ໄຂ້ຫວັດໃຫຍ່ຣະບາດຢູ່ອຸດອນ


2014.04.11
f-default ໄຂ້ຫວັດໃຫຍ່ຣະບາດຢູ່ອຸດອນ
RFA

 

ໂຣຄ ໄຂ້ຫວັດໃຫຍ່ 2009 ຫຼື ຊນິດ ສາຍພັນ A H1N1 ຣະບາດ ຢູ່ ແຂວງ ອຸດອນ ປະເທສໄທ, ມີຄົນປ່ວຽ 24 ຄົນ ແລະ ເສັຽຊີວິດ ແລ້ວ 2 ຄົນ ເປັນ ແມ່ຍິງ ອາຍຸ 63 ປີ ແລະ ອາຍຸ 47 ປີ. ຕາມ ຣາຍງານ ຂອງ ຜູ້ຈັດການ ອອນໄລ.

ສາທາຣະນະສຸກ ແຂວງ ອຸດອນ ຣາຍງານ ໃນ ວັນທີ 10 ເມສາ 2014 ນີ້ວ່າ ໃນ ທົ່ວ ປະເທສໄທ ແຕ່ວັນທີ 1 ມົກກະຣາ ເຖິງ ວັນທີ 22 ມິນາ 2014 ມີ ຜູ້ປ່ວຍ ໄຂ້ຫວັດ ໃຫຍ່ ຈໍານວນ 23,899 ຄົນ, ເສັຍ ຊີວິດ ແລ້ວ 24 ຄົນ. ທັງໝົດ ເສັຍ ຊີວິດ ຍ້ອນ ເຊື້ອ ໄຂ້ຫວັດໃຫຍ່ H1N1.

ທ່ານໝໍ ສມິດ ປຣະສັນນາການ ທີ່ ແຂວງ ອຸດອນ ກ່າວວ່າ ໂຣຄ ໄຂ້ຫວັດ ໃຫຍ່ 2009 ຕິດຕໍ່ ກັນໄດ້ ຈາກການໄອ ຫລື ຈາມໃສ່ ກັນ ໂດຍກົງ ຫລື ຕິດຕໍ່ ຜ່ານທາງ ມືທີ່ຈັບ ຂອງເປື້ອນ, ຂີ້ກະເທີ່, ນໍ້າມູກ, ນໍ້າລາຍ ເຊັ່ນທີ່ຢູ່ ຕາມ ປະຕູ, ຮາວ ຂັ້ນໃດ, ໂທຣະສັບ, ໂຕະ, ຕັ່ງ, ແປ້ນ ແລະ ຕາມ ບ່ອນອື່ນໆ, ບໍ່ລ້າງມື ດ້ວຍສະບູ ຫຼື ຂ້າເຊື້ອ.

ທ່ານວ່າ ຄົນປ່ວຍ ເປັນໂຣຄນີ້ ຈະມີ ອາການ ໄຂ້, ປວດຫົວ, ອ່ອນເພັຍ, ປວດເມື່ອຍ ກ້າມເນື້ອ, ໄອ, ເຈັບຄໍ, ມີນໍ້າມູກ, ຕັນດັງ, ອາຈຈະ ຮາກ ຫຼື ຖ່າຍນໍາ ອີກດ້ວຍ. ຜູ້ປ່ວຍ ຮຸນແຮງ ຈະມີ ອາການ ຫາຍໃຈ ລໍາບາກ, ຫອບເໝື່ອຍ ແລະ ອາຈເສັຍ ຊີວິດໄດ້.

ວິທີ ປ້ອງກັນ ໄຂ້ຫວັດ ໃຫຍ່ 2009 ຄືຕ້ອງ ລ້າງມື ເລື້ອຍໆ ດ້ວຍນໍ້າ ແລະ ສະບູ, ບໍ່ໄປ ໃກ້ຊິດ ກັບ ຄົນປ່ວຍ ໄຂ້ຫວັດ ຫລື ໃນທີ່ ຊຸມຊົນ ໜາແໜ້ນ, ເມື່ອ ໄອ ຫຼື ຈາມ ກໍໃຫ້ ປິດປາກ ປິດດັງ ແລະ ອື່ນໆ ທີ່ເປັນ ການ ອະນາມັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.