ມົລພິດຕາມອາກາດ ຢູ່ລາວ

ຈໍາປາທອງ
2019.04.29
f-smog ສະພາບຂອງທ້ອງຟ້າ ຢູ່ ນະຄອນຫຼວງວຽງຈັນ ທີ່ປົກຄຸມໄປດ້ວຍ ໄອຄວັນສີເທົາ
ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນລາວ ເປັນຕົ້ນຢູ່ນະຄອນຫລວງວຽງຈັນ ແລະບາງແຂວງພາກເໜືອຂອງລາວ ກໍາລັງປະສົບໝອກຄວັນ ແລະອາກາດເປັນມົລພິດ ທີ່ສົ່ງຜົລກະທົບ ຕໍ່ສຸຂພາບ ໂດຍສະເພາະໃນຕອນທ່ຽງ ແລະຕອນບ່າຍ ຂອງແຕ່ລະມື້. ຊາວນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກ ຊື່ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ເມສາ 2019 ນີ້ວ່າ:

"ຢູ່ນະຄອນຫຼວງນີ້ ບາງມື້ກໍມີໝອກຄວັນຫລາຍ ເປັນມົວໆຄືນໍ້າໝອກຂຸ້ນ ຫລຽວຂຶ້ນໄປມັນບໍ່ເຫັນທ້ອງຟ້າ ມັນເປັນສີເຫລືອງໆ ສີມົວໆ, ແຕ່ມື້ນີ້ໄຄແນ່ ກວ່າມື້ວານນີ້ ແລະມື້ກ່ອນໆຜ່ານມາ ເຕັມທີ ອາກາດຮ້ອນແທ້ໆ, ມື້ນີ້ຫລຽວເຫັນທ້ອງຟ້າເປັນສີຟ້າສີຄາມແດ່. ເຖິງມີໝອກ ຄວັນຫຼາຍ ແຕ່ເວລາໄປຕລາດ ກໍຮູ້ສຶກທັມດາຢູ່, ເຕັມທີແຕ່ຮ້ອນ ຫລືເປັນຍ້ອນມີການຈູດປ່າເຮັດໄຮ່ ກໍບໍ່ຮູ້, ບໍ່ຄືກັນກັບຢູ່ໄທ ທີ່ໄດ້ຍິນ ຂ່າວວ່າ ແສບຫູແສບຕາ, ໝຸດໝັດຕົນໂຕ."

ໃນຂນະດຽວກັນ ເຈົ້າໜ້າທີ່ຜແນກຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ກໍເວົ້າເຖິງທີ່ມາຕົ້ນຕໍ ຂອງໝອກຄວັນ ຫລາຍນັ້ນ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ເມສາ ນີ້ວ່າ ມີສາເຫດມາຈາກການຈູດຖາງໄຮ່:

"ກໍຍ້ອນຂະເຈົ້າຈູດຖາງໄຮ່ ຈູດແລ້ວບໍ່ມີການທີ່ວ່າໄປກຽດປ່າຫັ້ນນະ ຈູດແລ້ວມັນກໍລາມໄປເລີຍ ມັນກໍໄປທົ່ວທີບທົ່ວແດນແລ້ວ ຊ່ວງນຶ່ງພັດ ອາກາດຮ້ອນຫັ້ນນະ ປີນີ້ມັນອາກາດຮ້ອນພິລຶກ ຫັ້ນນະ ຢູ່ລາວຄັນໄໝ້ຈະເລີ້ມເບິດເລີຍ ເພາະເວົ້າເຣຶ່ອງມອດນີ້ເຮົາກໍບໍ່ມີ ຖືວ່າຈະມີຍົນ ມາຊ່ວຍ ຫັ້ນນະ ແຕ່ວ່າມີແຕ່ເອົາຄົນ ນີ້ມອດເອົາ.

ແລະນັກອະນຸຮັກສິ່ງແວດລ້ອມທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ເຖິງການຈູດປ່າເຮັດໄຮ່ ຢູ່ທາງພາກເໜືອຂອງລາວ ເມື່ອທ່ານຂັບຣົດຜ່ານ ໄປ ໃນຣະຫວ່າງບຸນປີໃໝ່ລາວ ທີ່ຫາກໍຜ່ານມານີ້ ເສຖກິຈ ວ່າ:

"ຄືຫວັ່ງ ຫວັ່ງຊ່ວງປີໃໝ່ລາວນໍ ໄດ້ຂັບຣົດຂຶ້ນໄປທາງພາກເໜືອ ກະໄດ້ເຫັນອັ່ນເຂົາເຈົ້າຈູດໄຮ່ຫລາຍບ່ອນເຕີບ ກັບຈູດປ່າເຮັດໄຮ່ ກະຍັງມີ ເຫັນເຕັມຫລາຍຢູ່ ແຕ່ໄປອັນແຖວໆ ຫລວງພະບາງກໍຍັງເຫັນຝຸ່ນ PM ດ້ວຍຕາເປົ່າຢູ່."

ນອກຈາກມີການຖາງປ່າຈູດໄຮ່ຢ່າງຫລວງຫລາຍ ຊຶ່ງຖືວ່າເປັນສາເຫດຕົ້ນຕໍ ທີ່ພາໃຫ້ເກີດໝອກຄວັນ ແລະອາກາດເປັນມົລພິດແລ້ວ ກໍຍັງ ມີສາເຫດອື່ນໆອີກ ເປັນຕົ້ນ ໄຟໄໝ້ປ່າ ທີ່ເກີດຈາກການຈູດໄຮ່ແລ້ວບໍ່ມອດ, ໄຟລາມໄປໄໝ້ປ່າ, ຍ້ອນຄົນຈຸດປ່າ ຫລືໄຟໄໝ້ປ່າທີ່ເກີດ ຈາກທັມຊາດ ເຊັ່ນເມື່ອເດືອນມິນາທີ່ຫາກໍຜ່ານມານີ້ ໄດ້ເກີດໄຟໄໝ້ປ່າຢູ່ພູຜາເດືອນ ໃນເຂດປ່າສງວນແຫ່ງຊາດພູພະນັງ ເມືອງສັງທອງ ນະຄອນຫລວງວຽງຈັນ, ເຮັດໃຫ້ປ່າໄມ້ເສັຍຫາຍໄປເກືອບ 100 ເຮັກຕາ, ມີຄັວນຂຶ້ນສູ່ທ້ອງຟ້າ, ເຮັດໃຫ້ເກີດໝອກຄັວນ ກະທົບໃສ່ນະຄອນ ຫລວງວຽງຈັນ.

ນອກຈາກນັ້ນ ກໍມີການຈູດຂີ້ເຫຍື້ອ ຢູ່ຕາມຕົວເມືອງ ເປັນຕົ້ນກໍແມ່ນຕົວເມືອງໃຫຍ່ ກໍລ້ວນແລ້ວແຕ່ສົ່ງຜົລກະທົບ ທີ່ເປັນພິດພັຍຕໍ່ສິ່ງແວດ ລ້ອມ ແລະປະຊາ ຊົນທັງນັ້ນ. ຕົວຢ່າງ ການຈູດຂີ້ເຫຍື້ອໃນສນາມຂີ້ເຫຍື້ອຢູ່ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະໃນມື້ວັນທີ 20 ເມສານີ້ ກໍແມ່ນການຈູດຂີ້ເຫຍື້ອໃນສນາມຂີ້ເຫຍື້ອ ຢູ່ເຂດບ້ານໂພນວຽງເລີຍ ເມືອງວັງວຽງ ແຂວງວຽງຈັນ ທີ່ເຮັດໃຫ້ປະຊາຊົນປະມານ 240 ຄອບຄົວໄດ້ຮັບຜົລກະ ທົບຈາກຄັວນ ແລະກິ່ນຂິວ ຈົນນອນບໍ່ໄດ້ ດັ່ງຊາວບ້ານຜູ້ໄດ້ຮັບຜົລກະທົບເວົ້າ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ເມສານີ້ວ່າ:

"ໄດ້ຮັບຜົລກະທົບຫັ້ນແຫຼະ ເພາະວ່າມັນຢູ່ໃກ້ບ້ານນໍ ໃກ້ບ້ານແລ້ວມັນເວົ້າເຣຶ່ອງຄວັນ ຄວັນໄຟເວລາກາງ ຄືນຫັ້ນນະ ມັນກະນອນບໍ່ໄດ້ ແຫລະ ການຫາຍໃຈ."

ກ່ຽວກັບບັນຫາດັ່ງກ່າວ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ເມືອງວັງວຽງ, ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງວ່າ ຍັງບໍ່ຮູ້ກ່ຽວກັບບັນຫາ ທີ່ວ່ານັ້ນ ແຕ່ກໍຈະເລັ່ງກວດກາສະພາບໂຕຈິງ ແລະແກ້ໄຂບັນຫາໃຫ້ຊາວບ້ານ.

ແລະກ່ອນໜ້ານັ້ນ ຊາວບ້ານໂພນຊູ ແລະບ້ານຫ້ວຍງາມ ຢູ່ເມືອງດຽວກັນນີ້ ກໍໄດ້ຮັບຜົລກະທົບຈາກໂຮງງານຊີເມັນລາວວັງວຽງ ທີ່ປ່ອຍ ຄວັນອອກມາ ແລະຈາກຂີ້ຝຸ່ນ ທີ່ຣົດບັນທຸກແລ່ນເຂົ້າ-ອອກ ໂຮງງານ ຊຶ່ງເຮັດໃຫ້ຜູ້ຄົນ ເປັນຕົ້ນເດັກນ້ອຍນັກຮຽນເປັນຫວັດເປັນໄອ, ແຕ່ຈົນມາເຖິງປັດຈຸບັນ ບັນຫານີ້ກໍຍັງບໍ່ທັນໄດ້ຮັບການແກ້ໄຂ. ນອກຈາກນັ້ນ ກໍຍັງແມ່ນຍວດຍານພາຫະນະ ແລະໂຮງຈັກ ໂຮງງານ ອຸດສາຫະກໍາ ທີ່ເຮັດໃຫ້ມີຄັວນພິດ ອັນເປັນບັນຫາໜັກໜ່ວງບໍ່ໜ້ອຍ ທີ່ເຮັດໃຫ້ອາກາດເປັນມົນລະພິດ ເຖິງແມ່ນວ່າ ຢູ່ ສປປລາວ ຍັງມີບໍ່ທັນຫລາຍ ຄືກັນກັບປະເທສອ້ອມຂ້າງກໍຕາມ.

ແລະການຕັດໄມ້ທໍາລາຍປ່າ ຈົນປ່າຫລາຍແຫ່ງເປົ່າແປນ ຮວມທັງການຕັດໄມ້ອອກຈາກໜ້າເຂື່ອນໄຟຟ້າຫລາຍສິບແຫ່ງ ເປັນຈໍານວນ ຫລວງຫລາຍ ກໍເຮັດໃຫ້ສະພາບດິນຟ້າອາກາດປ່ຽນແປງໄປໃນທາງທີ່ບໍ່ດີ, ເກີດພັຍນໍ້າຖ້ວມ, ພັຍແຫ້ງແລ້ງ, ເຮັດໃຫ້ອາກາດຮ້ອນອົບເອົ້າ ແລະປະໃຫ້ອາກາດເປັນມົນລະພິດຫລາຍຂຶ້ນ.

ກ່ຽວກັບບັນຫາທິ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກົມຄວບຄຸມມົລພິດ, ສູນຂໍ້ມູນ-ຂ່າວສານ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ກະຊວງ ຊັພຍາກອນທັມມິຊາດ ແລະສິ່ງແວດລ້ອມ ທີ່ນະຄອນຫລວງວຽງຈັນ ໃນຕອນເຊົ້າ ຂອງມື້ວັນທີ 23 ເມສານີ້ ເພື່ອຂໍຮູ້ກ່ຽວກັບວ່າ ປີນີ້ເປັນຫຍັງໝອກຄວັນ ຈຶ່ງປົກຄຸມນະຄອນຫລວງວຽງຈັນ ແລະ ບາງແຂວງພາກເໜືອ ຂອງລາວຫລາຍແທ້. ແຕ່ເຈົ້າໜ້າທີ່ບໍ່ສາມາດ ໃຫ້ຄໍາຕອບໄດ້ ແລະໃຫ້ເຮັດໜັງສືຖາມ ຢ່າງເປັນທາງການໄປຫາ.

ແຕ່ເຖິງຢ່າງໃດກໍຕາມ ເມື່ອເວົ້າເຖິງສະພາບອາກາດຢູ່ລາວ ຈາກຜົລຂອງການວັດແທກ ຄຸນນະພາບອາກາດ ຂອງ ສະຖາບັນຄົ້ນຄວ້າ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ສປປລາວ ຕລອດ 24 ຊົ່ວໂມງ ຂອງແຕ່ລະມື້ ໃນຣະຍະຫຼັງໆມານີ້ ຢູ່ບາງແຂວງພາກ ເໜືອຂອງລາວ ແລະຢູ່ນະຄອນຫລວງວຽງຈັນ ຊີ້ໃຫ້ເຫັນວ່າ ອາກາດຢູ່ລາວ ມີຝຸ່ນລະອອງທີ່ເປັນພີິດ PM 2.5, ສູງກວ່າ ປົກກະຕິ ໂດຍສະເພາະໃນຕອນທ່ຽງແລະຕອນບ່າຍ - ຕາມຣາຍງານ ຂອງສື່ມວນຊົນ ທາງການລາວ ວັນທີ 22 ເມສານີ້.

ແລະອົງການປົກປ້ອງສິ່ງແວດລ້ອມ EPI ກໍຣາຍງານເມື່ອປີກາຍວ່າ ສປປລາວ ເປັນປະເທສ ທີ່ມີສະພາບອາກາດເປັນມົລພິດຫລາຍທີ່ສຸດ ປະເທສນຶ່ງໃນກຸ່ມປະເທສອາຊຽນ ແລະຖືກຈັດໃຫ້ເປັນ ອັນດັບທີ 153 ໃນຈໍານວນ 180 ປະເທສໃນໂລກ.

ກະຊວງສາທາຣະນະສຸຂ ອອກແຈ້ງການ ໃນວັນທີ 18 ມີນາ ຜ່ານມາກ່ຽວກັບ ດັຊນີ ຄຸນນະພາບອາກາດແຕ່ 0 ຫາ 300 ຕາມທີ່ນັກ ວິທຍາສາດ ໄດ້ກໍານົດ ແລະໄດ້ຈັດດັຊນີຄຸນນະພາບອາກາດ ອອກເປັນ 7 ລະດັບ ໂດຍໃຊ້ສີເປັນສັນຍາລັກ ແຈ້ງເຕືອນ ຊຶ່ງໃນນັ້ນ ສີຟ້າ ແມ່ນແຕ່ 0 ຫາ 25 ອາກາດດີ ຫຼາຍຕໍ່ສຸຂພາບ, ແຕ່ 201 ຫາ 300 ເປັນສີຕັບໝູ ມີຜົລກະທົບຫລາຍ ແລະຖ້າຫຼາຍກວ່າ 300 ເປັນ ສີແດງ ມີຜົລກະທົບຮ້າຍແຮງ ຕໍ່ສຸຂພາບຂອງປະຊາຊົນທົ່ວໄປ.

ຖ້າເວົ້າເຖິງບັນຫາດັ່ງກ່າວໃນໂລກທັງມວນ ແລະເພື່ອຫຼຸດຜ່ອນບັນຫານັ້ນ ໃນໂອກາດວັນຄຸ້ມຄອງໂລກ 22 ເມສາ ຊາວໂລກພາກັນ ສເລີມສລອງ ດ້ວຍການ ຈັດກິຈກັມຕ່າງໆເປັນປະຈໍາທຸກປີ ເພື່ອປົກປັກຮັກສາ ສະພາບແວດລ້ອມ ແລະປູກຈິດສໍານຶກ ຜູ້ຄົນທົ່ວໂລກ ໃນການປົກປ້ອງສິ່ງແວດລ້ອມ ແລະດູແລຮັກສາໂລກເອົາໄວ້ໃຫ້ຍືນຍົງນັ້ນ ຂ່າວວ່າ ຫຼາຍຂແນງການຢູ່ ສປປລາວ ບໍ່ໄດ້ຈັດກິຈກັມຂຶ້ນ ແຕ່ຢ່າງໃດ ໃນຂນະທີ່ຜູ້ຄົນໃນທົ່ວໂລກ ຫລາຍກວ່າ 1 ພັນລ້ານຄົນ ເຂົ້າຮ່ວມກິຈກັມຕ່າງໆ ໃນວັນຄຸ້ມຄອງໂລກນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.