ທ.ໄຊຊະນະປະຕິເສດ ທຸກຂໍ້ ກ່າວຫາ
2017.06.20
ທ້າວ ໄຊຊະນະ ແກ້ວພິມພາ ປະຕິເສດ ຂໍ້ກ່າວຫາ ຄ້າຢາເສບຕິດ ຢູ່ສານອາຍາ ທີ່ບາງກອກ ປະເທສໄທ ໃນມື້ວັນທີ 19 ມິຖຸນາ 2017. ອັຍການ ຝ່າຍຄະດີ ຢາເສບຕິດ ຂອງໄທ ຍື່ນຟ້ອງ ທ້າວ ໄຊຊະນະ ຜູ້ຕ້ອງຫາຄະດີ ຢາເສບຕິດ ຊາວລາວ ອາຍຸ 42 ປີ ໃນຂໍ້ຫາ ສົມທົບກັນ ຕັ້ງແຕ່ 2 ຄົນ ຂຶ້ນໄປ ເພື່ອເຮັດຄວາມຜິດ ກ່ຽວກັບ ຢາເສບຕິດ, ຮ່ວມກັນ ນຳຢາບ້າ ເຂົ້າມາເພື່ອຈຳໜ່າຍ ແລະຄອບຄອງ ຢາບ້າ ໂດຍບໍ່ໄດ້ຮັບ ອະນຸຍາດ.
ຜູ້ຕ້ອງຫາຖືກເຈົ້າໜ້າທີ່ຕຳຣວດ ນຳຕົວຈາກຄຸກ ໄປຂຶ້ນສານ ໃນຕອນເຊົ້າ ຂອງວັນທີ 19 ມິຖຸນາ ໂດຍບໍ່ ອະນຸຍາດ ໃຫ້ສື່ມວນຊົນ ຖ່າຍຮູບລົງຂ່າວ. ຍາດພີ່ນ້ອງ ຜູ້ກ່ຽວ 3 ຄົນ ໄດ້ເຂົ້າຮ່ວມຟັງ ການພິຈາຣະນາ ຄະດີຂອງສານ ທີ່ໄດ້ອ່ານ ແລະ ອະທິບາຍ ຂໍ້ກ່າວຫາ ໃຫ້ ທ້າວ ໄຊຊະນະ ຟັງແລະຖາມວ່າ ຈະຮັບສາຣະພາບ ໃນຂໍ້ກ່າວຫາ ຫລືວ່າຈະ ປະຕິເສດ. ທ້າວ ໄຊຊະນະ ຜູ້ທີ່ເວົ້າວ່າຕົນ ເຂົ້າໃຈ ພາສາໄທ 50%, ບໍ່ຈຳເປັນຕ້ອງ ໃຊ້ຄົນ ແປພາສາ ໃຫ້ນັ້ນ ປະຕິເສດ ທຸກຂໍ້ກ່າວຫາ.
ຫລັງຈາກນັ້ນ ອັຍການ ກໍໄດ້ສົ່ງ ເອກກະສານ ກ່ຽວກັບ ຄະດີດັ່ງກ່າວ 41 ສະບັບ ໃຫ້ສານ ແລະຂໍສອບສວນ ພຍານ 11 ຄົນ ເປັນຕົ້ນ ເຈົ້າໜ້າທີ່ ຕຳຣວດ, ເຈົ້າໜ້າທີ່ ວິເຄາະ ຂ່າວ ຮວມທັງນັກໂທດ ຄະດີ ຢາເສບຕິດ ທີ່ໃຫ້ການ ຊັກທອດໄປເຖິງ ທ້າວ ໄຊຊະນະ.
ແຕ່ເມື່ອສານ ພິຈາຣະນາແລ້ວ ອະນຸຍາດ ໃຫ້ສອບສວນ ພຍານຝ່າຍໂຈດ ພຽງ 9 ຄົນ ຊຶ່ງຈະນັດ ສວບສວນ ຄັ້ງທຳອິດ ວັນທີ 13 ກຸມພາ 2018. ສຳລັບ ທະນາຍຄວາມ ຂອງຜູ້ ຕ້ອງຫາ ຂໍສອບສວນ ພຍານ 3 ຄົນຄື ຜູ້ຕ້ອງຫາຄະດີ ຢາເສບຕິດ 2 ຄົນ ແລະທ້າວ ໄຊຊະນະ. ກ່ຽວກັບ ຄະດີຢາເສບຕິດ ທີ່ວ່ານີ້ ໃນເວລາຖືກຈັບໃໝ່ໆ ທີ່ບາງກອກ ປະເທສ ໄທ.
ທ້າວ ໄຊຊະນະ ທີ່ເປັນຜູ້ຕ້ອງຫາ ຮັບສາຣະພາບ ຂໍ້ກ່າວຫາ ທີ່ວ່າມານັ້ນ ຕໍ່ເຈົ້າໜ້າທີ່ ຕຳຣວດໄທ ແລ້ວ.