ຂ.ບໍ່ແກ້ວເປີດກອງທຶນປະກັນໄພ ສຸຂພາບ

ໄມໂຊລີ
2014.04.15
F-bokeo ໝູ່ບ້ານໃນເຂດ ຊົນນະບົດ ແຂວງບໍ່ແກ້ວ
Citizen Journalist

 

ຫ້ອງການ ແຂວງ ບໍ່ແກ້ວ ໄດ້ຈັດໃຫ້ ມີກອງທຶນ ປະກັນໄພ ສຸຂພາບ ຂື້ນ ເປັນແຫ່ງ ທຳອິດ ຢູ່ເມືອງ ຫ້ວຍຊາຍ ເພື່ອ ຊ່ວຍ ເຫລືອ ແລະ ໃຫ້ ບໍຣິການ ແກ່ ປະຊາຊົນ ທຸກຊົນ ເຜົ່າ ພາຍໃນ ແຂວງ ຢ່າງ ທົ່ວເຖີງ ກັນ ໂດຽມີການ ຈັດພິທີ ເປີດ ຢ່າງເປັນ ທາງການ ໃນສັປດາ ນີ້.

ດຣ. ບຸນກອງ ສີຫາວົງ ຮອງ ຣັຖມົນຕຣີ ກະຊວງ ສາທາຣະນະ ສຸຂ ໄດ້ແຈ້ງວ່າ ທາງ ກອງທຶນ ປະກັນໄພ ສຸຂພາບ ທີ່ ຈັດຕັ້ງ ຂຶ້ນ ໃໝ່ນີ້ ຈະ ຊ່ວຍເຫລືອ ປະຊາຊົນ ທີ່ມີ ສະພາບ ເຈັບປ່ວຍ ທຸກໆຄົນ ຈະໄດ້ຮັບ ການຮັກສາ ປີ່ນປົວ ໂດຽບໍ່ຕ້ອງ ໄດ້ຈ່າຍ ເງີນ ສ່ວນຕົວ ແຕ່ຢ່າງໃດ ໂດຽ ຈະແມ່ນ ທາງ ກອງທຶນ ເປັນຜູ້ ຮັບຜິດຊອບ ແທນທີ່ ຈະໃຫ້ ເປັນ ພາຣະ ຂອງທາງ ຄອບຄົວ ຂອງ ຜູ້ປ່ວຍ ທີ່ຍີ່ງເປັນ ການເພີ່ມ ຄວາມ ທຸກຍາກ ໃຫ້ ເຂົາເຈົ້າ ໜັກຂຶ້ນ ກວ່າເກົ່າ ແລະ ໃນຂະນະ ດຽວກັນ ທາງ ໂຮງໝໍ ຫລື ສະຖານທີ່ ໃຫ້ການ ປິ່ນປົວ ຄົນປ່ວຍ ທຸກແຫ່ງ ພາຍໃນ ແຂວງ ກໍຄວນຈະ ໄດ້ຮັບການ ຍົກຣະດັບ ດ້ານການ ເບີ່ງແຍງ ຄົນປ່ວຍ ໃຫ້ດີ ຂຶ້ນ ກວ່າເກົ່າ ໃນຂັ້ນ ຕໍ່ໄປ ເຊັ່ນກັນ.

ເຈົ້າໜ້າທີ່ ລາວ ແຈ້ງ ເພີ່ມວ່າ ໃນ ປັຈຈຸບັນ ປະມານ 3.5 ສ່ວນຮ້ອຍ ຂອງ ປະຊາຊົນ ລາວ ໃນທົ່ວ ປະເທດ ຫລື ເທົ່າກັບ 42,000 ຄອບຄົວ ຕ້ອງໄດ້ ຈົກເງີນ ຂອງ ໂຕເອງ ຈ່າຍຄ່າ ປີ່ນປົວ ໃຫ້ ສະມາຊິກ ໃນ ຄອບຄົວ ຊຶ່ງ ກໍເປັນ ເຣື້ອງທີ່ ລຳບາກ ສໍາລັບ ທຸກໆ ຄອບຄົວ ທີ່ ທຸກຈົນ ໃນລາວ ປັຈຈຸບັນ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.