ຊົນເຜົ່າກຸ່ມນ້ອຍຕ້ອງຢູ່ຢ່າງ ທຸກຍາກ

 ຊົນເຜົ່າກຸ່ມນ້ອຍຕ້ອງຢູ່ຢ່າງ ທຸກຍາກ
ຊົນເຜົ່າກຸ່ມນ້ອຍຕ້ອງຢູ່ຢ່າງ ທຸກຍາກ (RFA)

0:00 / 0:00

ອົງການ ຊ່ວຍເຫລືອ ດ້ານ ສຸຂພາບ ແລະ ຄວາມທຸກຍາກ Health Poverty Action ທີ່ ມີ ສໍານັກງານ ຢູ່ ປະເທດ ອັງກິດ ເວົ້າວ່າ ຊົນເຜົ່າ ກຸ່ມນ້ອຍ ໃນລາວ ເປັນຜູ້ ໄດ້ຮັບຄວາມ ທຸກຍາກ ທໍຣະມານ ຫລາຍກວ່າ ພົລເມືອງ ກຸ່ມອື່ນໆ ໃນ ທົ່ວປະເທດ. ນາງ Rosa Ellis ຫົວໜ້າ ປະຊາສັມພັນ ຂອງ ອົງການ ຊ່ວຍເຫລືອ ດ້ານ ສຸຂພາບ ແລະ ຄວາມທຸກຍາກ Health Poverty ລົງບົດຄວາມ ໃນ ໜັງສືພິມ Hufftington Post ປະເທດ ອັງກິດ ເລົ່າວ່າ ໄດ້ພົບ ກັບ ທ້າວ ບຸນຮຽງ ແລະເມັຽ ຢູ່ບ້ານ ປິ່ນດົງ ພາກໃຕ້ ຂອງລາວ ທີ່ກໍາລັງ ຢືນລຽນແຖວ ລໍຖ້າ ການຊັ່ງ ນໍ້າໜັກ ໃຫ້ລູກຢູ່.

ໃນບ້ານນີ້ ແມ່ນຊົນເຜົ່າ ຊູ ຫ່າງໄກ ຈາກໂຕເມືອງ, ຖນົນຫົນທາງ ເຂົ້າບ້ານ ເປັນຂຸມ, ບ້ານເຮືອນ ກໍເປັນຕູບ, ໝົດບ້ານ ມີແຕ່ ນໍ້າກ໋ອກ ບ່ອນດຽວ ທີ່ ຫັກເພ ແລ້ວ, ຊາວບ້ານ ມີອາຫານ ສໍາລັບ ຢູ່ກິນ ນ້ອຍກ່ວາ ທີ່ເຂົາເຈົ້າ ສາມາດ ຜລິດໄດ້, ເດັກນ້ອຍ ອືດຫີວ ອາຫານ.

ທ້າວ ບຸນຮຽງ ແລະເມັຽ ມີລູກ 5 ຄົນ. ຕອນທໍາອິດ ເຂົາເຈົ້າ ກໍມີຄວາມສຸກ ທີ່ ລູກເກີດມາ ມີສຸຂພາບ ແຂງແຮງດີ. ບຸນຮຽງ ຕ້ອງເຮັດວຽກ ໜັກ ເພື່ອຫາ ອາຫານ ມາລ້ຽງຄອບຄົວ ແຕ່ມັນ ກໍບໍ່ພໍກິນ. ລູກຂອງລາວ 3 ຄົນ ຕາຍໄປ ຍ້ອນຂາດ ສາຣອາຫານ. ຢູ່ທົ່ວ ສປປລາວ ມີເດັກນ້ອຍ ເຖິງ 40 ສ່ວນຮ້ອຍ ຂາດ ສານອາຫານ, ໃນເຂດທີ່ ຂາດ ສານອາຫານ ຫລາຍທີ່ສຸດ ມີເຖິງ 60 ສ່ວນຮ້ອຍ.

ນາງ Rosa Ellis ເລົ່າຕໍ່ໄປວ່າ ເມື່ອ ທ່ອງທ່ຽວໄປ ໃນ ປະເທດລາວ ແລະພົບປະ ກັບຄົນ ຊົນເຜົ່າແລ້ວ ມັນເປັນທີ່ ຈະແຈ້ງ ທີ່ສຸດວ່າ ຄົນຊົນເຜົ່າ ມີບັນຫາ ດ້ານ ສຸຂພາບ ຫລາຍກ່ວາ ພົລເມືອງລາວ ໃນເຂດອື່ນໆ.