ການເຝົ້າຣະວັງໂຣຄຣະບາດ ຢູ່ສູນ ຊົ່ວຄາວ
2018.08.07
ເຈົ້າຫນ້າທີ່ ສາທາຣະນະສຸຂ ແຂວງອັດຕະປື ທ່ານນຶ່ງເວົ້າວ່າ ເຊື້ອໂຣຄທີ່ພົບເຫັນ ແລະມີຜູ້ຄົນຕິດແປດກັນຫລາຍ ກວ່າຫມູ່ ຫລັງຈາກ ນ້ຳຖ້ວມ ຍ້ອນເຂື່ອນແຕກ ທີ່ແຂວງອັດຕະປື ແມ່ນໂຣຄຖອກທ້ອງ ຕາແດງ ແລະ ເປັນຕຸ່ມຄັນ ຕາມຮ່າງກາຍ ຍ້ອນນ້ຳ ບໍ່ສະອາດ. ດັ່ງ ຍານາງ ກ່າວໃນຕອນນື່ງວ່າ:
"ຫລັງຈາກນ້ຳຖ້ວມພຍາດທີ່ຕາມກໍແມ່ນ ພຍາດຖອກທ້ອງ ຕາແດງ ເປັນຕຸ່ມຄັນຕາມຕົວ ແລະໂຣຄອື່ນໆຕາມມາ ເປັນຕົ້ນ ໂຣຄຊຶມເສົ້າ ປະເພດຕ່າງໆ."
ຍານາງ ກ່າວຕື່ມວ່າ ບັນຫາທາງດ້ານຮ່າງກາຍ ເປັນບັນຫາທີ່ສາມາດ ປີ່ນປົວໄດ້ແຕ່ບັນຫາ ທາງຈິດໃຈ ຫລືການບຳບັດຈິດໃຈ ຜູ້ທີ່ໄດ້ຮັບ ເຄາະຮ້າຍນັ້ນ ຍາກທີ່ຈະປິ່ນປົວໄດ້ ຈະໃຊ້ເວລາດົນນານ ບາງຄົນອາດຈະບໍ່ສາມາດປິ່ນປົວໄດ້ເລີຍ ຍ້ອນການ ສູນເສັຽທຸກຢ່າງໃນຊີວິດ ຄອບຄົວ ຂອງພວກຂະເຈົ້າ ບໍ່ສາມາດເອົາຄືນມາໄດ້. ຍານາງກ່າວກ່ຽວກັບການບຳບັດ ຊ່ອຍເຫລືອປະຊາຊົນວ່າ:
"ດຽວນີ້ທາງອຳນາດການປົກຄອງເອົາໃຈໃສ່ ຈັດສັນບ່ອນພັກເຊົາຈຳນວນນຶ່ງ ກຳລັງກະຕຽມບ່ອນພັກເຊົາຊົ່ວຄາວ ແລະກະໄດ້ກະຈາຍ ປະຊາຊົນ ທີ່ຢູ່ແອອັດກັນນັ້ນ ອອກໄປຈຳນວນນຶ່ງ ໃນເວລານີ້."
ຣັຖບານລາວແລະປະຊາຊົນລາວ ຮ່ວມທັງອົງການຕ່າງປະເທດ ກໍຮ່ວມແຮງຮ່ວມໃຈກັນ ຊ່ອຍເຫຼືອຜູ້ທີ່ໄດ້ຮັບເຄາະຮ້າຍ ແຕ່ການບຳບັດ ຈິດໃຈນັ້ນ ເປັນການຊ່ອຍເຫລືອໄດ້ຍາກ ແລ້ວແຕ່ສະພາບການ ຂອງແຕ່ລະຄົນ.