ຍີ່ປຸ່ນບໍຣິຈາກຢາວັກຊິນ

ສິດນີ
2014.04.10
F-default ຍີ່ປຸ່ນ ບໍຣິຈາກ ຢາວັກຊິນ
RFA

 

ໃນອາທິດ ນີ້ ຄນະ ກັມມະການ ຢາວັກຊິນ ແຫ່ງ ປະເທດ ຍີ່ປຸ່ນ ໄດ້ ບໍຣິຈາກ ຢາວັກຊິນ ໃຫ້ 8 ແຂວງ ພາກເຫນືອ ຂອງລາວ ເພື່ອໃຊ້ ສັກໃຫ້ ເດັກນ້ອຍ ອາຍຸ ຣະຫວ່າງ 1 ຫາ 14 ປີ. ໃນ ຊ່ວງ ການ ຢ້ຽມຢາມ ເມືອງ ໃຫມ່ ແຂວງ ຜົ້ງສາລີ ໃນ ອາທິດ ກ່ອນ.

ຮອງຫົວຫນ້າ ຫ້ອງການ ສູນແມ່ ແລະ ເດັກ ແຫ່ງຊາດ ລາວ ດຣ.ອານົນ ເຊືອດວົງສາ ກ່າວວ່າ ທາງການ ຍີ່ປຸ່ນ ໄດ້ ບໍຣິຈາກ ຢາວັກຊິນ ໃຫ້ 8 ແຂວງ ພາກເຫນືອ ຂອງລາວ ຄື: ແຂວງ ຫລວງ ພຣະບາງ ຂ.ໄຊຍະບູຣີ ຂ.ຊຽງຂວາງ ຂ.ຫົວພັນ ຂ.ຜົ້ງສາລີ ຂ.ອຸດົມໄຊ ຂ.ບໍ່ແກ້ວ ແລະ ແຊວງ ຫລວງນ້ຳທາ.

ທ່ານວ່າ ໃນປີນີ້ ທາງການ ລາວ ໄດ້ເລີ້ມ ສັກຢາ ວັກຊີນ ໃຫ້ ເດັກນ້ອຍ ທີ່ ແຂວງ ຜົ້ງສາລີ ກ່ອນ ແລະວ່າ ຢາວັກຊິນ ຊນິດ ດັ່ງກ່າວ ນອກຈາກ ຈະຕ້ານ ໂຣຄຣະບົບ ຫາຍໃຈ ບໍ່ເປັນ ປົກຕິ ຕໍ່ ເດັກນ້ອຍ ແລ້ວ ຍັງ ຈະຊ່ອຍສັດ ທີ່ ເປັນໂຣຄ ດັ່ງກ່າວ ນຳອີກ.

ທ່ານຍັງ ບອກອີກວ່າ ການສັກຢາ ວັກຊິນ ເທຶ່ອນີ້ ຈະຊ່ອຍ ຊີວິດ ເດັກນ້ອຍ ໃນແຂວງ ດັ່ງກ່າວ ໄດ້ ຫລາຍຄົນ ໂດຍສະເພາະ ໃນເຂດ ຊົນນະບົດ ທີ່ ທຸກຍາກ ຢາວັກຊິນ ຈະສັກ ໃຫ້ ເດັກນ້ອຍ ໃນທຸກເມືອງ ໃນ ແຂວງ ຜົ້ງສາລີ ກອ່ນ. ໃນ ແຕ່ລະປີ ເດັກນ້ອຍ ລາວ ເສັຽຊີວິດ ຢ່າງຫລວງ ຍ້ອນ ການຂາດ ສັກຢາ ວັກຊິນ ຊນິດ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.