ແມ່ຍິງອັດຕະປືເກີດລູກ ຢູ່ເຮືອນ
2019.01.16
ແມ່ຍິງຢູ່ແຂວງອັດຕະປື 60 ສ່ວນຮ້ອຍ ໃນທຸກເມືອງສ່ວນຫຼາຍ ຍັງຕ້ອງໄດ້ ເກີດລູກຢູ່ເຮືອນ ໂດຍສະເພາະ ຢູ່ເຂດຊົນນະບົດ ຫ່າງໄກ ສອກຫລີກ. ພວກເຂົາເຈົ້າ ຍັງຖືປະເພນີດັັ້ງເດີມ ຄືມີໝໍຕໍາແຍມາຊ່ວຍ ແມ່ຍິງອອກລູກ ໃນຫຼາຍກໍຣະນີ ກໍຍ້ອນວ່າ ການຈະມາ ເກີດລູກ ຢູ່ໂຮງໝໍກໍລໍາບາກ ຍ້ອນຖນົນຫົນທາງບໍ່ດີ, ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງອັດຕະປື ທ່ານນຶ່ງກ່າວໃນວັນທີ 16 ມົກກະຣາ ນີ້ວ່າ:
“ເກືອບທຸກເມືອງຍັງມີຈໍານວນຫຼາຍ ທີ່ຍັງບໍ່ມາໂຮງໝໍ ກໍບໍ່ມີແພດຊ່ວຍເກີດຣະດັບ 60 ກວ່າເປີເຊັນໃຊ້ໝໍຕໍາແຍ ຊ່ວຍເກີດນີ້ລະມັນເຣື້ອງ ຄວາມເຊື່ອປະເພນີແດ່ ແລ້ວການເດີນທາງມັນຍາກ ເຂົາມາເກີດຢູ່ໂຮງພຍາບານແຂວງ ໂຮງໝໍແຂວງ ນີ້ສູງແດ່ ຣະດັບປະມານ 70 ເປີເຊັນ.”
ທ່ານວ່າ ສໍາລັບແມ່ຍິງ ທີ່ມາເກີດລູກຢູ່ໂຮງໝໍ ກໍແມ່ນຢູ່ເຂດຕົວເມືອງ ບ່ອນທີ່ມີອຸປກອນການແພດ ທີ່ທັນສມັຍ ມີຄວາມປອດພັຍສູງ ຕ່າງກັບແມ່ຍິງ ທີ່ເກີດລູກຢູ່ເຮືອນ ເພາະມີຄວາມສ່ຽງສູງ ທີ່ຈະເຮັດໃຫ້ແມ່ຕິດເຊື້ອ ເລືອດໄຫລບໍ່ເຊົາ ຊຶ່ງອາດເຖິງຂັັ້ນ ເສັຽຊີວິດໄດ້.
ຣາຍງານວ່າ ອັດຕຣາການເສັຽຊີວິດ ຂອງແມ່ຍິງເກີດລູກ ທົ່ວແຂວງອັດຕະປື ໃນປີ 2017 ມີ 5 ຄົນ ແລະໃນປີ 2018 ມີ 4 ຄົນ ແລະ ສໍາລັບ ປີ 2019 ນີ້ ທາງສາທາຣະນະສຸຂ ບໍ່ຢາກໃຫ້ມີຜູ້ຕາຍ ຈາກການເກີດລູກຈັກຄົນເລີຍ ຈຶ່ງໄດ້ຈັດສົ່ງເຈົ້າໜ້າທີ່ ລົງໄປໃຫ້ຄວາມຮູ້ ແລະແນະນໍາ ໃຫ້ແມ່ຍິງຖືພາມານ ມາກວດທ້ອງ ແລະເກີດລູກຢູ່ໂຮງໝໍ:
“ປີນີ້ຄາດວ່າພວກເຮົາ ກໍບໍ່ຢາກໃຫ້ມີການຕາຍ ຫັ້ນແລ້ວ ແຕ່ລະໄຕຣມາດ ຈະມີເຈົ້າໜ້າທີ່ ລົງໄປແຕ່ລະບ້ານ ໃຫ້ຄວາມຮູ້ ແລະປຸກຣະດົມ ໃຫ້ແມ່ຍິງ ຖືພານັ້ນມາກວດທ້ອງ ມາຝາກທ້ອງປົກກະຕິ ຢ່ງໜ້ອຍ ໃຫ້ມັນໄດ້ 4 ຄັ້ງ ຫຼື ຫລາຍກ່ວານັ້ນ ຍິ່ງດີ.”
ທ່ານວ່າປັຈຈຸບັນ ຢູ່ແຂວງຕ່າງໆຂອງລາວ ກໍມີການໂຄສະນາສົ່ງເສີມ ແລະແນະນໍາ ໃຫ້ແມ່ຍິງ ຖືພາມານ ມາຟາກທ້ອງ ແລະເກີດລູກຢູ່ ໂຮງໝໍ ຫລາຍຂຶ້ນ ທັ້ງນີ້ເພື່ອປ້ອງກັນ ການເສັຽຊີວິດ ຂອງແມ່ແລະລູກນ້ອຍ.