ທ່ານ ວໍຣະກອນ ພົງທະນາກຸນ ທະນາຍຄວາມ ທ້າວ ໄຊຊະນະ ແກ້ວພິມພາ ຜູ້ຕ້ອງຫາ ຄ້າຢາເສບຕິດ ທີ່ ຖືກຈັບຢູ່ ປະເທດໄທ ໃນວັນທີ 19 ມົກກະຣາ ໄດ້ເຂົ້າພົບກັບ ເຈົ້າໜ້າທີ່ ສືບສວນ ສອບສວນ ປະຈໍາຢູ່ຄຸກ ເພື່ອຫາທາງ ໃນການ ສູ້ຄະດີ.
ເຈົ້າໜ້າທີ່ ກົມທັນທະສະຖານ ຢູ່ ບາງກອກ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 16 ກຸມພາ ວ່າ ທະນາຍຄວາມ ໄດ້ເຂົ້າພົບ ທ້າວ ໄຊຊະນະ ໃນຕອນເຊົ້າ ຂອງວັນທີ 16 ກຸມພາ ຊຶ່ງມີແຕ່ ທະນາຍຄວາມ ມາຄົນດຽວ ແລະ ໄດ້ຝາກເງິນ ໃຫ້ ທ້າວໄຊຊະນະ ເພື່ອໃຊ້ຈ່າຍ ສ່ວນຕົວ, ເຈົ້າໜ້າທີ່ ຮັບຝາກເງິນ ຈຳນວນ 2 ພັນບາດ.
ສ່ວນຣາຍລະອຽດ ການສົນທະນາກັນ ຂອງ ທະນາຍຄວາມ ແລະ ທ້າວໄຊຊະນະ ບໍ່ສາມາດ ເປີດເຜີຍໄດ້ ຮວມໄປເຖິງການ ເຂົ້າພົບ ທ້າວໄຊຊະນະ ໃນຄັ້ງຕໍ່ໄປ. ທະນາຍຄວາມ ເຄີຍເວົ້າກັບ ນັກຂ່າວໄທ ວ່າມີພິຍານ ຫລັກຖານສຳຄັນ ພ້ອມທີ່ຈະ ສູ້ຄະດີ ເປັນຕົ້ນວ່າ ການເຂົ້າພົບ ພະນັກງານ ສືບສວນ ສອບສວນ ຂອງ ທ້າວໄຊຊະນະ ໃນແຕ່ລະຄັ້ງ ແລະ ເຂົ້າໄປພົບ ເຈົ້າໜ້າທີ່ ຊຸດຈັບກຸມ ທ້າວ ໄຊຊະນະ.
ນອກຈາກນີ້ ຢູ່ປະເທດລາວ ໃນວັນທີ 15 ກຸມພາ ພົນຈັດຕະວາ ທອງເລັກ ມັງຫນໍ່ເມກ ຫົວໜ້າກົມໃຫຍ່ ຕຳຣວດ ກະຊວງປ້ອງກັນ ຄວາມສະຫງົບ ໄດ້ມີການ ຖະແຫລງຂ່າວ ຕໍ່ສື່ມວນຊົນ ລາວ ກ່ຽວກັບ ການຈັບຜູ້ຄ້າ ຢາເສບຕິດ 33 ຄົນ ແລະ ໃນນັ້ນ ມີ 5 ຄົນ ເປັນເຄືອຂ່າຍ ຂອງທ້າວ ໄຊຊະນະ.