6 ຄົນເສັຽຊີວິດຍ້ອນປຸຍ ເຄມີ

ສິດນີ
2017.02.08
f-banana ຄົນງານລາວ ທີ່ ເຮັດວຽກໃນສວນປູກກ້ວຍ ຂອງນັກລົງທຶນຈີນ
screen captured courtesy of Lao44.org video

ນັບແຕ່ປີ 2012 ຫາປີ 2015  ມີຣາຍງານ ໄດ້ມີຜູ້ເສັຽຊີວິດ 6 ຄົນ ຍ້ອນ ສານເຄມີ ຂ້າຫຍ້າ ແລະຢາປາບ ສັດຕຣູພືດ ໃນການປູກຝັງ ໃນລາວ, ອີງຕາມ ສາຣະຄະດີ ຢູ່ເວັບໄຊ Lao44.org ແຈ້ງວ່າຢູ່ ແຂວງຈຳປາສັກ ມີຜູ້ເສັຽຊີວິດ 3 ຄົນ, ດັ່ງທ່ານຂາວພອນ ຊາວສວນ ປູກຜັກກະລ່ຳ ບ້ານໜອງສູງ ເມືອງປາກຊ່ອງ ແຂວງຈຳປາສັກ ກ່າວວ່າ:

"ບ້ານເຮົານີ້ ເປັນ [ຕາຍ] ມາສາມຄົນແລ້ວ ພໍ່ເປົ້າຜູ້ນຶ່ງ ຕາຍຍ້ອນເປັນຕັບ ກະໄປກວດ ຢູ່ໂຮງໝໍ ເຂົາກະວ່າ ສາເຫດ ມາຈາກ ສານເຄມີ ຕົກຄ້າງ ຜູ້ທີສອງນີ້ ກະພໍ່ຫວັງ ນີ້ແຫລະ ຜູ້ນຶ່ງ ໄທບ້ານເຮົາ ໃກ້ຄຽງ ພໍຫວັງນີ້ ກະຕາຍໄປແລ້ວ ສອງສາມ ເດືອນ".

ໃນເຂດພາກເໜືອຂອງລາວ ກໍມີການ ໃຊ້ສານເຄມີ ຢ່າງແຜ່ລາມ ທັງຢູ່ໃນສວນກ້ວຍ ແລະ ສວນສາລີຂອງຈີນ ຈົນບໍ່ສາມາດ ຄວບຄຸມ ໄດ້. ເປັນຕົ້ນທີ່ແຂວງ ຫຼວງນ້ຳທາ ບໍ່ແກ້ວ ແລະ ອຸດົມໄຊ.

ແຂວງຊຽງຂວາງ ມີຄົນເສັຽຊີວິດ 2 ຄົນ, ດັ່ງ ທ່ານ ຄຳພອນ ນາຍບ້ານ ໂພນທັນ ແຂວງຊຽງຂວາງ ໄດ້ກ່າວວ່າ:

"ມີເອີ້ນວ່າ ຜູ້ທີ່ເສັຽຊີວິດ ມີຢູ່ ເປັນຜູ້ທີ່ຮັບເໝົາ ສີດຢາ ຢູ່ໃນປີ 2012 ຜູ້ນຶ່ງ ແລະ ປີ 2014 ຜູ້ນຶ່ງ".

ນອກຈາກນີ້ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ກໍມີຜູ້ເສັຽຊີວິດ 1 ຄົນ ຢູ່ສວນກ້ວຍ ຂອງຈີນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນປີ 2015 ຜ່ານມາ ໃນຂນະທີ່ ເຈົ້າຂອງສວນກ້ວຍ ທີ່ເປັນຄົນຈີນ ກໍຍັງ ບໍ່ຍອມເສັຽຄ່າຊົດເຊີຍ ໃຫ້ແກ່ຍາດພີ່ນ້ອງ ຜູ້ເສັຽຊີວິດ. ອີງຕາມການບອກ ເລົ່າ ຂອງ ເຈົ້າໜ້າທີ່ ເມືອງຜາອຸດົມ.

ສານເຄມີ ຈາກສວນກ້ວຍ ແລະ ສວນຫມາກໂມ ຂອງຈີນ ທີ່ ເມືອງພຽງ ແຂວງໄຊຍະບູຣີ ກໍສົ່ງຜົລ ກະທົບ ຕໍ່ສີ່ງແວດລ້ອມ ແມ່ນ້ຳ ລຳທານ ແລະ ຊີວິດການເປັນຢູ່ ຂອງ ປະຊາຊົນ ທ້ອງຖີ່ນ ຊາວບ້ານ ບໍ່ກ້າຈະໃຊ້ນ້ຳ ຈາກແຫລ່ງນ້ຳ ໃກ້ຄຽງ ເທົ່າເຖິງ ປັດຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.