ຣະວັງໄຂ້ຫວັດນົກສາຍພັນ H5N1
2014.04.10

ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ເປີດເຜີຍ ວ່າ ຫລັງ ຈາກ ທີ່ ມີການ ກວດພົບ ສັດປີກ ທີ່ ຕິດເຊື້ອ H5N1 ຈຳນວນ 450 ຕົວ ໃນ ແຂວງ ໄຊຍະບູຣີ ໃນເດືອນ ມິນາ 2014 ຈົນ ອົງການ ຕ້ານ ໂຣຄ ຣະບາດ ສັດ ສາກົນ ໄດ້ ແຈ້ງການ ໃຫ້ ປະເທດ ລາວ ເຝົ້າ ຣະວັງ ເປັນ ພິເສດ. ເຈົ້າໜ້າທີ່ ກ່າວວ່າ:
"ຂ້າທຳລາຍ ຈຳນວນ ນຶ່ງ ແລ້ວ ມີການ ຂ້າເຊື້ອ ອະນາໄມ ບັນດາ ບ້ານ ອ້ອມຂ້າງ ກໍບໍ່ມີ ບັນຫາ ຫຍັງ ແຕ່ວ່າ ຕົວອັນນີ້ ພວກເຮົາ ກໍໄດ້ ເອົາໃຈໃສ່ ໃນການ ຕິດຕາມ ເຝົ້າຣະວັງ ຈຸດ ດັ່ງກ່າວ ບ້ານ ດັ່ງກ່າວ ກໍໄດ້ມີ ການ ເຝົ້າຣະວັງ ແລ້ວ ໃນຂອບເຂດ ທົ່ວ ແຂວງ ເຮົານີ້ ພວກເຮົາ ກໍໄດ້ ເອົາໃຈໃສ່ ໃນການ ເຝົ້າຣະວັງ ນອກຈາກ ນີ້ ພຍາດ ອື່ນໆ ກໍເຊັ່ນ ດຽວກັນ ກໍໄດ້ ເຝົ້າ ຣະວັງ ມີການສີດ ພົ່ນຢາ ຣົດຂົນສົ່ງ ຕ່າງໆ ກໍມີການ ສິດຢາ".
ໃນຕົ້ນ ເດືອນ ມິນາ ໂຄງການ ກໍ່ສ້າງ ເຂື່ອນ ໄຊຍະບູຣີ ໄດ້ນຳເຂົ້າ ສັດປີກ ປະມານ 1,000 ໂຕ ລວມມີ ເປັດ 500 ໂຕ ແລະ ໄກ່ 500 ໂຕ ເພື່ອ ເອົາມາແຈກ ໃຫ້ ປະຊາຊົນ ບ້ານ ຕໍໃຫຍ່ ເມືອງ ແລະ ແຂວງ ໄຊຍະບູຣີ ໃຊ້ເປັນ ແມ່ພັນ ພໍ່ພັນ ລ້ຽງ ພາຍໃນບ້ານ ແຕ່ ໃນວັນທີ 8 ມິນາ ກໍພົບວ່າ ມີສັດປີກ ເຫລົ່ານັ້ນ ຕາຍ 20 ໂຕ ແລະ ຕາຍອີກ 400 ໂຕ ໃນເວລາ ຕໍ່ມາ ຈົນກາຍ ເປັນຂ່າວ.
ໃນ ປັດຈຸບັນ ທາງການໄທ ກໍໄດ້ ປະກາດ ຫ້າມນຳເຂົ້າ ສັດປີກ ຈາກ ປະເທດລາວ ຜ່ານດ່ານ ນ້ຳເງິນ ແຂວງ ໄຊຍະບູຣີ ທີ່ ມີຊາຍ ແດນ ຕິດກັບ ແຂວງນານ ປະເທດ ໄທ ຢ່າງເດັດຂາດ ເພື່ອປ້ອງກັນ ການຣະບາດ.