ອົງການອາຫານໂລກຊ່ອຍ ລາວ


2013.11.12
F-WFP ອົງການ ອາຫານໂລກ ມີຢູ່ ທົ່ວໂລກ ທີ່ຊ່ວຍມະນຸສ ໃຫ້ພົ້ນຈາກ ຄວາມອຶດຢາກ
WFP

 

ອົງການ ອາຫານໂລກ ຂອງ ສະຫະປະຊາຊາດ WFP ບໍຣິຈາກ ອຸປກອນ ເຄື່ອງໃຊ້ໃຫ້ ກະຊວງສາທາຣະນະສຸຂ ຂອງລາວ ຄິດ ເປັນມູນຄ່າ 126,000 ໂດລາ ສະຫະຣັຖ ເພື່ອ ຂຍາຍຄວາມສາ ມາດຂອງຜແນກ ສາທາຣະນະສຸຂ ແຂວງແລະເມືອງຕ່າງໆຂອງ ລາວ. ຕາມຣາຍງານຂອງອົງການຂ່າວ Xinhua ຂອງຈີນ.

ອົງການອາຫານໂລກອອກຖແລງຂ່າວໃນວັນຈັນນີ້ວ່າເຄື່ອງຂອງທັງ ໝົດທີ່ໂຄງການອາຫານໂລກ ບໍຣິຈາກ ນັ້ນມີຄອມພິວເຕີ ພ້ອມຈັກ ພິມ (printers) 24 ໜ່ວຍແລະຣົດຈັກອີກ 80 ຄັນ.ໂຄງການອາ ຫານໂລກ ວ່າການຊ່ວຍເຫລືອຣະຍະສັ້ນນີ້ຈະຊ່ວຍເຮັດໃຫ້ການດໍາ ເນີນງານ ແລະການຕິດຕາມເບິ່ງ ການປະຕິບັດ ຄວາມຊ່ວຍເຫລືອ ທາງດ້ານ ໂພຊນາການ ຂອງໂຄງການ ອາຫານໂລກ ເຂັ້ມແຂງຂຶ້ນ.

ສໍາລັບໂຄງການຊ່ວຍເຫລືອ ຣະຍະຍາວ ແມ່ນຈະເຮັດໃຫ້ມີຜົລປໂຍຊນ໌ ໃນການດໍາເນີນງານ ຂອງ ຣັຖບາລລາວ ກ່ຽວກັບ ການປະຕິບັດ ໂຄງການໂພຊນາການ ແລະສຸຂພາບຂອງແມ່ແລະເດັກນ້ອຍ. ເມື່ອປີ 2012 ທີ່ຜ່ານມານີ້ ໂຄງການອາຫານໂລກຊ່ວຍເຫຼືອລາວ ທາງດ້ານ ອາຫານ ຈໍານວນ 3,200 ຕັນ ທີ່ແຈກຢາຍໃຫ້ປະຊາຊົນ ໃນທົ່ວປະເທສ ຫລາຍກວ່າ 225,000 ຄົນ.

ໂຄງການອາຫານໂລກ ຂອງສະຫະປະຊາຊາດ ເປັນອົງການໃຫ້ຄວາມຊ່ວຍເຫລືອ ທາງດ້ານມະນຸສທັມ ໃຫຍ່ທີ່ສຸດໃນໂລກທີ່ແກ້ໄຂບັນຫາ ຄວາມອຶດຫິວໃນທົ່ວໂລກ. ປີທີ່ຜ່ານມາ ໂຄງການນີ້ໄດ້ຊ່ວຍໃຫ້ອາຫານ ແກ່ປະຊາຊົນຫລາຍກວ່າ 97 ລ້ານຄົນໃນ 80 ປະເທສຂອງໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.