດໃຫ້ເນື້ອທີ່ ການປູກຝິ່ນ ພາຍໃນ ແຂວງຫຼວງນໍ້າທາ ເພິ່ມຂຶ້ນ, ດັ່ງເຈົ້າໜ້າທີ່ ປກສ ເມືອງວຽງພູຄາ ທ່ານດຽວກັນນີ້ ກ່າວຕື່ມວ່າ:

“ແຕ່ລະປີນິ່ ຮອດຍາມທໍາລາຍ ຢາກໃຫ້ຫົວໜ້າໃຫຍ່ ຢູ່ບ່ອນກະຊວງ ຢູ່ບ່ອນນະຄອນຫຼວງນິ່ ມາຄວບຄຸມເລີຍ ການຖາງຫັ້ນນາ, ບາງເທື່ອ ຄື ຢູ່ສະພາບບ້ານເມືອງເຮົາ ມັນໄປ ກໍຍັງມີອໍາເອືອງກັນແດ່ ບໍ່ກ້າເຮັດ ບໍ່ກ້າທໍາລາຍໂຕຈິງ, ຫົວໜ້າຫັ້ນ ບໍ່ກ້າສັ່ງໃຫ້ ອ້າຍນ້ອງທໍາລາຍເຕັມທີ່ ເຂົາໄປຂໍ່າໄປຂໍ, ຢາກຢ້ານເຂົາ ສະນັ້ນ ເພາະວ່າມັນເປັນ ຄົນທ້ອງຖິ່ນດຽວກັນ ອັນນີ້ ກໍແມ່ນບັນຫານຶ່ງ ເຮັດໃຫ້ຢາຝິ່ນ ມັນມີການເພິ່ມຂຶ້ນ.”

ສໍາລັບຢູ່ບ້ານຈ່າເຂື່ອນ ເມືອງສິງ ແຂວງຫຼວງນໍ້າທາ ຍັງມີຊາວບ້ານ 3 ຄອບຄົວ ທີ່ປູກຝິ່ນ ເພື່ອຮັກສາສຸຂພາບ, ດັ່ງຊາວບ້ານ ຄົນນຶ່ງ ເວົ້າວ່າ:

“ເວລາເຈັບທ້ອງເຈັບຫຍັງ ເຂົາກໍກິນ ກະບາງເທື່ອມັນກໍເຊົາ, ມັນກໍກິນໄປກິນມາ ມັນກໍຕິດ ມັນສູບເອົານ່າ ໂອ້ຍແຕ່ກ່ອນນີ້ ບອກ ບໍ່ໄດ້ແລ້ວ ປູກຫຼາຍ ແຕ່ດຽວນີ້ ເຂົາບໍ່ໃຫ້ປູກດຸ.”

ອີງຕາມການຣາຍງານ ຂອງໜັງສືພິມ ເສຖກິຈ-ສັງຄົມ ໃນວັນທີ 24 ມີນາ 2021 ນີ້ ຣະບຸວ່າ ແຂວງຫຼວງນໍ້າທາ ມີເນື້ອທີ່ປູກຝິ່ນ ຢູ່ 5 ເມືອງ ຮວມທັງໝົດ 145 ເຮັກຕ້າຣ໌. ໃນນັ້ນ ຫຼາຍກວ່າໝູ່ແມ່ນ ຢູ່ທີ່ເມືອງວຽງພູຄາ ມີປະມານ 45 ເຮັກຕ້າຣ໌.

ໜັງສືພິມເສຖກິຈ-ສັງຄົມ ຍັງຣາຍງານ ອີກວ່າໃນ 5 ເມືອງດັ່ງກ່າວມີທັງໝົດ 28 ບ້ານ ມີປະຊາຊົນປູກຝິ່ນທັງໝົດ 191 ຄອບຄົວ, ບາງພື້ນທີ່ປູກຝິ່ນ ທີ່ເຈົ້າໜ້າທີ່ສາມາດເຂົ້າໄປ ເຖິງໄດ້ ເຈົ້າໜ້າທີ່ກໍໄດ້ມີການທໍາລາຍຖິ້ມ ຕາມຄໍາສັ່ງຂອງ ນາຍົກຣັຖມົນຕຣີ ສະບັບ ເລຂທີ 36/ນຍ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະການປູກຝິ່ນ ຮວມທັງກັນຊາ ນໍາດ້ວຍ.

ອີງຕາມຂໍ້ມູນຈາກສຳນັກງານ UNODC, ໃນປີ 2015 ມີເນື້ອທີ່ ປູກຝິ່ນ ຢູ່ປະເທດລາວປະມານ 5,700 ເຮັກຕ້າຣ໌ ໃນນັ້ນຢູ່ແຂວງ ຜົ້ງສາລີ ກວມເອົາ 3,250 ເຮັກຕ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.