ຄະດີທີ 2 ສານໄທຍຫຼຸດໂທດ ໄຊຊະນະ
2020.08.20

ເວລາ 09 ໂມງເຊົ້າຂອງວັນທີ 20 ສິງຫາ 2020 ສານອຸທອນຂອງໄທຍ ພິພາກສາ ທ້າວ ໄຊຊະນະ ແກ້ວພີມພາ ນັກຄ້າຢາເສບຕິດຣາຍ ໃຫຍ່ຊາວລາວ ຄະດີທີ 2 ໃນຄວາມຜິດ ຖານສົມຄົບກັນຕັ້ງແຕ່ 2ຄົນ ຂຶ້ນໄປ ເພື່ອກະທໍາຄວາມຜິດກ່ຽວກັບຢາເສບຕິດ ຮ່ວມກັນມີຢາບ້າ ເຊິ່ງເປັນຢາເສບຕິດປະເພດ 1 ຮ້າຍແຮງ ໄວ້ໃນຄອບຄອງ ໂດຍບໍ່ໄດ້ຮັບ ອະນຸຍາດ ໂດຍສານອຸທອນ ໄດ້ພິພາກສາ ຕາມສານອາຍາ ໃຫ້ປະຫານຊີວິດແຕ່ ທ້າວ ໄຊຊະນະ ໄດ້ໃຫ້ການທີ່ເປັນປໂຍດ ຈຶ່ງຫຼຸດໂທດໃຫ້ຈຳຄຸກ ຕລອດຊີວິດ.
ຕໍ່ກັບຄະດີນີ້ ທ່ານ ວິທູນ ທະນາຍ ຂອງ ໄຊຊະນະ ແກ້ວພີມພາ ກ່າວຕໍ່ເອເຊັຽເສຣີໃນວັນ ທີ 20 ສິງຫາ ວ່າ ການອ່ານຄຳພິພາກສາ ເປັນເຣື່ອງຣະຫວ່າງຈຳເລີຍກັບສານ ທະນາຍຄວາມ ຈະບໍ່ໄດ້ເຂົ້າຮ່ວມຟັງນໍາ ແຕ່ຫຼັງຈາກ ສານພິພາກສາໄປແລ້ວ ຈຳເລີຍກໍຄືຈະມີເວລາ 30 ມື້ ເພື່ອຍື່ນອຸທອນ ຕໍ່ຄຳພິພາກສາຂອງສານ.
"ເຂົາບໍ່ແຈ້ງທະນາຍດອກ ເພາະວ່າການອ່ານຄຳພິພາກສາ ເປັນເປັນເຣື່ອງຂອງຈຳເລີຍກັບສານ ໃນຜົລຂອງມັນຄຳພິພາກສາ ກໍຄືຕ້ອງເວລາ 30 ມື້ ທີ່ຈະເຮັດຫຍັງ ຕໍ່ໄປເຮັດແນວໃດ ນັ້ນເປັນຂັ້ນຕອນຂອງກົດໝາຍ."
ທ່ານກ່າວຕື່ມວ່າຕອນນີ້ ໄຊຊະນະ ແລະຄອບຄົວ ຍັງບໍ່ທັນໄດ້ຕິດຕໍ່ຫາທະນາຍ ເທື່ອຍັງບໍ່ຮູ້ວ່າ ໄຊຊະນະ ຈະຂໍສູ້ຄະດີໂດຍການຍື່ນອຸທອນ ຫຼື ຍອມຮັບຄຳພິພາກສາ ກໍຂຶ້ນຢູ່ກັບ ໄຊຊະນະ ຖ້າບໍ່ດຳເນີນພາຍໃນ 30 ມື້ ຈະຖືວ່າຄຳພິພາກສາ ໝົດສິ້ນຂະບວນການ.
ຄະດີດັ່ງກ່າວນີ້ ສືບເນື່ອງຈາກຣະຫວ່າງວັນທີ 24 ກໍຣະກະດາ ຫາ ວັນທີ 16 ກັນຍາ ປີ 2015 ທ້າວ ໄຊຊະນະ ກັບພັກພວກອີກຫຼາຍຄົນ ທັງໃນລາວ ແລະ ໄທຍ ຈັດຫາຢາບ້າ ຈຳນວນ 2.3 ລ້ານເມັດ ແລະ ເງິນຈຳນວນນຶ່ງສົ່ງໄປໃຫ້ ເຄືອຂ່າຍ ຢູ່ພາກໃຕ້ຂອງໄທຍ ແລະ ມາເລເຊັຽ ແລະ ຣະຫວ່າງ ວັນທີ 17 ຫາ 22 ສິງຫາ ປີ 2016 ທ້າວ ໄຊຊະນະ ແລະ ພັກພວກ ຄົນໄທຍ 3 ຄົນ ຍັງຮ່ວມກັນລັກລອບ ສົ່ງຢາບ້າອີກ 1 ລ້ານເມັດ ໃຫ້ເຄືອຂ່າຍ ທາງພາກໃຕ້ ເພື່ອໄປສົ່ງ ມາເລເຊັຽ ໂດຍມີການ ຮັບ-ໂອນ ກັນຫຼາຍເທື່ອ ໃນມູນຄ່າ 144 ລ້ານ ບາດ ກ່ອນຈະໂອນໃຫ້ ທ້າວ ສີສຸກ ດາວເຮືອງ ຢູ່ລາວ.
ກ່ອນໜ້ານີ້ເມື່ອວັນທີ 19 ທັນວາ 2019 ສານອຸທອນ ປະເທດໄທຍ ໄດ້ພິພາກສາ ປະຫານຊີວິດ ຄະດີ ທີ 1 ໃນຄວາມຜິດຖານນໍາເຂົ້າ ຢາບ້າຈຳນວນ 1,2 ລ້ານເມັດ ເຂົ້າປະເທດໄທຍ ເພື່ອຈຳໜ່າຍ ໂດຍບໍ່ໄດ້ຮັບອະນຸຍາດ ແຕ່ ທ້າວໄຊຊະນະ ໃຫ້ການເປັນປໂຍດ ຈຶ່ງ ຫຼຸດໂທດ ເຫຼືອ ຈຳຄຸກຕລອດຊີວິດ.
ຂນະທີ່ສານຂັ້ນຕົ້ນນະຄອນຫຼວງວຽງຈັນ ໄດ້ຕັດສີນຄະດີ ຢາເສຍຕິດຣາຍໃຫຍ່ ຈຳນວນ 22 ຄົນ ໃນນີ້ຖືກຕັດສິນ ປະຫານຊີວິດ 8 ຄົນ ຮວມມີ ທ້າວ ຄອນປະສົງ ສຸກກະເສີມ ໃນຖານ ກະທໍາຜິດ ທາງອາຍາ ຂາຍເສບຕິດປະເພດ ຢາບ້າ ແລະ ເຮໂຣອີນ, ການຟອກເງິນ, ມີອາວຸດສົງຄາມໃນຄອບຄອງ, ການຊື້-ຂາຍ ອາວຸດສົງຄາມ ທີ່ຜິດກົດໝາຍ ເມື່ອວັນທີ 23 ມົກຣາ 2020.
ສ່ວນ ທ້າວ ສີສຸກ ດາວເຮືອງ ທີ່ຖືກຈັບໃນໄລຍະດຽວກັນກັບກຸ່ມ ຂອງ ທ້າວ ຄອນປະສົງ ສຸກກະເສີມ ໃນຄະດີ ຢາເສບຕິດ ມາເຖິງ ປັຈຈຸບັນ ຍັງບໍ່ທັນມີ ການຕັດສີນຄະດີເທື່ອ.