ທ.ໄຊຊະນະ ຖືກຕັດສິນ ຈໍາຄຸກ ຕລອດຊີວິດ

ມະນີຈັນ
2018.03.20
F-Xaysana ທ້າວ ໄຊຊະນະ ແກ້ວພິມພາ ຖືກສານໄທ ຕັດສິນຈໍາຄຸກ ຕລອດຊີວິດ ໃນຂໍ້ຫາ ຄ້າຢາເສບຕິດ
RFA Listener

ສານອາຍາ ປະຈໍາກຸງເທບ ປະເທດໄທ ໄດ້ອ່ານຄໍາພິພາກສາ ຕັດສິນ ຕັດອິສຣະພາບຕລອດຊີວິດ ຂອງ ທ້າວ ໄຊຊະນະ ແກ້ວພິມພາ ປັຈຈຸບັນອາຍຸ 43 ປີ ໃນມື້ວັນທີ 20 ມີນາ 2018.  ທ້າວ ໄຊຊະນະ ເປັນນັກຄ້າຢາເສບຕິດ ລາວທີ່ຖືກຈັບຢູ່ໄທ ໃນມື້ວັນທີ 19 ມົກຣາ 2017 ໃນຂໍ້ຫາ ນໍາຢາເສບຕິດ ເຂົ້າໄທ ເພື່ອຈໍາໜ່າຍ ແລະຮ່ວມກັບຄົນອື່ນ ມີຢາເສບຕິດ ໄວ້ໃນຄອບຄອງເພື່ອຈໍາໜ່າຍ ຕາມຣາຍງານ ຂ່າວ RFA ຈາກ ບາງກອກ.

ຄໍາຟ້ອງຣະບຸວ່າເມື່ອວັນທີ 30 ກັນຍາ 2016 ຈໍາເລີຍກັບເຄືອຂ່າຍ ທີ່ຖືກຍື່ນຟ້ອງ ໄດ້ຮ່ວມກັນຈັດຫາ ຢາເສບຕິດ ຮວມທັງເຊື່ອງຢາບ້າ ຈໍານວນ 1 ລ້ານ 2 ແສນເມັດ ໄວ້ໃນຣົດໃຫຍ່ ແລ້ວຂົນສົ່ງເຂົ້າມາ ໃນໄທ ຜ່ານດ່ານກວດຄົນເຂົ້າເມືອງ ແຂວງໜອງຄາຍ. ຈາກນັ້ນໄດ້ ປະສານ ຕິດຕໍ່ສົ່ງຢາເສບຕິດ ໃຫ້ແກ່ເຄືອຂ່າຍຢາເສບຕິດ ພາກໃຕ້ຂອງໄທ ແລະ ໄປຮອດປະເທດມາເລເຊັຽ ຊຶ່ງ ເຈົ້າໜ້າທີ່ຕໍາຣວດໄທ ສາມາດຈັບເຄືອຂ່າຍ ໄວ້ໄດ້ກ່ອນທີ່ຈະຂຍາຍຜົລ ຈັບ ທ້າວ ໄຊຊະນະ ໄດ້ທີ່ສນາມບິນ ສຸວັນນະພູມ ໃນບາງກອກ.

ຈາກການສອບສວນ ທ້າວທັດສະພົນ ຄົນຂັບຣົດຕູ້ຂົນສົ່ງຢາບ້າ ໃຫ້ການວ່າ ທ້າວ ໄຊຊະນະ ເປັນຫົວໂປ່ ໃນການສັ່ງຂົນ ຢາເສບຕິດ ແລະ ເຈົ້າໜ້າທີ່ ໄດ້ກວດສອບ ເລກໂທຣະສັບ ແລະ Line ຂອງ ທ້າວ ໄຊຊະນະ ພົບວ່າມີການຕິດຕໍ່ ເຣື່ອງການຂົນ ຢາເສບຕິດ ກັບ ເຄືອຂ່າຍນັ້ນແທ້ ແລະມີຫລັກຖານ ໂອນເງິນເຊື່ອມໂຍງ ກັບຂະບວນການຄ້າ ຢາເສບຕິດ ຫລາຍກຸ່ມ ຊຶ່ງຜູ້ຕັດສິນສານ ເວົ້າວ່າ; ທ້າວ ໄຊຊະນະ ຮັບສາຣະພາບ ທຸກຂໍ້ກ່າວຫາ ທາງສານຈຶ່ງຜ່ອນໂທດ ໃຫ້ຈໍາຄຸກ ຕລອດຊີວິດ.

ຄໍາພິພາກສາຂອງສານໃນມື້ນີ້ ຣະບຸວ່າທ້າວ ໄຊຊະນະ ມີຄວາມຜິດ ຕາມກົດໝາຍວ່າດ້ວຍ ຢາເສບຕິດໃຫ້ໂທດ ປີ 1979 ແລະກົດໝາຍ ວ່າດ້ວຍ ມາຕການ ປາບປາມຜູ້ກະທໍາຜິດ ກ່ຽວກັບຢາເສບຕິດ ປີ 1991 ໃຫ້ລົງໂທດ ສູງສຸດ ປະຫານຊີວິດ. ແຕ່ຝ່າຍຈໍາເລີຍ ໃຫ້ການ ຮັບສາຣະພາບ ໃນການສອບສວນ ຊຶ່ງເປັນປະໂຫຍດ ແກ່ການພິຈາຣະນາ ຄະດີ ຈຶ່ງຜ່ອນໂທດ 1 ໃນ 3 ໃຫ້ເຫລືອ ຕັດອິສຣະພາບ ຕລອດຊີວິດ.

ຢ່າງໃດກໍຕາມ ທ່ານ ວໍລະກອນ ພົງທະນາກຸນ ທະນາຍຄວາມຂອງທ້າວ ໄຊຊະນະ ກໍກ່າວຕໍ່ RFA ໃນມື້ດຽວກັນນັ້ນວ່າ:

"ກໍຕ້ອງອຸທອນ ກໍຕ້ອງເບິ່ງຄໍາພິພາກສາ ເບິ່ງຄໍາໃຫ້ການ ຂອງ ພະຍານຝ່າຍໂຈດ ຈໍາເລີຍ ທັງໝົດ ວ່າມັນເປັນຈັ່ງໃດ ຖ້າກົດໝາຍໃຫ້ ເວລາ 30 ມື້ ນັບແຕ່ມື້ມີ ຄໍາພິພາກສາ ແຕ່ສາມາດຍື່ນຂຍາຍ ຂໍອຸທອນ ໄດ້ຄັ້ງລະ 30 ມື້."

ເຄືອຂ່າຍຂອງ ທ້າວ ໄຊຊະນະ ຄົນນຶ່ງ ຄືທ້າວ ສີສຸກ ດາວເຮືອງ ທີ່ຖືກຈັບຢູ່ແຂວງ ຫລວງພຣະບາງ ໃນມື້ວັນທີ 31 ມີນາ 2017 ແລະ ທ້າວ ຄອນປະສົງ ສຸກກະເສີມ ຜູ້ຄ້າຢາເສບຕິດ ເຄືອຂ່າຍໃຫຍ່ ໃນລາວອື່ນອີກ ທີ່ຖືກເຈົ້າໜ້າທີ່ ທາງການລາວ ຈັບຕົວ ເມື່ອວັນທີ 10 ມົກຣາ 201 ນັ້ນ ປັດຈຸບັນຍັງຖືກຂັງຢູ່ຄຸກ ໂພນທັນ ນະຄອນຫລວງວຽງຈັນ ແຕ່ຍັງບໍ່ມີຄວາມຄືບໜ້າ ໃນການສືບສວນສອບສວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.