ທ.ໄຊຊະນະ ຈະສູ້ຄະດີ

ສິດນີ
2017.02.12
f-drug ທະນາຍຄວາມ ຂອງ ທ້າວໄຊຊະນະ ເວົ້າວ່າ ໂຄງຮ່າງເຄືອຂ່າຍ ຂອງກຸ່ມຄ້າຢາເສບຕິດ ທີ່ເຈົ້າໜ້າທີ່ໄທ ນໍາສະເໜີ ຕໍ່ ນັກຂ່າວ ແລະ ສາທາຣະນະນັ້ນ ທ.ໄຊຊະນະ ຢືນຢັນວ່າບໍ່ໄດ້ກ່ຽວຂ້ອງ
RFA/PP

ທ່ານ ວໍຣະກອນ ພົງທະນາກຸນ ທະນາຍຄວາມ ຂອງທ້າວ ໄຊຊະນະ ແກ້ວພິມພາ ຜູ້ຕ້ອງຫາ ໃນຄະດີ ຄ້າຢາເສບຕິດ ຣາຍໃຫຍ່ ຄົນລາວ ເປີດເຜີຍຕໍ່ ສຳນັກຂ່າວ INN ວ່າ ຈາກ ການເຂົ້າໄປ ໂອລົມກັບ ທ້າວ ໄຊຊະນະ ໃນບ່ອນກັກຂັງ ໃນວັນທີ 10 ກຸມພາ ຜ່ານມາ, ທ້າວ ໄຊຊະນະ ໃຫ້ການ ຢືນຢັນວ່າ ບໍ່ຮູ້ຈັກກັບ ນາຍຣັຕພົນ ນາດຄຳ ຫລືວ່າ ນາຍບອຍ ຮວມທັງ ຄະດີ ຢາເສບຕິດ ໃນ ຫຼາຍພື້ນທີ່, ທີ່ທາງ ເຈົ້າຫນ້າທີ່ໄທ ນຳສເນີວ່າ ມີຄວາມກ່ຽວ ຂ້ອງກັນ ແລະວ່າ ເລີ້ມແຕ່ມື້ ຝາກຂັງ ຕຳຣວດ ຍັງບໍ່ໄດ້ ສອບປາກຄຳ ເພີ້ມຕື່ມ.

ກ່ຽວກັບການກັກຂັງ ໃນຄຸກ ທ້າວ ໄຊຊະນະ ເວົ້າວ່າ ເຈົ້າຫນ້າທີ່ໄທ ກໍປະຕິບັດ ຕາມຣະບຽບ ປົກກະຕິ ລາວບໍ່ໍ່ມີ ອາການເຈັບໄຂ້ ແຕ່ ເປັນຫ່ວງ ໃນຄະດີ ທີ່ເກີດຂຶ້ນ ແລະ ໃນຕົ້ນເດືອນ ກຸມພາ ພັລຍາ ຂອງເຂົາ ກໍເດີນທາງ ຈາກສປປລາວ ມາຢ້ຽມຢາມ ໃນຄຸກ.

ສ່ວນເຣື້ອງ ຂອງຄະດີ ທະນາຍຄວາມ ຂອງລາວເວົ້າວ່າ ເບື້ອງຕົ້ນ ຍັງບໍ່ຮູ້ຣາຍລະອຽດ ເນື່ອງຈາກ ຕາມຂັ້ນຕອນ ຕ້ອງໄດ້ ລໍຖ້າໃຫ້ ເຈົ້າຫນ້າທີ່ ຕຳຣວດສລຸບ ສຳນວນ ຄະດີ ສົ່ງໃຫ້ ພະນັກງານ ອັຍການ ແລະ ລໍຖ້າສານ ນັດ ພ້ອມຄູ່ ກໍຣະນີ ທັງສອງກ່ອນ ໂດຍ ຢືນຢັນວ່າ ມີພິຍານ ຫລັກຖານ ສຳຄັນ ພ້ອມທີ່ຈະ ຕໍ່ສູ້ຄະດີ ໃນສານ.

ທ້າວ ໄຊຊະນະ ແກ້ວພີມພາ ຖືກຈັບ ທີ່ສນາມບິນ ສຸວັນນະພູມ ປະເທດໄທ ໃນໃນກາງເດືອນ ມົກຣາ ຜ່ານມາ ໃນຂໍ້ກ່າວຫາ ຄ້າ ຢາເສບຕິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.