ງົວຕາຍ 5 ໂຕ ພາຍຫຼັງ ເກີດທ້ອງເບັງ
2021.06.04
ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ເຕືອນໄປຍັງຊາວບ້ານ ຜູ້ລ້ຽງສັດເປັນຕົ້ນແມ່ນ ງົວ-ຄວາຍໃຫ້ ປ້ອງກັນສັດລ້ຽງຂອງຕົນ. ພາຍຫຼັງທີ່ມີງົວຕາຍ ຢູ່ ບ້ານປຸ່ງລາດ ເມືອງຜາອຸດົມ 5 ໂຕ ທີ່ເກີດອາການທ້ອງເບັງອອກ ພາຍຫຼັງ ໄປກິນຫຍ້າ ແລະນໍ້າ ພາຍໃນສູນບໍຣິການເຕັກນິກ ກະສິກັມ ເມື່ອວັນທີ 31 ພຶສພາ ຜ່ານມາ.
ການຕາຍຂອງງົວ ຄັ້ງນີ້ກໍຍັງບໍ່ຮູ້ ສາເຫດຄັກແນ່ວ່າ ເປັນຍ້ອນຫຍັງສັດລ້ຽງ ຈຶ່ງເກີດອາການທ້ອງເບັງ ແບບຜິດທັມມະຊາດໂດຍ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກຳລັງ ມີການກວດສອບ ເພີ່ມຕື່ມຢູ່. ດັ່ງ ເຈົ້າໜ້າທີ່ຫ້ອງ ກະສິກັມ ແລະປ່າໄມ້ ເມືອງຜາອຸດົມ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ມິຖຸນາ ວ່າ.
"ມີງົວຕາຍ ຢູ່ບ້ານປຸ່ງລາດ ເມືອງຜາອຸດົມ ພຍາດທ້ອງເບັງນ່າ ງົວ ແຕ່ລະເທື່ອຂະເຈົ້າປ່ອຍໄປເນາະ ແລ້ວມັນເຂົ້າສູນເນາະ. ສູນ ຂອງຣັຖພວກເຮົາ ສູນບໍຣິການເຕັກນິກ ແລ້ວມັນກິນອາຫານເນາະ. ຈາກນັ້ນແລ້ວກະອອກມາ ບໍ່ຮູ້ເຫດຜົລໂຕໃດ ແລ້ວມັນມາຕາຍ ຕໍ່ໜ້າປະຕູສູນຫັ້ນເນາະ."
ທ່ານກ່າວຕື່ມວ່າ ຈາກການກວດສອບ ສະພາບງົວທີ່ຕາຍ ໃນເບື້ອງຕົ້ນນອກຈາກ ມີອາການທ້ອງເບັງແລ້ວຍັງມີ ນໍ້າລາຍ-ນໍ້າມູກ ໄຫຼອອກທາງປາກ ຍ້ອນມີລົມດັນກະເພາະ ແລະ ບາງໂຕກໍມີເລືອດອອກທາ ງຮູທະວານ ເຊິ່ງເຊື່ອວ່າສາເຫດທີ່ຕາຍ ອາດຈະ ເປັນຍ້ອນພຍາດຂອງສັດລ້ຽງເອງ ບໍ່ແມ່ນຕາຍຈາກໄປກິນສານເຄມີ ແຕ່ຢ່າງໃດ. ສ່ວນງົວທີ່ຕາຍ 5 ໂຕ ດັ່ງກ່າວກໍ ໄດ້ນຳໄປ ຝັງດິນພ້ອມທັງພົ່ນຢາຂ້າເຊື້ອພຍາດ ໃສ່ຊາກງົວ ນັ້ນນຳດ້ວຍ.
ສ່ວນເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງບໍ່ແກ້ວ ທ່ານນຶ່ງກ່າວວ່າ ຈາກການສົ່ງເຈົ້າໜ້າທີ່ ໄປສອບຖາມນໍາເຈົ້າຂອງງົວທີ່ ຕາຍຢູ່ເຂດດັ່ງກ່າວ ໄດ້ຂໍ້ມູນວ່າ. ກ່ອນໜ້ານນັ້ນ ງົວບາງໂຕໄດ້ກິນນໍ້າໂສດາ ຢູ່ໃກ້ໆ ສວນຢາງພາລາແຫ່ງນຶ່ງ ຈື່ງອາດເປັນໄປ ໄດ້ວ່າ ເປັນເຫດເຮັດໃຫ້ງົວຕາຍ ແຕ່ທາງຜແນກຂອງຕົນ ກໍບໍ່ໄດ້ນໍາຊິ້ນສ່ວນ ຂອງງົວທີ່ຕາຍ ມາວິຈັຍ ເພີ່ມແຕ່ຢ່າງໃດ.
"ງົວຕາຍຫັ້ນແມ່ນສາເຫດ ມັນກິນນໍ້າໂສດາ ມັນບໍ່ໄດ້ກ່ຽວກັບ ພຍາດເນາະ. ຕາມການຣາຍງານຂອງຊາວບ້ານ ແມ່ນຫຍັງກະວ່າ ຂະເຈົ້າໄປລ້ຽງຢູ່ບ່ອນ ສວນຢາງພາລາ ແມ່ນຫຍັງ. ຂະເຈົ້າກໍເອົາຝັງແລ້ວ ຂະເຈົ້າບໍ່ໄດ້ເກັບ ຊິ້ນສ່ວນແມ່ນຫຍັງໄປ ສົ່ງໄປກວດ ແມ່ນຫຍັງເທື່ອນ່າ."
ກ່ຽວກັບເຣື່ອງນີ້ຊາວບ້ານປຸ່ງລາດ ເມືອງຜາອຸດົມ ກ່າວວ່າ ຕົນເອງໄດ້ຍິນບັນດາຜູ້ລ້ຽງສັດ ຫຼາຍຄົນເວົ້າວ່າສາເຫດເຮັດໃຫ້ງົວ 5 ໂຕ ຕາຍນັ້ນເປັນຍ້ອນງົວກິນຫຍ້າ ແລະ ກິນນໍ້າ ພາຍໃນສູນບໍຣິການເຕັກນິກ ກະສິກັມ ຢູ່ເຂດບ້ານປຸ່ງລາດ. ເຊິ່ງພາຍໃນສູນມີການໃຊ້ ປຸຍປະສົມນໍ້າເພື່ອຕຽມ ນໍາເອົາໄປໃຊ້ ແຕ່ງົວພັດໄປກິນນໍ້ານັ້ນຈຶ່ງຕາຍ.
"ຈັກແມ່ນກະສິກັມເຂົາ ເອົາຢາເອົາປຸຍໄປປະໄວ້ຫັ້ນ ມັນໄປກິນນໍ້າແລ້ວກະຕາຍ ເຂົາວ່າໂຕນີ້. ເປັນນຳສູນກະສິກັມ ເຂົາປູກຢາ ເຂົາປູກກົກໄມ້ຂະເຈົ້າ ລະປະກາດບໍ່ໃຫ້ ເອົາງົວໄປ ເຂົາສິສີດຢາ ເຂົາຊິປະສົມອີ່ຫຍັງເນາະ ໄປກິນນໍ້າ ທີ່ວ່າເຂົາປະສົມຢາປະໄວ້."
ໃນຂນະທີ່ ຊາວບ້ານທີ່ຢູ່ໃກ້ຄຽງກັບເຂດດັ່ງກ່າວ ເວົ້າວ່າຕົນເອງບໍ່ຮູ້ຄັກແນ່ວ່າງົວ 5 ໂຕຕາຍຍ້ອນສາເຫດໃດ ແຕ່ເຫດການນີ້ກໍ ເຮັດໃຫ້ຊາວບ້ານເອົາໃຈໃສ່ ຕໍ່ສັດລ້ຽງຫຼາຍຂຶ້ນ. ໂດຍບໍ່ໃຫ້ສັດລ້ຽງເຂົ້າໄປໃກ້ ໃນເຂດສູນບໍຣິການເຕັກນິກກະສິກັມ. ວິຊາການ ດ້ານການລ້ຽງງົວ ໄດ້ກ່າວເຖິງເຫດງົວຕາຍ 5 ໂຕ ວ່າມີຄວາມເປັນໄປໄດ້ວ່າ ງົວ ອາດຈະໄປກິນນໍ້າ ຫຼື ຫຍ້າທີ່ເປື້ອນສານເຄມີ ຊນິດໃດນຶ່ງ ເພາະຕາມປົກກະຕິແລ້ວ ຖ້າງົວເປັນພຍາດທ້ອງເບັງ ຫຼື ພຍາດອື່ນໆ ກໍບໍ່ໜ້າຈະຕາຍກະທັນຫັນ.
"ມີສ່ວນອາດຊິກິນຫຍ້າ ທີ່ມີສານພິດ ຢາຂ້າຫຍ້າຕົກຄ້າງຫັ້ນນ່າ. ບໍ່ໝັ້ນໃຈວ່າມັນເປັນອີ່ຫຍັງ ຈຶ່ງວ່າຮ້າຍແຮງແລ້ວເປັນບາດດຽວ ເພາະວ່າປວັດໂຣຄງົວ ທີ່ເປັນຜ່ານມາຫັ້ນ ປາກເປື່ອຍລົງເລັບ, ເຕົ້າໂຮມເລືອດ, ທ້ອງເບັງ ມັນກະບໍ່ໜ້າຈະດ່ວນ ກະທັນຫັນ ປານນັ້ນ."
ທ່ານໄດ້ກ່າວຕື່ມວ່າ ທາງພາກສ່ວນກ່ຽວຂ້ອງ ຈະຕ້ອງກວດກາ ເຫດການຕາຍຂອງງົວ ຢ່າງຄັກແນ່ນຖ້າວ່າເປັນການຕາຍຍ້ອນ ພຍາດສັດລ້ຽງ ກໍຕ້ອງມີມາຕການ ສະກັດກັ້ນຢ່າງ ເຂັ້ມງວດ.
ເມື່ອວັນທີ 31 ພຶສາພາ ຜ່ານມາ ກົມສັດລ້ຽງ ແລະການປະມົງ ໄດ້ອອກແຈ້ງການ ຫ້າມນໍາເຂົ້າຊົ່ວຄາວງົວ-ຄວາຍ ແລະຜລິຕພັນ ຊີ້ນງົວ-ຄວາຍ ເນື່ອງຈາກກວດພົບ ການຣະບາດ ພຍາດຜີວໜັງອັກເສບຕິດຕໍ່ຂອງງົວ-ຄວາຍ ຢູ່ຟາມລ້ຽງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຮວມທັງບໍ່ໃຫ້ມີການ ເຄື່ອນຍ້າຍ ງົວ-ຄວາຍ ທັງແບບບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ພາຍໃນກຳນົດ 30 ວັນ ຈົນຮອດວັນທີ 30 ມິຖຸນາ 2021 ພ້ອມທັງແຕ່ງຕັ້ງ ຄະນະຮັບຜິດຊອບ ຕິດຕາມກວດກາເວນຍາມ ການເຄື່ອນຍ້າຍ ງົວ-ຄວາຍ ຈົນກ່ວາສະພາບ ຂອງພຍາດຍຸຕິລົງ.