ໄທຈັບກຸ່ມຄ້າຢາໄດ້ອີກ

ສິດນີ
2017.04.21
f-thai ສຳນັກງານ ຄນະກັມມະການ ປ້ອງກັນປາບປາມ ຢາເສບຕິດ ແຫ່ງປະເທດໄທ(ປປສ) ໄດ້ຖແລງການຈັບກຸມ ກຸ່ມຄ້າຢາເສບຕິດຂ້າມຊາດ ໃນວັນທີ 20 ເມສາ 2017
RFA/PN

ສຳນັກງານ ຄນະກັມມະການປ້ອງກັນ ແລະປາບປາມຢາເສບຕິດ ແຫ່ງປະເທດໄທ ຫລື ປປສ ໄດ້ຖແລງການຈັບກຸມ ກຸ່ມຄ້າຢາເສບຕິດ ຂ້າມຊາດ ໃນມື້ວັນທີ 20 ເມສາ ປີ 2017 ຕື່ມອີກ 4 ຄົນ ກຸ່ມດັ່ງກ່າວຖືກຈັບໄດ້ ໃນມື້ວັນທີ 19 ເມສາ ປີ 2017 ຄາດວ່າ ມີການ ເຊື່ອມໂຍງ ກັບເຄືອຂ່າຍຂອງ ໄຊຊະນະ ແກ້ວພິມພາ ທີ່ຖືກທາງການໄທ ກັກຂັງ ໄວ້ໃນເວລານີ້. ດັ່ງຫົວຫນ້າຝ່າຍສື່ສານ ສຳນັກງານ ປປສ ໄທກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 20 ເມສານີ້ວ່າ:

"ຕອນນີ້ ມັນກໍຍັງມາຄົນລະທ່ອນຢູ່ດີ ອັນນີ້ ມັນເປັນກໍຣະນີ ທີ່ໄປຈັບຊາວຕ່າງຊາດໄດ້ ຕອນນີ້ ເຂົາກຳລັງຈະຂຍາຍຜົລຕໍ່ວ່າ ມັນຈະໄປ ເຊື່ອມກັນ ຕົງໄຫນ".

ຜູ້ຕ້ອງຫາ ທີ່ເປັນຄົນຕ່າງຊາດ 4 ຄົນ ທີ່ເຈົ້າຫນ້າໄທ ຈັບໃນມື້ວັນທີ 19 ເມສາປີ 2017 ນີ້ມີຊື່ວ່າ ທ້າວຊຽງຫມີ່ ສັນຊາດໃຕ້ຫວັນ, ທ້າວ ຕັນຮັນຊຽງ ສັນຊາດມາເລເຊັຽ, ນາງ ວິພາພອນ ການດີ ແລະ ນາງ ວະລັຍພັນ ເພັດພົງ ສັນຊາດໄທ ຈາກການຂຍາຍຜົລ ການຈັບກຸມ ທ້າວຈາງກີມຊຸຍ ແລະທ້າວ ລີ້ມຍວນຮຸນ ສັນຊາດມາເລເຊັຽ ພ້ອມທັງຢາ ໄອສ 282 ກິໂລກຣາມ ໃນມື້ວັນທີ 29 ມິນາປີ 2016 ຜ່ານມາ.

ເຈົ້າຫນ້າທີ່ຕຳຣວດ ປາບປາມຢາເສບຕິດໄທ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 20 ເມສານີ້ວ່າ:

"29 ມີນາ 59 ຄືຈັບ ທ້າວຈາງກີມຊຸຍ ກັບລີ້ມຍວນຮຸນ ເປັນຊາວມາເລເຊັຽ 2 ຄົນ ພ້ອມໄອສ 282 ກິໂລອີກ 4 ຄົນ ຄືການຂຍາຍຜົລ ຈາກຄະດີນີ້ແລ້ວ ຂໍຫມາຍຈັບ ໃນຂໍ້ຫາຕົວການຮ່ວມ ເປັນສົມຄົບ ກະທຳຄວາມຜິດ ຈັບວັນທີ 19 ຈັບມື້ວານນີ້".

ສຳນັກຂ່າວໄທເປີດເຜີຍທີ່ອ້າງໃສ່ຄຳເວົ້າຂອງ ພົລຕຳຣວດໂທ ສົມຫມາຍ ກອງວີສັຍສຸກ ຜູ້ບັນຫາຊາການຕຳຣວດ ປາບປາມຢາເສບຕິດ ວ່າເຄືອຂ່າຍຢາເສບຕິດ ຄົນຕ່າງຊາດ ທີ່ຖືກຈັບນັ້ນ ມີຄວາມເຊື່ອມໂຍງ ກັນແນ່ນອນ ເພາະວ່າລັກສນະ ຂອງເຄືອຂ່າຍດັ່ງກ່າວ ມີຄວາມ ຄ້າຍຄຽງກັນ ໃນຫລາຍຮູບແບບ. ຊຶ່ງໃນປັດຈຸບັນກຳລັງ ຢູ່ໃນການຮວບຮວມຫລັກຖານຂໍ້ມູນ ໃນການຈັບກຸມເພີ້ມຕື່ມ.

ຖແລງການຂອງເຈົ້າຫນ້າທີ່ຕຳຣວດ ປາບປາມຢາເສບຕິດໄທ ຄັ້ງນີ້ມີຂຶ້ນ ໃນວັນທີ 19 ເດືອນເມສາ ປີ 2017 ຫຼັງຈາກ ທ້າວໄຊຊະນະ ແກ້ວພິມພາ ປະຕິເສດ ຕໍ່ຂໍ້ກ່າວຫາ ທັງຫມົດຂອງສານໄທ ແລະພ້ອມທີ່ຈະສູ້ຄະດີໃນສານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.