ທາງການເຕືອນໄຂ້ຫວັດສັດປີກ

ສົມເນ
2014.02.25
f-chicken ຊາວບ້ານ ກໍາລັງເອົາໄກ່ ທີ່ລ້ຽງ ໄປສີດຢາ ປ້ອງກັນພຍາຕ
Mek/fb

 

ກົມລ້ຽງສັດແລະການປະມົງກະຊວງກະສິກັມແລະປ່າໄມ້ແຈ້ງການໄປຍັງຂແນງລ້ຽງສັດແລະການປະມົງໃນທຸກໆແຂວງເມື່ອບໍດົນມານີ້ ໃຫ້ສືບຕໍ່ຣະວັງການຣະບາດຂອງພຍາດໄຂ້ຫວັດສັດປີກທີ່ອາດເກີດຂຶ້ນໄດ້ໂດຍສັ່ງໃຫ້ກວດກາການນໍ້າເຂົ້າສັດປີກຈາກຈີນ ວຽດນາມ ແລະດ່ານຊາຍແດນທີ່ຕິດກັບປະເທດອື່ນໆຕື່ມຢ່າງເຂັ້ມງວດ. ດັ່ງເຈົ້າໜ້າທີ່ເວົ້າວ່າ:

"ດຽວນີ້ກ່າຍັງຖືວ່ານໍາເຂົ້າໄດ້ ແຕ່ເຮົາກ່າຕ້ອງໄດ້ກວດເນາະ ເຮົາກ່າຕ້ອງໄດ້ເບິ່ງຕາມດ່ານຊາຍແດນວ່າເປັດນ້ອຍໄກ່ນ້ອຍນີ້ມາຈາກ ຟາມໃດເພື່ອວ່າເຮົາຈະຮູ້ຕົ້ນທາງມາຈາກໃສເນາະ".

ການແຈ້ງການດັ່ງກ່າວມີຂຶ້ນພາຍຫລັງການຣະບາດຂອງພຍາດໄຂ້ຫວັດສັດປີກຊນິດ H7N9 ຢູ່ປະເທດຈີນທີ່ໄດ້ແຜ່ລາມໄປໃນຫຼາຍ ແຂວງ.ເຊື້ອພຍາດຊນິດນີ້ສາມາດແຜ່ລາມໄປຕິດຄົນໄດ້.ເຈົ້າໜ້າທີ່ໄດ້ສັ່ງໃຫ້ຜແນກກ່ຽວຂ້ອງແຕ່ລະແຂວງທີ່ຕິດກັບຊາຍແດນເອົາ ມາຕການປ້ອງກັນຕາມຫລັກການສາກົນ.ຖ້າພົບເຫັນສັດເຈັບໂຊກໍໃຫ້ແຍກອອກຈາກຝູງເພື່ອປິ່ນປົວ.ຖ້າມີສັດປີກຕາຍຈໍານວນຫຼາຍ ຢູ່ໃນຟາມລ້ຽງກໍໃຫ້ນໍາໄປຝັງໃຫ້ຖືກຕ້ອງຕາມຫລັກອະນາມັຍແລະນໍາເອົາໂຕຢ່າງໄປໃຫ້ເຈົ້າໜ້າທີ່ເພື່ອວິຈັຍພຍາດ.

ເມຶື່ອປີ2004ແລະ2010 ສປປລາວໄດ້ປະສົບກັບການຣະບາດຂອງເຊື້ອພຍາດໄຂ້ຫວັດສັດປີກຊນິດH5N1ມາແລ້ວມີຄົນປ່ວຍຍ້ອນ ຕິດພຍາດແລະເສັຽຊີວິດຈໍານວນນຶ່ງ.ຜູ້ລ້ຽງສັດປີກໃນຫລາຍແຂວງເປັນຕົ້ນແຂວງຫລວງນໍ້າທາ,ໄຊຍະບູຣີ,ອຸດົມໄຊ,ຈໍາປາສັກແລະ ນະຄອນຫລວງວຽງຈັນຕ່າງກໍສູນເສັຽລາຍໄດ້ເປັນຈໍານວນຫລວງຫລາຍຍ້ອນສັດປີກຕິດເຊື້ອໂຣກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.