ໄທ ຈະດໍາເນີນຄະດີ ໄຊຊະນະ

ອຸ່ນແກ້ວ ສຸກສະຫວັນ
2017.02.28
F-Xaysana ທ້າວ ໄຊຊະນະ ແກ້ວພິມພາ (ໃສ່ແວ່ນຕາ) ຜູ້ຕ້ອງຫາ ຄ້າຢາເສພຕິດ ຣາຍໃຫຍ່
RFA/NY

ຜູ້ຕ້ອງຫາຄ້າຢາເສບຕິດ ທ້າວ ໄຊຊະນະ ແກ້ວພິມພາ ທີ່ຖືກຈັບ ຢູ່ປະເທດໄທ ໃນເດືອນ ຜ່ານມານັ້ນ ຈະຖືກດຳເນີນ ຄະດີ ຕາມກົດໝາຍ ຂອງໄທ ແລະ ຣັຖບານລາວ ກໍຍັງບໍ່ມີ ທ່າທີວ່າ ຈະຂໍໂຕຜູ້ກ່ຽວ ຄືນມາ ຮັບໂທດ ຢູ່ລາວ ຕາມການ ໃຫ້ສຳພາດ ຂອງ ທ່ານ ຈະເລີນ ເຢັຽປາວເຮີ ໂຄສົກ ຣັຖບານ.

ໜັງສືພິມ ວຽງຈັນທາມສ ໄດ້ຣາຍງານວ່າ ທ່ານ ຈະເລີນ ເຢັຍປາວເຮີ ໄດ້ກ່າວ ຢູ່ໃນງານ ຖະແຫລງຂ່າວ ໃນວັນສຸກ ຜ່ານມາວ່າ ທ້າວ ໄຊຊະນະ ທີ່ຖືກຈັບ ຢູ່ໄທ ແມ່ນຈະຕ້ອງຖືກ ດຳເນີນຄະດີ ຕາມກົດໝາຍ ຂອງໄທ, ຣັຖບານລາວ ຍັງບໍ່ທັນ ໄດ້ຢິບຍົກ ເລື້ອງການສົ່ງຕົວ ຜູ້ກ່ຽວ ຫລື ການສົ່ງ ຜູ້ຮ້າຍຂ້າມແດນ ຂຶ້ນມາເວົ້າເທື່ອ.

ຢູ່ໃນກອງປະຊຸມ ຄນະຣັຖບານ ໃນອາທິດ ທີ່ຜ່ານມາ, ເຈົ້າໜ້າທີ່ ປ້ອງກັນ ຄວາມສະຫງົບ ໄດ້ຣາຍງານ ກ່ຽວກັບ ປະກົດການ ຫຍໍ້ທໍ້ ທາງສັງຄົມ ຮວມທັງ ການຄ້າຂາຍ ຢາເສບຕິດ ຫລັງຈາກ ທີ່ມີການຈັບ ຜູ້ຕ້ອງສົງໃສ ຄ້າຢາເສບຕິດ ແລະ ເຄືອຂ່າຍໄດ້ ຫຼາຍຄົນ.

ເຈົ້າໜ້າທີ່ຂັ້ນສູງ ຈາກ ກົມສົນທິສັນຍາ ແລະ ກົດໝາຍ ຂອງກະຊວງ ການຕ່າງປະເທດ ໄດ້ຊີ້ແຈງວ່າ ປະເທດລາວ ແລະໄທ ໄດ້ເຊັນ ສົນທິສັນຍາ ການສົ່ງຜູ້ຮ້າຍ ຂ້າມແດນ ຣະຫວ່າງກັນ, ແຕ່ວ່າ ຣັຖບານລາວ ກໍຍັງບໍ່ທັນໄດ້ ຂໍຕົວ ທ້າວ ໄຊຊະນະ ກັບມາ. ຣັຖບານລາວ ສາມາດ ດຳເນີນການ ຂໍຕົວ ທ້າວ ໄຊຊະນະ ໄດ້, ແຕ່ວ່າ ກໍຂຶ້ນກັບ ການພິຈາຣະນາ ຂອງທັງ ຣັຖບານລາວ ແລະ ຣັຖບານໄທ.

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ: ຂ້າພະເຈົ້າ (ໝາຍເຖິງ ເຈົ້າໜ້າທີ່ ກະຊວງ ການຕ່າງ ປະເທດ ທ່ານນີ້) ຄິດວ່າ ຣັບຖານ ອາດຈະ ບໍ່ຂໍຕົວ ທ້າວ ໄຊຊະນະ ກັບຄືນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.