ອົງການອາຫານໂລກ ຊ່ອຍ ນັກຮຽນລາວ

ໄຊຍາ
2018.05.15
F-WFO ທ່ານທູດ ຣີນາ ບິດເຕີ້ (ຜູ້ໃສ່ແວ່ນຕາ)ທີ່ເດີນທາງໄປຢ້ຽມຢາມ ແລະຊ່ວຍເຫລືອເດັກນ້ອຍຫ່າງໄກສອກຫຼີກ ໄດ້ຮ່ວມຮັບປະທານອາຫານ ກັບບັນດານ້ອງນັກຮຽນ ປະຖົມກົກໄຮ່ ທີ່ແຂວງເຊກອງ (McGovern-Dole Food for Education Program)
Screen captured : US Embassy Vientiane

ອົງການອາຫານໂລກ ປະຈຳ ສປປ ລາວ ຈະໃຫ້ອາຫານແກ່ນັກຮຽນໃນເຂດຫ່າງໄກສອກຫລີກ ຈົນຮອດປີ 2020 ແລະຫລັງຈາກນັ້ນ ຍັງບໍ່ມີແຜນ ຈະສນັບສນູນ ໂຄງການອາຫານ ກາງເວັນຕໍ່ໄປອີກ.

ປັດຈຸບັນ ອົງການອາຫານໂລກ ກໍເຂົ້າໄປຊ່ອຍເຫລືອອາຫານກາງເວັນ ໃຫ້ກັບໂຮງຮຽນໃນກຸ່ມເປົ້າໝາຍໄປແລ້ວ 500 ແຫ່ງ ແລະກຳລັງ ຕຽມເຂົ້າໄປຊ່ອຍເຫລືອຕື່ມອີກ 900 ແຫ່ງ ໃນ 7 ແຂວງທຸກຍາກທົ່ວປະເທດ. ດັ່ງ ທ່ານ ສໍລະພົງ ປະສົມສຸກ ຫົວໜ້າອົງການອາຫານ ໂລກ ປະຈຳ ສປປ ລາວ ກ່າວໃນວັນທີ 15 ພຶສພາ ນີ້ວ່າ.

"ກໍບໍ່ໄດ້ໝາຍວ່າ ໝາຍເຖິງຄຸນນະພາບຂອງການຊ່ອຍເຫລືອ ກໍບໍ່ໝາຍມັນຫລຸດລົງເນາະ ການເພີ່ມຂຶ້ນ ຂອງມູນຄ່າການຊ່ອຍເຫລືອ ມັນໝາຍເຖິງເຮົາສາມາດ ເພີ່ມເປົ້າໝາຍໄດ້ຫລາຍຂຶ້ນ ຈຳນວນທີ່ເຮົາຊ່ວຍໃນປີຜ່ານໆມາ ນັກຮຽນມັນຮອດແສນກ່ວາ ຄົນແລ້ວເນາະ."

ທ່ານກ່າວຕື່ມວ່າ ໂຄງການອາຫານກາງເວັນ ເປັນໂຄງການຊ່ວຍຫຼຸດຜ່ອນຄວາມທຸກຍາກ ໃຫ້ກັບໂຮງຮຽນໃນເຂດຫ່າງໄກ ໃຫ້ນັກຮຽນ ກິນເຂົ້າ ອາຫານຕາມໂພຊນາການ ໂດຍມີເປົ້າໝາຍທັງໝົດ 1,450 ແຫ່ງໃນ 32 ເມືອງ 7 ແຂວງທົ່ວປະເທດຄື; ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫລວງນໍ້າທາ, ນະຄອນຫລວງພຣະບາງ, ແຂວງສາລະວັນ, ແຂວງເຊກອງ ແລະແຂວງອັດຕະປື.

ແຕ່ຍັງມີບັນຫາທ້າທາຍຫຼາຍຢ່າງ ໃນການເຂົ້າໄປຊ່ອຍເຫລືອ ຍ້ອນຫຼາຍໂຮງຮຽນ ຫລາຍແຫ່ງຕັ້ງຢູ່ເຂດຫ່າງໄກ ສອກຫລີກ ເຈົ້າໜ້າທີ່ ບໍ່ສາມາດເຂົ້າໄປໄດ້. ດັ່ງເຈົ້າໜ້າທີ່ຫ້ອງການສຶກສາທິການ ແລະກິລາ ເມືອງໃໝ່ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 15 ພຶສພາ ວ່າ:

"ນີ້ລະວ່າ ບໍ່ໆຄົບ ແມ່ນແຫລະ ແບບອັນນັ້ນເສັ້ນທາງ ທາງຍາກແລ້ວກໍ່ຢູ່ຫ່າງຈາກຕົວເມືອງ 100 ປາຍກິໂລແມັດ ແລ້ວກໍເຂົາເລີຍບໍ່ຮັບ ທັງໝົດນີ້ 95 ໂຮງຮຽນເນາະ ແລ້ວກໍເຂົ້າແລ້ວ 50 ແຫ່ງ."

ທ່ານ ບູນປັນ ໄຊມົນຕີ ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະກິລາ ກ່າວວ່າ ການຂາດແຄນອາຫານ ແມ່ນເປັນບັນຫານຶ່ງທີ່ ທາງດ້ານນະໂຍບາຍຂອງສປປລາວ ທີ່ຍັງບໍ່ສາມາດຫຼຸດຜ່ອນ ຄວາມທຸກຍາກໄປໄດ້ໝົດເທື່ອ ໂດຍສະເພາະ ໃນເຂດໂຮງຮຽນຫ່າງໄກ ສອກຫລີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.