ຜູ້ສູງອາຍຸມັກຈະເປັນ ໂຣຄຕັບ ຊນິດ-ບີ
2017.06.06
ເຈົ້າຫນ້າທີ່ ສາທາຣະນະສຸກ ແຂວງສາຣະວັນ ທ່ານນຶ່ງເວົ້າວ່າ ປັດຈຸບັນ ໃນແຂວງສາຣະວັນ ພົບເຫັນຜູ້ສູງອາຍຸ ຣະຫວ່າງ 40-50 ປີ ມັກເປັນໂຣຄຕັບ ອັກເສບ ຊນິດ-ບີ ຫລື Hepatitis-B ຫລາຍເພາະເມື່ອຍາມ ຍັງນ້ອຍ ບໍ່ໄດ້ຮັບການ ສັກຢາວັກຊີນ ຕ້ານໂຣຄ ດັ່ງກ່າວ ໂດຍສະເພາະ ຜູ້ທີ່ເກີດ ໃນເຮືອນຂະເຈົ້າເອງ. ດັ່ງທ່ານກ່າວວ່າ:
"ມາສັງເກດຜູ້ໃຫຍ່ພຸ້ນ ເປັນພຍາດຕົວນີ້ ກໍຣະນີເມື່ອຮອດ ອາຍຸສູງແລ້ວ ສີ່ສິບ-ຫ້າສິບປີ ຈື່ງເຫັນວ່າຕົນເອງ ເປັນພຍາດ ຕັບອັກເສບ ວັກຊີນຕົວນີ້ ຜູ້ສູງອາຍຸ ນີ້ແຕ່ກ່ອນ ບໍ່ທັນມີ ວັກຊີນຕົວນີ້ ອັກເສບຕັບ ຊນິດ-ບີ ນີ້".
ທ່ານກ່າວຕື່ມວ່າ ເຫດຜົລອັນນຶ່ງ ກໍແມ່ນວ່າ ໃນເຂດຫ່າງໄກສອກຫລີກ ທີ່ແຂວງສາຣະວັນ ສ່ວນໃຫຍ່ 60% ຈະເກີດລູກ ຢູ່ເຮືອນຕົນເອງ ບໍ່ໄດ້ມາເກີດ ຢູ່ໂຮງຫມໍ ແລະບໍ່ໄດ້ສັກຢາ ຕ້ານໂຣຄດັ່ງກ່າວ. ທາງການແຂວງ ກໍໄດ້ຣົນນະຣົງ ປຸກຣະດົມ ປະຊາຊົນ ໃຫ້ແມ່ຍິງຖືພາມາ ອອກລູກ ຢູ່ໂຮງຫມໍ ເພາະເດັກນ້ອຍ ຈະໄດ້ສັກຢາ ວັກຊິນ ຕ້ານໂຣຄນີ້. ທາງການແຂວງ ກໍໄດ້ສົ່ງ ເຈົ້າຫນ້າທີ່ແພດ ລົງໄປສັກຢາ ໃຫ້ ຂະເຈົ້າ ໃນຫລາຍບ້ານ ແຕ່ຍັງບໍ່ທົ່ວເຖິງ:
"ເພາະວ່າເກີດຢູ່ໂຮງຫມໍນີ້ ຂະເຈົ້າໄດ້ຮັບວັກຊິນອັກເສບຕັບ ຕອນເກີດເນາະ ບັດນີ້ກໍຣະນີ ທີ່ພະນັກງານ ແພດເຮົາລົງໄປ ບໍຣິການຢູ່ບ້ານ ທີ່ໄປພົບ ເດັກນ້ອຍເກີດໃຫມ່ ຢູ່ບ້ານນັ້ນ ທີ່ບໍ່ເກີນເຈັດວັນ ເຮົາກໍຍັງສີດວັກຊິນ ຕົວນີ້ໃຫ້ຢູ່".
ທ່ານວ່າ ທາງການແຂວງ ໄດ້ສົ່ງພະນັກງານ ແພດລົງໄປສັກຢາ ປີລະ 4 ຄັ້ງ ເປັນຕົ້ນຢາວັກຊິນ ຕ້ານໂຣຄຕັບອັກເສບ, ວັກຊີນຕ້ານ ຝີໜອງໃນ ແລະ ວັກຊິນກັນໂຣຄ ໂປລີໂອ ສຳລັບເດັກນ້ອຍ ທີ່ເກີດໃຫມ່. ໂຣຕຄຕັບອັກເສບ ເປັນໂຣຄຕິດຕໍ່ ຈາກ ຜູ້ເປັນແມ່ ຜູ້ທີ່ມີ ເຊື້ອໂຣຄດັ່ງກ່າວ.