ໂປລິໂອກັບມາ ສປປລາວ

ຈໍາປາທອງ
2016.02.25
F-Polio ອົງການສະຫະປະຊາຊາດ ຮ່ວມກັບ ສາທາຣະນະສຸຂ ອອກສູ່ຊົນນະບົດ ຂອງລາວ ເພື່ອສັກວັກຊິນ ກັນ ໂປລີໂອ
Screen captured from UNICEF Video

ນັບແຕ່ ເດືອນ ຕຸລາ ປີກາຍມາ ຢູ່ ສປປລາວ ມີຄົນຕິດເຊື້ອ ໂປລິໂອ ຊນິດໃໝ່ ທີ່ ດື້ຢາ ວັກຊິນ ແລະ ພົບວ່າ ຍັງຣະບາດ ຢູ່ຕໍ່ມາ ຈົນເຖິງ ເດືອນ ກຸມພາ 2016 ນີ້ ກໍມີຜູ້ປ່ວຍ ແລ້ວ 7 ຄົນ ແລະ ເສັຽຊີວິດ ໄປແລ້ວ 2 ຄົນ ເຮັດໃຫ້ ຣັຖບາລ ສປປລາວ ຕ້ອງ ອອກ ປະກາດ ພາວະສຸກເສີນ ທາງ ສາທາຣະນະສຸຂ ແລະ ແຈ້ງເຕືອນໄປຍັງ ປະເທສ ເພື່ອນບ້ານ ຕາມຫລັກການ ຂອງ ອົງການ ອະນາມັຍ ໂລກ ຢ່າງ ຮີບດ່ວນ.

ການຣະບາດ ຂອງ ເຊື້ອໂຣກ ໂປລິໂອ ຢູ່ ປະເທສ ລາວ ຄັ້ງນີ້ ເກີດຂຶ້ນ ຢູ່ໝູ່ບ້ານ ຊົນນະບົດ ໃນສອງແຂວງ ຄືໃນເຂດ ເມືອງ ບໍລິຄັນ ແຂວງ ບໍລິຄໍາໄຊ ແລະ ເມືອງຮົ່ມ ແຂວງ ໄຊສົມບູນ ຍ້ອນວ່າ ອັດຕຣາການ ຮັບວັກຊິນ ກັນ ໂປລິໂອ ຢູ່ໃນ ຣະດັບຕໍ່າ ແລະ ການໃຫ້ ວັກຊິນ ກັນ ໂປລິໂອ ແກ່ເດັກນ້ອຍ ແບບບໍ່ ຣະມັດຣະວັງ, ບໍ່ເກັບ ຮັກສາ ວັກຊິນໄວ້ ໃນສະພາບ ທີ່ເໝາະສົມ ແລະ ການຮັກສາ ສຸຂອະນາມັຍ ໃນຊຸມຊົນ ກໍບໍ່ດີ ເທົ່າທີ່ຄວນ ເຮັດໃຫ້ວັກຊິນ ໂປລິໂອ ແບບຢອດ ຊຶ່ງ ມາຈາກ ເຊື້ອໂປລິໂອ ທີ່ ອ່ອນແອ ໝຸນວຽນ ຢູ່ໃນສະພາບ ແວດລ້ອມ ຈົນກາຍພັນ ແລ້ວກັບມາ ກໍ່ໃຫ້ ເກີດອາການ ຕໍ່ຣະບົບ ປະສາດ ແລະ ຣະບາດ ຈາກຄົນສູ່ຄົນ ໄປເຖິງຜູ້ໃຫຍ່ ບໍ່ພຽງແຕ່ ໃນ ໝູ່ເດັກນ້ອຍ ທີ່ໄດ້ຮັບ ວັກຊິນ ເທົ່ານັ້ນ.

ອົງການ ອະນາມັຍ ໂລກ ສະແດງ ຄວາມຜິດຫວັງ ແລະກັງວົນ ຕໍ່ ການຕອບສນອງ ໃນ ເຣຶ່ອງການປ່ຽນ ວັກຊິນ ໂປລິໂອ ຈາກ ຊນິດ ຢອດ ມາເປັນຊນິດສີດ ຂອງ ສປປລາວ ນັ້ນວ່າ ລ່າຊ້າ ແລະຂາດ ປະສິດທິພາບ ຫຼາຍ. ສະພາບການ ລ່າສຸດ ບົ່ງບອກວ່າ ຍັງ ບໍ່ສາມາດ ຄວບຄຸມ ການຣະບາດ ຂອງໂຣຄນີ້ໄດ້ ແລະຂໍ້ມູນ ຂ່າວສານ ຈາກ ທາງການລາວ ກໍບໍ່ຊັດເຈນ ປະກອບກັບ ນະໂຍບາຍ ປິດຂ່າວ ຂອງ ພັກແລະຣັຖ ສປປລາວ ແລະ ສະພາບການ ສາທາລະນະສຸຂ ຢູ່ ສປປລາວ ຍັງຢູ່ໃນ ຣະດັບ ທີ່ ໜ້າເປັນຫ່ວງ,

ການໃຫ້ ຄວາມຮູ້ດ້ານ ສຸຂອະນາມັຍ ກໍບໍ່ດີ ຮວມທັງການ ຂາດແຄນ ບຸຄລາກອນ ການແພດ ທີ່ມີຄວາມຮູ້ ຄວາມສາມາດ ຢູ່ຫຼາຍ. ດັ່ງນັ້ນ ຫາກຈໍາເປັນ ຕ້ອງໄດ້ ເດີນທາງ ເຂົ້າໄປເຮັດ ທຸຣະກິຈ ຫລື ໄປພັກ ຢູ່ ສປປ ລາວ ໂດຍສະເພາະ ໃນເຂດ ຊົນນະບົດ ຮ່າງໄກ ຈາກ ນະຄອນຫຼວງ ວຽງຈັນ ຈໍາເປັນຕ້ອງໄດ້ ສັກວັກຊິນ ກັນ ໂປລິໂອ ກ່ອນລ່ວງໜ້າ ຢ່າງໜ້ອຍ 1 ເດືອນ ເພື່ອ ປ້ອງກັນ ການຕິດເຊື້ອ. ສໍາລັບ ຜູ້ທີ່ພັກ ຢູ່ໃນເຂດ ທີ່ມີຄວາມສ່ຽງ ຕໍ່ໂຣຄນັ້ນ ກໍຄວນສີດ ວັກຊິນ ໂປລິໂອ ກ່ອນຈະເດີນ ທາງ ອອກຈາກ ປະເທສລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.