ອົງການ ສຸຂພາບສັດ ສະຫະ ປະຊາຊາດ ໄດ້ຮັບແຈ້ງ ການ ໃນ ວັນທີ 15 ກັນຍາ ວ່າ ໃນຈຳນວນ ສັດປີກ 200 ໂຕ ທີ່ ຖືກວິຈັຍ ໃນ ນັ້ນສອງໂຕ ມີ ເຊຶ້ອໂຣຄ H5N6 ຣະດັບຕ່ຳ ແລະ ໄດ້ ຕາຍໄປແລ້ວ. ສ່ວນ ທີ່ເຫລືອ 198 ໂຕ ນັ້ນໄດ້ ທຳລາຍຖິ້ມ.
ອິງຕາມ ບົດຣາຍງານ ຂອງ ແຫລ່ງຂ່າວ POULTRY SITE.COM. ອົງການ ສຸຂພາບສັດ ສະຫະ ປະຊາຊາດ ໄດ້ສິ້ງຊອມ ໂຣຄ ໄຂ້ ຫວັດນົກ ໃນ 5 ແຂວງ ພາກເໜືອ ຂອງລາວ ເລິ້ມ ຈາກເດືອນ ກໍຣະກະດາ ປີ 2014 ດ້ວຍເງິນ ຊ່ອຍເຫລືອ ຂອງ ອົງການ ພັທນາ ຕ່າງຊາດ ຂອງ ສະຫະຣັດ ຫລື USAID ຜ່ານ ອົງການ ອາຫານ ແລະ ການກະເສດ ສະຫະ ປະຊາຊາດ.
ຜົລ ຂອງການ ວິຈັຍ ໃນວັນທີ 15 ກັນຍາ ປີ 2014 ຈາກຫ້ອງ ການວິຈັຍ ສຸຂພາບສັດ ສປປລາວ ເປີດເຜີຍວ່າ ຟາມລ້ຽງໄກ່ ແຫ່ງນື່ງ ມີໄກ່ນ້ອຍ ອາຍຸ 1 ມື້ ແລະ ເປັດ ຕິດເຊຶ້ອໂຣຄ ໄຂ້ ຫວັດນົກ ສາຍພັນ H5N6 ຣະດັບຕ່ຳ ຊຶ່ງໃນ ປັດຈຸບັນ ຫນ່ວຍງານ ດັ່ງກ່າວ ກຳລັງ ຈະສົ່ງ ຕົວຢ່າງ ຂອງ ເຊຶ້ອໂຣຄ ໄປພິສູດ ເພິ້ມຕຶ່ມ ທີ່ ຫ້ອງວິຈັຍ ສຸຂພາບສັດ ຢູ່ ອອສເຕຣເລັຽ ເພຶ່ອ ຕ້ອງການ ຢາກຮູ້ ຣະດັບ ຂອງ ໂຣຄ. ຄາດວ່າ ການ ເຄື່ອນຍ້າຍ ສັດປີກ ແລະ ການເກີດລູກ ໃຫມ່ ຂອງ ສັດປີກ ເປັນສາເຫດ ທີ່ມາ ຂອງ ການຕິດເຊຶ້ອ.