ລາວ-ໄທ ຈະຫາລືຄະດີ ທ.ໄຊຊະນະ

ສິດນີ
2017.02.05
F-Sirinya ເລຂາທິການ ສໍານັກງານ ປປສ ທ່ານ ສິຣິນຍາ ສິດທິໄຊ ຕອນທີ່ກ່າວຕອບຄໍາຖາມ ຂອງ ນັກຂ່າວ ວິທຍຸເອເຊັຽເສຣີ
RFA/PN

ລາວແລະໄທ ຈະຮ່ວມປະຊຸມ ແລະ ເປີດຖແລງຂ່າວ ຮ່ວມກັນ ທີ່ແຂວງເລີຍ ຂອງໄທ ໃນວັນທີ 8ແລະ9 ກຸມພາ 2017 ກ່ຽວກັບ ຄວາມ ຄືບໜ້າ ຂອງ ຄະດີ ທ້າວ ໄຊຊະນະ ແກ້ວພິມພາ ຊາວລາວ ທີ່ເປັນນັກຄ້າ ຢາເສບຕິດ ຣາຍໃຫຍ່ ຣະດັບ ອາຊຽນ ທີ່ຖືກຈັບ ຢູ່ສນາມບິນ ນາໆຊາດ ສຸວັນນະພູມ ບາງກອກ ເມື່ອວັນທີ 19 ມົກຣາ ແລະ ກຸ່ມເຄືອຂ່າຍ ຂອງເຂົາອີກ 5 ຄົນ ແລະ ແມ່ຍິງລາວ ຜູ້ນຶ່ງ ທີ່ຍັງລອຍ- ນວນ ຢູ່. ຮ່ວມດ້ວຍ ແຜນການ ປິດລ້ອມເຂດ ສາມຫລ່ຽມຄຳ.

ໃນການຖແລງຂ່າວ ທີ່ສໍານັກງານ ປປສ ບາງກອກ ປະເທດໄທ ວັນທີ 2 ກຸມພາ ນີ້ ເລຂາທິການ ສໍານັກງານ ປປສ ທ່ານ ສິຣິນຍາ ສິດທິໄຊ ກ່າວຕອບ ຄໍາຖາມ ຂອງ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ກ່ຽວກັບ 5 ຄົນນັ້ນວ່າ:

"ຍັງຈັບບໍ່ໄດ້ 5 ຄົນ ທີ່ຫລົບໜີ ໝາຍຈັບ ແຕ່ເຮົາກໍາລັງ ເລັ່ງລັດ ທາງການລາວ ໃຫ້ຊ່ວຍເບິ່ງ ແລະ ກໍວັນທີ 9 ນີ້ເຮົາຈະພົບກັບ ທາງ ປປສລາວ ທີ່ແຂວງເລີຍ ວັນທີ 8 ທີ 9 ນີ້ ເຣົາຈະມີ ຖແລງຂ່າວ ຄືຈະມີລາວ ຮ່ວມຢູ່ດ້ວຍ ແລະ ເຮົາຈະມີ ປະຊຸມກັບ ລາວກ່ຽວກັບ ການວາງແຜນ ປິດລ້ອມ 3 ຫລ່ຽມຄໍາ ແລະ ຖແລງຂ່າວ ແຜນທີ່ທໍາ".

ພວກ 5 ຄົນ ທີ່ຍັງລອຍນວນ ຢູ່ນັ້ນ ເປັນສ່ວນນຶ່ງ ຂອງຈໍານວນ 9 ຄົນ ຜູ້ຕ້ອງສົງໃສ ຄ້າຢາເສບຕິດ ໃນເຄືອຂ່າຍ ໄຊຊະນະ ທີ່ທາງ ການໄທ ໄດ້ອອກໝາຍຈັບ ແລະຄາດວ່າ ໄດ້ຫລົບໜີເຂົ້າໄປ ປະເທດລາວ. ໃນຈຳນວນ 9 ຄົນນັ້ນ ຈັບໄດ້ແລ້ວ 4 ຄົນ ຮວມທັງ ທ້າວ ໄຊຊະນະ ແລະຄົນລາວ ທີ່ເປັນແມ່ຍິງ ອີກຜູ້ນຶ່ງ.

ສໍາລັບນັກຄ້າຢາເສບຕິດ ຣາຍໃຫຍ່ ທ້າວ ໄຊຊະນະ ນີ້ ເມື່ອໝົດກໍານົດຝາກຂັງ 12 ມື້ ເພື່ອສອບປາກຄໍາ ເພີ່ມຕື່ມແລ້ວ ທາງພະນັກ- ງານສອບສວນ ປປສ ກໍຈະຕ້ອງ ສົ່ງຕົວ ຜູ້ກ່ຽວ ແລະ ສໍານວນຟ້ອງ ໄປໃຫ້ ອັຍການ ແລະ ຍັງຈະຖືກ ຄຸມຕົວຢູ່ ຕາມ ກົດໝາຍໄທ  ເພາະເຂົາເປັນ ຜູ້ຕ້ອງຫາ:

"ຍັງຈະຖືກຄຸມຕົວ ຕາມກົດໝາຍ ຜູ້ຕ້ອງຫາ".

ເມື່ອຖາມເຖິງ ສົນທິສັນຍາ ວ່າດ້ວຍການສົ່ງ ຜູ້ຮ້າຍຂ້າມແດນ ຣະຫວ່າງ ຣາຊອານາຈັກໄທ ແລະ ສປປ ລາວ ທີ່ໄດ້ລົງນາມ ຢູ່ ບາງກອກ ປະເທດໄທ ເມື່ອວັນທີ 5 ມິນາ 1999 ນັ້ນ ທ່ານບອກວ່າ ຈະຕ້ອງໄດ້ ອີງໃສ່ຢູ່ແລ້ວ ໃນຄະດີ ນັກຄ້າຢາເສບຕິດ ໄຊຊະນະ ນີ້ ແຕ່ກໍ ຂຶ້ນ ຢູ່ກັບການ ເຈຣະຈາ ຣະຫວ່າງ 2 ປະເທດ ລາວ-ໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.