ເສັ້ນທາງຂົນຢາເສບຕິດ "ລາວ"
2020.09.09

ສຳນັກງານຄວບຄຸມຢາເສບຕິດ ແລະ ອາຊຍາກັມ ສະຫະປະຊາຊາດ ຫຼື UNODC ຣາຍງານໃນວັນທີ 5 ກັນຍາ 2020 ຜ່ານມາວ່າການ ຜລິດຢາບ້າ ແລະ ການລັກລອບຂົນສົ່ງ ສານເສບຕິດປະເພດ Methamphetamine ຢາບ້າເພີ່ມຂຶ້ນຫຼາຍ ໃນໄລຍະທີ່ເກີດ ການຣະບາດ ຂອງ ໂຄວິດ-19 ໂດຍໃຊ້ປະເທດລາວ ເປັນທາງຜ່ານໃນການຂົນຍ້າຍ. ເຈົ້າໜ້າທີ່ກົມປ້ອງກັນ ແລະປາບປາມຢາເສບຕິດ ກະຊວງປ້ອງກັນ ຄວາມສງົບ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 9 ກັນຍາ ວ່າ:
"ມັນກະເປັນການຍາກ ມັນເປັນເຂດພູເຂົາ ເຮົາຈະນຳໃຊ້ງົບປະມານ ກະບໍ່ມີ ມີກະມີໜ້ອຍ ຖືວ່າມັນບໍ່ທົ່ວເຖິງຫັ້ນນ່າ ຜ່ານມາຂະເຈົ້າກະໄດ້ ກະເຮັດເຕັມທີ່ຫັ້ນແຫຼະ ຈາກທີ່ທຽບໃສ່ ກະຍັງໜັກຫັ້ນແລ້ວເນາະ ມັນກະຣະບາດຄືວ່າ ຫັ້ນແຫຼະ ດຽວນີ້ເນາະ ມັນມາໜັກທາງຢາບ້ານີ້ ຕາມຊາວໜຸ່ມ ວັຍລຸ້ນເຮົານີ້ນ່າ ໂອ້ ຢູ່ພີ້ຖືກ 5,000 ກີບ ຕໍ່ເມັດ."
ທ່ານກ່າວຕື່ມວ່າ ໄລຍະເກີດການຣະບາດຂອງເຊື້ອໂຄວິດ-19 ມີການຂົນຍ້າຍຢາເສບຕິດຫຼາຍ ໂດຍສະເພາະເຂດຊາຍແດນ ລາວ-ພະມ້າ ຊຶ່ງເປັນເຂດສາມຫຼ່ຽມຄຳ ແລະເປັນປ່າທຶບ ບໍ່ມີເຈົ້າໜ້າທີ່ອອກໄປລາດຕະເວນ ກາຍເປັນຊ່ອງວ່າງ ແລະ ງ່າຍຕໍ່ການຂົນຍ້າຍ ຢາເສບຕິດ ເຂົ້າມາລາວ ກ່ອນຈະສົ່ງຕໍ່ໄປປະເທດທີ 3.
ນອກຈາກນີ້ ສະຖານະການຢາເສບຕິດໃນລາວ ຍັງເກີດການຣະບາດເພີ່ມຂຶ້ນ ໃນກຸ່ມວັຍໜຸ່ມ ເມື່ອທຽບໃສ່ໄລຍະເວລາປົກກະຕິ ເນື່ອງຈາກ ຢາບ້າຫາຊື້ໄດ້ງ່າຍ ແລະ ລາຄາຖືກ.
ເຈົ້າໜ້າທີ່ປ້ອງກັນ ແລະ ປາບປາມຢາເສບຕິດ ແຂວງບໍ່ແກ້ວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນດຽວກັນວ່າ ໃນລະຍະເກີດການຣະບາດ ຂອງ ໂຄວິດ-19 ມີການລັກລອບຂົນຍ້າຍ ຢາເສບຕິດ ຕາມຊາຍແດນລາວ-ໄທຍ ແລະ ລາວ-ພະມ້າ:
"ມີໆ ມີຢູ່ ຊ້ວງໂຄວິດ ຊ້ວງນຶ່ງຕາມຊາຍແດນ, ແມ່ນແຫຼະ ແຕ່ວ່າຢູ່ ລາວເຮົາໜ້ອຍ ບໍ່ຫຼາຍ ລາດຕະເວນຕາມແລວ ແມ່ນ້ຳຂອງ ບໍ່ໄປ ຕະຫຼອດ ຄືຂະເຈົ້າ. "
ປັດຈຸບັນທາງການລາວ ໄດ້ອອກລາດຕະເວນ ໃນແມ່ນ້ຳຂອງ ທຸກອາທິດ ຫຼື ສະເພາະມື້ທີ່ໄດ້ຮັບແຈ້ງວ່າ ຈະມີການຂົນຍ້າຍ ຢາເສບຕິດ ເຂົ້າລາວເທົ່ານັ້ນ ຍ້ອນ ງົບປະມານມີຈຳກັດ ບຸຄລາກອນ ກໍມີໜ້ອຍ ຊຶ່ງຕ່າງຈາກໄທຍ ທີ່ມີການອອກລາດຕະເວນທຸກມື້.
ຕໍ່ກັບບັນຫາຢາເສບຕິດ ທີ່ເພີ່ມຂຶ້ນໃນລາວ, ຊາວນະຄອນຫລວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ຢາກໃຫ້ຣັຖບານລາວ ເອົາໃຈໃສ່ ໃນການຕິດຕາມ ກວດກາ ແກ້ໄຂບັນຫາ ຢາເສບຕິດ ທີ່ກຳລັງ ແຜ່ລາມ ໃນທົ່ວປະເທດ ເພື່ອປ້ອງກັນຊາວໜຸ່ມ ບໍ່ໃຫ້ໄປ ຫຍຸ້ງກ່ຽວ ກັບຢາເສບຕິດ:
"ຄິດວ່າ ມັນເປັນ ສິມີຄວາມສ່ຽງເນາະ ຕໍ່ອະນາຄົດຂອງລູກຂອງຫຼານ ຖືວ່າ ເປັນປາກົດການຫຍໍ້ທໍ້ ຈະຕ້ອງເອົາໃຈໃສ່ ໃນການຕິດຕາມ ໃນການ ກວດກາ ບໍ່ໃຫ້ລູກຫຼານຕົກເຂົ້າ ໃນຄວາມສ່ຽງ ເລື່ອງຢາເສບຕິດ."
ຊາວນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ ທີ່ຜ່ານມາ ກໍເຫັນຣາຍງານຂ່າວໄທຍ ກ່ຽວກັບຢາເສບຕິດ:
"ມີ ພໍໆ ເຫັນເຂົາອັນນັ້ນ ຈັບຢູ່ລະ, ສ່ວນຫຼາຍແມ່ນຢູ່ທາງບໍ່ແກ້ວ ທາງຕົ້ນເຜິ້ງແຫຼະ ຢູ່ໄທຍ ຈັບປຸບ ອອກຂ່າວເນາະ ບາດຢູ່ລາວ ຫາຍງຽບ ກະຄືວ່າ."
ກ່ຽວກັບບັນຫາຢາເສບຕິດໃນລາວ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ 8 ວ່າ ປະເທດລາວ ບໍ່ເປັນພຽງແຕ່ ທາງຜ່ານເທົ່ານັ້ນ ແຕ່ຍັງເປັນບ່ອນຜລິດຢາເສບຕິດ ນ້ຳອີກ:
"ມ້າງໄດ້ຫຼາຍຄະດີ ແຕ່ຍັງບໍ່ໝົດ ດຽວນີ້ຍັງຄ້າຂາຍ ຍັງເສບຫຼາຍ ຣາຍໃຫຍ່ກະມີ ບາງເທື່ອບໍ່ສະເພາະເປັນທາງຜ່ານ ຂ້າພະເຈົ້າໄດ້ ເວົ້າກັບກະຊວງ ກ່ຽວຂ້ອງແລ້ວວວ່າ ກວດດີໆໄດ໋ ບໍ່ແມ່ນແຕ່ສະເພາະ ເປັນທາງຜ່ານ, ຜລິດຢູ່ນີ້ກະມີຫຼາຍໄດ໋ ເຂົາວ່າແນວນັ້ນ ອັນນີ້ ຣັຖບານໄດ້ເອົາໃນໃສ່ ພາກສ່ວນກ່ຽວຂ້ອງ ກະໄດ້ເອົາໃຈໃສ່ ຂໍໃຫ້ສະມາຊິກ ສະ ເປັນຫູເປັນຕາ ນຳກັນ ແລ້ວກະຊ່ວຍປາບປາມ ອັນນີ້ໃຫ້ໄດ້."
ໃນຂນະທີ່ ສຳນັກງານ ຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດ ຫຼື ປປສ ປະເທດໄທຍ ຣາຍງານໃນວັນທີ 1 ກໍຣະກະດາ 2020 ວ່າ ນັບແຕ່ເດືອນ ຕຸລາ 2019 ຫາ ເດືອນ ມິຖຸນາ 2020 ໄດ້ພົບການລັກນຳເຂົ້າ ຢາເສບຕິດ ໃນພື້ນທີ 7 ແຂວງ ຊາຍແດນ ລາວ-ໄທຍ ທັງໝົດຫຼາຍກ່ວາ 100 ຄັ້ງ ໂດຍສະເພາະໃນໄລຍະ ທີ່ມີການຣະບາດ ຂອງໂຄວິດ-19 ແລະ ໄດ້ຢຶດຢາບ້າ 22 ລ້ານເມັດ, ຢາໄອສ 600 ກິໂລກຼັມ ແລະ ກັນຊາ 6,000 ກິໂລກຼັມ.
ເພື່ອແກ້ໄຂບັນຫາ ຢາເສບຕິດ ຢູ່ປະເທດແມ່ນ້ຳຂອງ ຕອນລຸ່ມ, ສຳນັກງານ UNODC ໄດ້ຈັດເຮັດໂຄງການ Global Smart ແລະ ບົດບັນທຶກ ແມ່ນ້ຳຂອງ ຫຼື Mekong MOU ກ່ຽວກັບ ການຄວບຄຸມ ຢາເສບຕິດ ໃນແມ່ນ້ຳຂອງ, ເຝົ້າລະວັງຕິດຕາມ ສະຖານະການ ຢາເສບຕິດ ແລະ ໃຫ້ຄຳແນະນຳ ກ່ຽວກັບຄວາມຮ່ວມມື ໃນການກວດຫາສານ ທີ່ໃຊ້ເຂົ້າໃນການຜລິດ ຢາບ້າ.
ໃນບົດຣາຍງານຂອງ UNODC ໄດ້ລະບຸວ່າ ໄທຍ ແລະ ລາວ ມີການຜລິດຢາເສບຕິດ ແລະ ຄ້າມະນຸດ ຂຍາຍໂຕຢ່າງຕໍ່ເນື່ອງ ໃນປີ 2019 ຜ່ານມາ ມີການຢຶດສານເສບຕິດ ປະເພດ Methamphetamine ສະເພາະໃນເຂດເອເຊັຽ ຕາເວັນອອກສ່ຽງໃຕ້ ໄດ້ຫຼາຍເຖິງ 140 ຕັນ ໂດຍສ່ວນຫຼາຍ ຜລິດຢູ່ຣັຖສານ ປະເທດພະມ້າ ກົງກັນຂ້າມກັບຊາຍແດນໄທຍ ແລະ ລາວ.