ສໍາພາດ ທ່ານໝໍ ເຣື້ອງ ໂຣຄພັຍ ໃນສູນ ພັກເຊົາ
2018.08.08
ເຫດການນ້ຳຖ້ວມ ແລະເຂື່ອນແຕກ ຢູ່ ແຂວງອັດຕະປື ສ້າງຄວາມເສັຽຫາຍໃຫ້ແກ່ ປະຊາຊົນລາຍໃຫຍ່ ບໍ່ວ່າທາງດ້ານຮ່າງກາຍ ແລະ ຈິດໃຈ ຫລາຍຄົນເສັຽຊິວິດ ແລະຫລາຍຄົນຍັງຫາຍສາບສູນຢູ່ ຍ້ອນຂາດຄວາມຮັບຜິດຊອບຂອງ ກຸ່ມນັກລົງທຶນ ແລະຜູ້ສ້າງເຂື່ອນໃນລາວ ທັ້ງໆ ທີ່ຮູ້ລ່ວງຫນ້າວ່າ ສັນເຂື່ອນຍະມາເປັນເວລາຫລາຍວັນ ແລະກໍໄດ້ໂຍກຍ້າຍພະນັກງານຂອງຕົນ ອອກຈາກເຂື່ອນໄປແລ້ວ ແຕ່ບໍ່ ໂຍກຍ້າຍປະຊາຊົນ ໃຕ້ເຂື່ອນ.
ບັນຫາມີຢູວ່າ ແມ່ນໃຜເປັນຜູ້ຮັບຜິດຊອບກ່ຽວກັບ ຊາຕາກັມ ຂອງປະຊາຊົນ ຜູ້ທີ່ໄດ້ຮັບເຄາະຮ້າຍ ຊຶ່ງໃນເວລານີ້ ຫລາຍຄົນ ຍັງບໍ່ມີ ບ່ອນຢູ່ອາສັຍບ່ອນທຳມາຫາກິນ.
ບັນຫາໂດຍທົ່ວໄປ ບໍ່ພຽງແຕ່ ບັນຫາທາງດ້ານຮ່າງກາຍເທົ່ານັ້ນ ບັນຫາໃຫຍ່ກໍແມ່ນບັນຫາທາງດ້ານຈິດໃຈ ຍ້ອນວ່າ ຜົວພາກເມັຽ ເມັຽພາກຜົວ ພໍ່ແມ່ພາກລູກແລະລູກພາກພໍ່ແມ່ ຍ້ອນການເສັຽຊີວິດໃນຄອບຄົວ.
ເຈົ້າຫນ້າທີ່ສາທາຣະນະສຸກທ່ານນຶ່ງເວົ້າວ່າ ໃນປັດຈຸບັນ ໂຣຄທີ່ພົບເຫັນສ່ວນໃຫຍ່ ແມ່ນໂຣຄຖອກທ້ອງ ຕາແດງ ແລະເປັນຕຸ່ມຄັນ ຕາມຮ່າງກາຍ ຍ້ອນນ້ຳບໍ່ສະອາດ ແຕ່ໂຣຄທີ່ຮ້າຍແຮງກວ່າຫມູ່ ແມ່ນການບຳບາດຈິດໃຈ ຜູ້ທີ່ໄດ້ຮັບເຄາະຮ້າຍ. ດັ່ງ ຍານາງກ່າວໃນຕອນນື່ງວ່າ:
"ຫລັງຈາກນ້ຳຖ້ວມພຍາດທີ່ຕາມາກໍແມ່ນ ພຍາດຖອກທ້ອງ ຕາແດງ ເປັນຕຸ່ມຄັນຕາມຕົວ ແລະໂຣຄອື່ນໆຕໍ່ມາ ເປັນຕົ້ນໂຣຄຊຶມເສົ້າ ປະເພດຕ່າງໆ."
ກ່ຽວກັບການບຳບັດ ປະຊາຊົນຜູ້ທີ່ໄດ້ຮັບເຄາະຮ້າຍ ຍານາງເວົ້າວ່າ:
"ດຽວນີ້ທາງອຳນາດການປົກຄອງເອົາໃຈໃສ່ ຈັດສັນບ່ອນພັກເຊົາຈຳນວນນຶ່ງ ກຳລັງກະຕຽມບ່ອນພັກເຊົາຊົ່ວຄາວ ແລະກະໄດ້ກະຈ່າຍ ປະຊາຊົນ ທີ່ຢູ່ແອອັດນັ້ນ ອອກໄປຈຳນວນນຶ່ງໃນເວລານີ້."
ອົງການຕ່າງຊາດຫຼື NGO ຫຼາຍອົງການໃນຂົງເຂດເວົ້າວ່າ ເຫດການທີ່ເກີດຂຶ້ນ ທີ່ແຂວງອັດຕະປືຄັ້ງນີ້ ສາມາດປ້ອງກັນໄດ້ລ່ວງຫນ້າ ຖ້າມີການບໍຣິຫານຈັດການທີ່ດີ ແລະມີຄວາມຮັບຜິດຊອບ ບັນຫານີ້ອາດຈະບໍ່ເກີດຂຶ້ນ ກັບຊາວບ້ານ ທີ່ເມືອງສນາມໄຊ ແຂວງ ອັດຕະປື ແນ່ນອນ.
ຣັຖບານລາວເລັ່ງລັດໃນການສ້າງເຂຶ່ອນ ຫລາຍເກີນໄປ ເກີນຄວາມສາມາດທີ່ຕົນມີ ເພື່ອຢາກເປັນຫມໍ້ໄຟ ສຳລັບອາຊຽນ ແຕ່ຂາດ ນັກວິຊາການ ໃນການດູແລເບິ່ງແຍງ ອາສັຍແຕ່ນັກວິຊາການຕ່າງຊາດ ຈຶ່ງມີການຄາດເຄື້ອນໃນໂຄງການ.
ເຂື່ອນທີ່ລາວມີຢູ່ໃນປັດຈຸບັນ ຫລາຍເຂື່ອນບໍ່ໄດ້ມາຕຖານ ໃນການສ້າງເປັນຕົ້ນເຂຶ່ອນຂນາດນ້ອຍ ແລະຂນາດກາງ ບາງແຫ່ງກໍແຕກ ແລະບໍ່ໄດ້ມາຕຖານ ແຕກຫ່ານ ແລະນ້ຳລົ້ນເຂຶ່ອນຕຣອດ ຍ້ອນຂາດການບໍຣິການຈັດການ ແລະຂາດການເອົາໃຈໃສ່.
ໂຄງການສ້າງເຂື່ອນໃນລາວ ຫລາຍໂຄງການຂາດການເຂົ້າຮ່ວມ ຂອງພາກປະຊາສັງຄົມ ແລະອົງການຕ່າງຊາດ ໃນການສຳຣວດ ຜົລກະທົບ ແລະການໃຫ້ຂໍ້ມູນທີ່.
ເຖິງຢ່າງໃດກໍຕາມ ນັກວິຊາການ ທ່ານນຶ່ງເວົ້າວ່າ ມັນເປັນຊາຕາກັມ ທີ່ປະຊາຊົນລາວໄດ້ພົບແລ້ວພົບອີກ ແລະຈະພົບອີກຕໍ່ໄປ ຖ້າບໍ່ມີ ການແກ້ໄຂ ໃນອານາຄົດ ຍ້ອນວ່າ ການສ້າງເຂື່ອນໃນລາວ ຍັງຈະສືບຕໍ່ໄປ ໃນແຜນການພັທນາເສຖກິດແລະສັງຄົມ ຂອງຣັຖບານລາວ ໃນທົສວັດຕໍ່ໄປ.
ຣັຖບານລາວກໍພຍາຍາມໃນການໃຫ້ການຊ່ອຍເຫລືອ ແລະບຳບັດປະຊາຊົນ ແຕ່ການເປ່ເພ ຂອງໂຄງຮ່າງພື້ນຖານ ຖນົນຫົນທາງ ເປັນ ອຸປສັກໃນການຊ່ອຍເຫລືອດັ່ງກ່າວ ອົງການຕ່າງຊາດ ກໍໃຫ້ການຊ່ອຍເຫລືອເປັນຢ່າງດີ ແຕ່ບັນຫາມີຢູ່ວ່າ ມາຕຖານການສ້າງເຂື່ອນ ໃນລາວ ຕ້ອງຖືກຍົກຣະດັບໃຫ້ດີຂຶ້ນ ໃນອານາຄົດ ບໍ່ດັ່ງນັ້ນ ບັນຫານີ້ ອາດເກີດຂຶ້ນອີກໃນລາວ.
ການບຳບັດຈິດໃຈ ຂອງປະຊາຊົນ ຜູ້ທີ່ໄດ້ຮັບເຄາະຮ້າຍ ຍັງຈະໃຊ້ເວລາດົນນານ ບາງຄົນ ອາດຈະເປັນອຳມະພາດ ທາງດ້ານຈິດໃຈ ໄປເລີຍ ຍ້ອນສູນເສັຽຫມົດທຸກຢ່າງໃນຊິວິດ ທີ່ບໍ່ສາມາດເອົາກັບຄືນມາໄດ້.