ໂຮງໝໍມະໂຫສົດ ມີຄົນເຈັບລົ້ນມື
2013.01.30

ເນື່ອງຈາກວ່າ ໂຮງໝໍ ມະໂຫສົດ ມີຄົນເຈັບ ເພີ່ມຂຶ້ນ ໃນແຕ່ລະມື້ ເປັນຈຳນວນ ຫຼວງຫຼາຽ ແບບບໍ່ເຄີຽມີ ມາກ່ອນ. ຄົນເຈັບທ່ານໜຶ່ງ ຜູ້ບໍ່ປະສົງ ອອກຊື່ ໄດ້ກ່າວ ໃນຕອນໜຶ່ງວ່າ:
“ຫລາຍຕົ່ວ ຄົນບັກຫລາຍໆ ທຸກມື້ນີ້ນ່າ ຈົນວ່າລົ້ນ ໂຮງໝໍ ພູ້ນແຫລະ ຄັນວ່າເອົາ ບັດເຂົ້າຄິວ ແຕ່ເກົ້າໂມງ ເຊົ້າ ຈົນວ່າຕອນ ສວາຍໆ 2 ໂມງພູ້ນ ຈຶ່ງໄດ້ກວດ ກັບທ່ານໝໍ".
ຍ້ອນການເພີ່ມຂຶ້ນ ຢ່າງໄວວາ ຂອງ ປະຊາກອນ ໃນນະຄອນຫຼວງ ວຽງຈັນ, ແນ່ນອນ ຄວາມຕ້ອງການ ຂອງ ການບໍຣິການ ທາງດ້ານ ສາທາຣະນະສຸຂ ທີ່ມີ ຣາຄາຖືກ ກໍເປັນສິ່ງ ທີ່ຈຳເປັນ ແລະທຸກຄົນ ທຸກເພດວັຍ ຕ້ອງການ. ສະນັ້ນ, ຈຶ່ງເຮັດໃຫ້ມີ ປະກົດການ ຄົນເຈັບ ລົ້ນໂຮງໝໍ ເກີດຂຶ້ນ. ໃນຂະນະ ດຽວກັນ, ເຈົ້າໜ້າທີ່ແພດ ອາສາສະໝັກ ທີ່ປະຈຳຢູ່ ຜແນກ ຜູ້ປ່ວຽສຸກເສີນ ກໍໄດ້ສະແດງ ຄວາມຄິດເຫັນ ກ່ຽວກັບ ບັນຫານີ້ວ່າ:
“ໂຮງໝໍ ເລີ່ມແອອັດ ຍ້ອນວ່າຄົນເຈັບ ເພີ່ມຂຶ້ນຫຼາຽ ແຕ່ຂະໜາດ ໂຮງໝໍພັດຍັງ ຊໍ່າເກົ່າຢູ່, ມັນກໍຈຳເປັນ. ມີແຕ່ວ່າໄດ້ ພາກັນຣະດົມ ອ້າຽນ້ອງແພດ ແລະ ພະຍາບານ ພາກັນໃຫ້ ບໍຣິການ ປະຊາຊົນ ຢ່າງເຕັມທີ່".
ໂຮງໝໍ ມະໂຫສົດ ເປັນໂຮງໝໍ ຂະໜາດໃຫ່ຽ ແລະ ເກົ່າແກ່ ທີ່ຕັ້ງຢູ່ ໃນໃຈກາງ ນະຄອນຫຼວງ ວຽງຈັນ, ໄດ້ໃຫ້ ບໍຣິການ ດ້ານ ສາທາຣະນະສຸຂ ແກ່ ປະຊາຊົນ ມາເປັນເວລາ ຊ້ານານ ແລ້ວ.