ຢູ່ສະອາດປາສຈາກໂຣຄ ເປັ້ຽລ່ອຍ
2016.02.19
ເຈົ້າຫນ້າທີ່ ສາທາຣະນະສຸກ ທີ່ແຂວງ ບໍຣິຄຳໄຊ ເວົ້າວ່າ ເຊື້ອໂຣຄ polio ຫລື ເປັ້ຽລ່ອຍ ກາຍພັນ ໄດ້ພົບເຫັນ ໃນເຂດ ຊົນນະບົດ ທີ່ ແຂວງ ບໍຣິຄຳໄຊ ແຕ່ຢູ່ໃນ ຂອບເຂດ ຈຳກັດ ຄືເກີດຂຶ້ນ ສະເພາະ ໃນເຂດທີ່ມີ ປະຊາຊົນ ອາສັຍຢູ່ໄກ ຈາກຕົວເມືອງ ຫຼາຍສິບ ກິໂລແມັດ ທີ່ ເຈົ້າຫນ້າທີ່ ບໍ່ສາມາດ ເຂົ້າໄປ ສັກຢາ ໃຫ້ໄດ້. ດັ່ງທ່ານ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 18 ກຸມພາ ນີ້ວ່າ:
"ດຽວນີ້ມັນ ກາຍພັນເດ ແຕ່ວ່າພວກໃດ ທີ່ຖືກສັກ ວັກຊິນ ແລ້ວ ມັນມີ ພູມຄຸ້ມກັນ ແລ້ວກໍບໍ່ຕິດ ແຕ່ທີ່ສຳຄັນ ມັນບໍ່ໄດ້ ແຜ່ລາມໄປ ມັນຊິມີໂຊນ ຂອງ ມັນຣະບາດ ທີ່ ຣະບາດຢຸ່ ຢູ່ພຸ້ນນະ ຫ່າງຈາກ ຕົວເມືອງ ປາກຊັນ ເປັນຫົກສິບ ເຈັດສິບ ແປດສິບ ກິໂລພຸ້ນ".
ເມື່ອບໍ່ດົນ ຜ່ານມາ ອະທິບໍດີ ກົມຄວບຄຸມ ໂຣຄຣະບາດ ຂອງໄທ ເວົ້າວ່າ ສາເຫດ ການກາຍພັນ ຂອງໂຣຄ POLIO ໃນລາວ ເກີດຈາກການ ໃຫ້ວັກຊິນ ບໍ່ທົ່ວເຖິງ ໂດຍສະເພາະ ປະຊາຊົນ ໃນ ເຂດຫ່າງໄກ ບໍ່ໄດ້ສັກ ວັກຊິນ ເຮັດໃຫ້ ພູມຕ້ານທານ ຕ່ຳ ຊື່ງເປັນ ບັນຫາ ໃນລາວ ມາແຕ່ປີກາຍ.
ການແຜ່ລາມ ຂອງເຊື້ອໂຣຄ POLIO ໃນລາວ ມີສ່ວນກ່ຽວພັນ ກັບ ສຸຂອະນາມັຍ ແລະ ສີ່ງແວດລ້ອມ ເປັນຕົ້ນ ສ້ວມຖ່າຍ ການໃຊ້ນ້ຳ ບໍ່ສະອາດ ແລະ ກິນອາຫານ ບໍ່ລ້າງມື ປະຊາຊົນ ຕ້ອງຮັກສາ ຄວາມສະອາດ ຢູ່ສເມີ. ທ່ານກ່າວ ເພີ້ມວ່າ:
"POLIO ນີ້ ມັນເກີດທາງ ຣະບົບ ອາຫານ ນະ ດີແທ້ແມ່ນ ອະນາມັຍ ກ່ອນກິນ ຫລັງກິນ ແລ້ວກະເຣື້ອງ ສ້ວມຖ່າຍ ຄັນເວົ້າແລ້ວ ກະແມ່ນ ສະອາດ ທຸກຢ່າງ ກິນກໍ ສະອາດ ຢູ່ສະອາດ ສະພາບແວດລ້ອມ ສະອາດ ທີ່ແນ່ໆ ກໍແມ່ນປ້ອງກັນ ຄື ສັກວັກຊີນ ຫລື ຢອດ ວັກຊີນ".
ທ່ານກ່າວ ມ້ວນທ້າຍວ່າ ສຳລັບ ນັກທ່ອງທ່ຽວ ທີ່ ຈະເຂົ້າມາທ່ຽວ ໃນລາວ ດີແທ້ໃຫ້ ສີດວັກຊິນ ປ້ອງກັນໂຣຄ ດັ່າກ່າວນີ້ ກ່ອນ ຈະເຂົ້າມາ ທ່ຽວລາວ ເພື່ອປ້ອງກັນ ການຕິດເຊື້ອ.